ລັດຖະມົນຕີ ຖວທ ຕ້ອນຮັບ ຫົວໜ້າ CRI ເຂົ້າຢ້ຽມອຳລາ……

ໃນວັນທີ 15 ທັນວາ 2020 ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ສຸດທິດາ ຫົວໜ້າວິທະຍຸສາ ກົນ ແຫ່ງ ປະເທດຈີນ CRI ປະຈຳ ສປປ ລາວ ເຂົ້າຢ້ຽມອຳລາ ແລະ ສະເໜີ ທ່ານ ນາງ ແສງແກ້ວ ເຂົ້າດຳລົງຕຳແໜ່ງເປັນຫົວໜ້າວິທະຍຸສາກົນ ແຫ່ງ ປະເທດຈີນ CRI ປະຈຳລາວ ຄົນໃໝ່, ພ້ອມທັງອວຍພອນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ສາກົນ ທີ່ຈະມາເຖິງນີ້.

Image may contain: 2 people

ໃນໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ສະແດງຄວາມຍີນດີຕ້ອນຮັບ ແລະ ຊົມເຊີຍຜົນ ງານການຈັດຕັ້ງປະຕິບັດໜ້າທີ່ ໃນໄລຍະຜ່ານມາຂອງ ທ່ານ ນາງ ສຸດທິດາ ຖືເປັນການປະກອບ ສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍມິດຕະພາບ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບ ດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ລວມໄປເຖິງການເປັນຄູ່ຮ່ວມຊະຕາກຳສັງຄົມນິຍົມ ລະ ຫວ່າງ ລາວ-ຈີນ, ຈີນ-ລາວ ເວົ້າລວມ, ເວົ້າສະເພາະ ແມ່ນການຮ່ວມມືລະຫວ່າງ 2 ອົງການສື່ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

Image may contain: 8 people, people standing

ພ້ອມນີ້, ທ່ານ ນາງ ສຸດທິດາ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງຖືໂອກາດນີ້ ລາຍງານໂດຍຫຍໍ້ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນໄລຍະຜ່ານມາ ກໍຄື ການປະ ກອບສ່ວນຫລາຍດ້ານເຂົ້າໃນການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງອົງການ ໂດຍສະເພາະ ການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນທາງດ້ານເຕັກນິກ ແລະ ວິຊາການຕ່າງໆ ພ້ອມທັງຂອບໃຈຕໍ່ການສະໜັບສະໜູນ, ການຮ່ວມມື ແລະ ອຳ ນວຍຄວາມສະດວກ ໃນການປະຕິບັດໜ້າທີ່ຕະຫລອດໄລຍະຜ່ານມາ ຈົນໄດ້ຮັບຜົນສຳເລັດ.

ແຫຼ່ງຂໍມູນ: ຂປລ

Comments