31 ປີ ສອຄຊ ປະກອບສ່ວນສຳຄັນໃນການພັດທະນາປະເທດ……..

ທ່ານ ດາວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ໃຫ້ສຳພາດເຖິງຜົນງານຕະຫຼອດ 31ປີ ຂອງການສ້າງຕັ້ງ ສອຄຊ ວ່າ: ສຄອຊ ສ້າງຕັ້ງຂຶ້ນໃນປີ 1989 ມາຮອດປີ 2020 ປີນີ້ຖືວ່າຄົບຮອບ 31 ປີ ໃນໄລຍະຜ່ານນມາ ໄດ້ມີການເຄື່ອນໄຫວ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ໃນເມື່ອກ່ອນໂຄງສ້າງການຈັດຕັ້ງແມ່ນພາຍໃຕ້ການຊີ້ນຳຂອງກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ແລະ ມາຮອດປີ 2008 ໄດ້ແຍກເປັນເອກະລາດ ເປັນອົງການຈັດຕັ້ງທີ່ເປັນຜູ້ຕາງໜ້າໃຫ້ພາກທຸລະກິດ.

ມາຮອດປັດຈຸບັນ ສຄອຊ ໄດ້ສຳເລັດການສ້າງຕັ້ງສະພາການຄ້າ ແລະ ອຸດສາຫະກຳຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ ລວມ 18 ສະພາການຄ້າທີ່ຂຶ້ນກັບ ສຄອຊ. ພ້ອມດຽວກັນ, ກໍໄດ້ສ້າງຕັ້ງສະມາຄົມທຸລະກິດ ລວມ 27 ສະມາຄົມ. ພິເສດປີ 2017 ໄດ້ສ້າງຕັ້ງສູນບໍລິການທຸລະກິດຂະໜາດນ້ອຍ ແລະ ກາງ ຫຼື SME ລວມທັງຈຸນລະວິສາຫະກິດ ຫຼື MSME ແລະ ໄດ້  ຂະຫຍາຍໄປ 3 ແຂວງ ຄື:  ແຂວງຫຼວງພະບາງ, ຈຳປາສັກ ແລະ ສະຫວັນນະເຂດ.

ສູນດັ່ງກ່າວໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ, ອົງການແຮງງານລະຫວ່າງປະເທດ ( ILO ), ອົງການ GIZ ປະເທດເຢຍລະມັນ ແລະ ໄດ້ເຊັນສັນຍາກັບ 10 ທະນາຄານພາຍໃນ ເຊັ່ນ: ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ພັດທະນາລາວ ແລະ ທະນາຄານອື່ນໆ ເພື່ອສະໜອງເງິນທຶນສົ່ງເສີມ SME ປ່ອຍໃຫ້ພາກທຸລະກິດ. ພ້ອມນີ້, ຍັງໄດ້ຮັບທຶນຈາກລັດຖະບານຊ່ວຍທຸລະກິດ ໂດຍຜ່ານກອງທຶນສົ່ງເສີມ SME 200 ຕື້ກີບ ໂດຍດອກເບ້ຍກູ້ຢືມຕໍ່າ.

Facebook

ນອກຈາກວຽກສົ່ງເສີມແລ້ວ ສຄອຊ ຍັງມີໜ້າທີ່ຈັດງານວາງສະແດງສິນຄ້າ Made in Laos ເພື່ອສົ່ງເສີມຜະລິດຕະພັນລາວ ໂດຍບັນດາສະມາຄົມຕ່າງໆ ພ້ອມທັງໄດ້ນຳເອົາສິນຄ້າໄປຮ່ວມງານວາງສະແດງສິນຄ້າໂລກທີ່ປະເທດອິຕາລີ ໃນປີ 2015, ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ – ອາຊຽນ ທີ່ ສປ ຈີນ. ພ້ອມທັງໄດ້ຍາດແຍ່ງເອົາການຊ່ວຍເຫຼືອຈາກ  ສາກົນ ເພື່ອມາພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດລາວ ເຊັ່ນ: ໂຄງການເວັບໄຊ ຊື້ – ຂາຍອອນລາຍ ( www.plaosme.com ) ໄດ້ຮັບການຊ່ວຍເຫຼືອຈາກທະນາຄານພັດທະນາອາຊີ, ໂຄງການທຶນສົມທົບ ເພື່ອສົ່ງເສີມທຸລະກິດ 50% ຈາກ BAT, ໂຄງການພັດທະນາການສຶກສາເຕັກນິກວິຊາແບບຄວບຄູ່, ໂຄງການຈາກ GIZ ແລະ ໂຄງການອື່ນໆ.

Brightly colored fabrics on display for sale at Otavalo market Stock Photo  - Alamy

ພາບລວມຕະຫຼອດໄລຍະ 31 ປີຜ່ານມາ ສຄອຊ ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານ ສຄອຊ ເຮັດໃຫ້ຂະແໜງການໃນແຕ່ລະດ້ານມີການຂະຫຍາຍຕົວ ແລະ ສຳເລັດເປັນກ້າວໆ ເປັນຕົ້ນ: ວຽກງານພັດທະນາສົ່ງເສີມທຸລະກິດຂະໜາດນ້ອຍ – ຂະໜາດກາງ SME ເຊິ່ງ ສຄອຊ ໄດ້ສ້າງສູນບໍລິການທຸລະກິດຂະໜາດນ້ອຍ – ຂະໜາດກາງ ໄດ້ເປັນສ່ວນໜຶ່ງໃນການເຕົ້າ¬ໂຮມເອົາບັນດາໂຄງການສົ່ງເສີມຄວາມຮູ້, ຄວາມສາມາດທີ່ມີຢູ່ຮ່ວມກັບກົມພັດທະນາສົ່ງເສີມ SME ຂອງກະຊວງ ອຄ. ໃນນັ້ນ, ໄດ້ມີການຝຶກອົບຮົມ ແລະ ສ້າງເງື່ອນໄຂໃຫ້ SME ເຂົ້າເຖິງແຫຼ່ງທຶນ ແລະ ກິດຈະກຳໃນການພັດທະນາບໍລິສັດ ເປັນການຝຶກອົບຮົມໃຫ້ທຸລະກິດໜຸ່ມມີ ຄວາມສາມາດ.

Made in Laos 2019 - SME Service Center

ພ້ອມນັ້ນ, ໄດ້ສ້າງກອງທຶນສົ່ງເສີມ Start Up ໂດຍນັກລົງທຶນລາວເຂົ້າໃນການພັດທະນາທຸລະກິດ, ວຽກງານພັດທະນາສົ່ງເສີມການຕະຫຼາດຜະລິດຕະພັນລາວ ໄດ້ເພີ່ມທະວີການສົ່ງເສີມຜະລິດຕະພັນຍີ່ຫໍ້ລາວໃຫ້ເຂົ້າສູ່ຕະຫຼາດສາກົນ, ເສີມສ້າງຄວາມສາມາດໃຫ້ບໍລິສັດສະຫະກອນ ແລະ ຊາວກະສິກອນ – ຊາວບ້ານໃນການຜະລິດສິນຄ້າເພື່ອສົ່ງອອກຢ່າງເປັນຕ່ອງໂສ້ທີ່ມີມາດຕະຖານສາກົນ, ມີຄຸນນະພາບ ແລະ ລາຄາສູງ.

ໃນການສົ່ງອອກໄດ້ຄັດເລືອກເອົາຜະລິດຕະພັນລາວຈຳນວນໜຶ່ງ ເພື່ອສ້າງຕົວແບບເພື່ອການສົ່ງອອກ ເຊັ່ນ: ຊາ, ກາເຟ, ເຂົ້າໜຽວ, ແພໄໝ ແລະ ອາຫານ, ຜ່ານມາບໍລິສັດລາວເຮົາສາ¬ມາດຍາດໄດ້ລາງວັນທຸລະກິດອາຊຽນດີເດັ່ນ ປະຈໍາປີ 2017 ແລະ ປີ 2018 ເຮັດໃຫ້ປະຊາຄົມໃນພາກພື້ນກໍຄືໂລກໄດ້ຮູ້ຈັກກັບຜະລິດຕະພັນ ແລະ ສິນຄ້າລາວຫຼາຍຂຶ້ນ.

ສ່ວນທິດທາງແຜນການໃນຕໍ່ໜ້າ ທ່ານ ດາວອນ ພະຈັນທະວົງ ກ່າວວ່າ: ສຄອຊ ພວກເຮົາ ໄດ້ມີແຜນຍຸດທະສາດການພັດທະນາພາກທຸລະກິດ ປີ 2021 – 2025 ລວມມີ 6 ເສົາຄ້ຳເປັນບຸລິມະສິດ ແລະ ມີວຽກທີ່ກ່ຽວພັນກັບຫຼາຍຂະແໜງການ ເພື່ອຮັບປະກັນດ້ານການເງິນໃຫ້ຍືນຍົງ ແລະ ເສີມສ້າງຄວາມສາມາດຂອງ ສຄອຊ, ສະພາການຄ້າ ແລະ ອຸດສາຫະກຳແຂວງ ແລະ ສະມາຄົມທຸລະກິດຕ່າງໆ ຄື:

1). ເນັ້ນການພົບປະລະຫວ່າງພາກລັດ – ທຸລະກິດ ເພື່ອປັບປຸງແວດລ້ອມການດຳເນີນທຸລະກິດ ໂດຍການຈັດຕັ້ງປະຕິບັດທຸລະກິດລາວ ( Lao Business Forum ).

2). ພັດທະນາສົ່ງເສີມທຸລະກິດ SME ໂດຍຜ່ານສູນບໍລິການ SME.

3). ສົ່ງເສີມຕະຫຼາດຜະລິດຕະພັນລາວ.

4). ເຊື່ອມໂຍງເສດຖະກິດພາກພື້ນ ແລະ ການສົ່ງເສີມການລົງທຶນທີ່ຍືນຍົງ.

5). ພັດທະນາຜູ້ປະກອບການ ແລະ ກິດຈະກຳຜູ້ໃຊ້ແຮງງານ.

6). ພັດທະນາຂໍ້ມູນຂ່າວສານ, ການພົວພັນມວນຊົນ ແລະ ການບໍລິການໃຫ້ແກ່ສະມາຊິກ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments