ສະຖາບັນສົ່ງເສີມພະລັງງານທົດແທນ ຮ່ວມມືກັບອົງການສະຫະປະຊາຊາດ ເພື່ອການພັດທະນາ ໂດຍການສະໜັບສະໜູນ ຈາກສະຫະພາບເອີລົບ ແລະ ຜູ້ໃຫ້ທືນອື່ນໆ ໄດ້ສົມທົບກັບບັນ ດາອົງການຈັດຕັ້ງລັດ ແລະ ພາກສ່ວນເອກະຊົນ ຈັດກອງປະຊຸມສະເໜີກ່ຽວກັບເສດຖະກິດໝູນວຽນ (Circular Economy) ຄັ້ງທໍາອິດຂຶ້ນ ທີ່ ໂຮງແຮມຄຣາວພຣາຊາ ນະຄອນຫລວງວຽງຈັນ, ເມື່ອອາ ທິດຜ່ານມາ; ໂດຍການເປັນປະທານຂອງ ທ່ານ ຈັນໂທ ມິລັດຕະນະແພງ ຫົວໜ້າສະຖາບັນ ສົ່ງເສີມພະລັງງານທົດແທນ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ນາງ ຣີກາດາ ໄຣເກີ (Ricarda Rieger) ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳລາວ.
![Image may contain: 2 people, people sitting, flower, child and indoor](https://scontent.fbkk15-1.fna.fbcdn.net/v/t1.0-9/130507792_1515647215305720_1197401774427102557_n.jpg?_nc_cat=100&ccb=2&_nc_sid=730e14&_nc_eui2=AeHVKBv0C-VhZWzYch8HpF6Yfb-X4qHhHSp9v5fioeEdKuidaGM9T5WH-JqJxSZkZwkZTVEmLSW2L866jfGbGlx1&_nc_ohc=g7PlG2yU0uUAX9h9neB&_nc_ht=scontent.fbkk15-1.fna&oh=ec9be52ec8b61ea50b8a0cbcca42b28b&oe=5FFD5E25)
ທ່ານ ຈັນໂທ ມິລັດຕະນະແພງ ກ່າວວ່າ: ສປປ ລາວ ກໍເປັນປະເທດໜຶ່ງ ທີ່ຖືໄດ້ວ່າຢູ່ໃນແຖວໜ້າ ຂອງບັນດາປະເທດໃນພາກພື້ນ ທີ່ລັດຖະບານໄດ້ຖືເອົາເສດຖະກິດໝູນວຽນ ເປັນສ່ວນໜຶ່ງ ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໄປຕາມທິດທາງການເຕີບໂຕສີຂຽວ ແລະ ຍືນຍົງຂອງລັດ ທີ່ໄດ້ຮັບຮອງເອົາຢ່າງເປັນທາງການ.
ດັ່ງນັ້ນ, ຈຶ່ງໄດ້ລິເລີ່ມການປະເມີນທາງເລືອກ ມາແຕ່ສົກ ປີ 2016-2017 ພາຍໃຕ້ໂຄງການທີ່ສະໜັບສະໜູນໂດຍ ອົງການ UNDP, ເຊິ່ງເສດຖະກິດໝູນວຽນນີ້ແມ່ນອີງໃສ່ 3 ຫລັກການຕົ້ນຕໍ ຄື: ອອກແບບເພື່ອບໍ່ໃຫ້ມີສິ່ງເສດເຫລືອ ແລະ ມົນລະພິດ, ສາມາດນໍາໃຊ້ຜະລິດຕະພັນ ແລະ ວັດສະດຸ ໄດ້ຕະຫລອດເວລາ ແລະ ຟື້ນຟູລະບົບນິເວດທາງທຳມະຊາດຄືນໃໝ່. ໂຄງການນີ້, ຈະຊ່ວຍ ສປປ ລາວ ໃນການພັດທະນາບັນດາຍຸດທະສາດ ທີ່ກ່ຽວກັບເສດຖະກິດໝູນວຽນ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງ ລັດຖະບານ ແລະ ພາກສ່ວນເອກະຊົນ ໃຫ້ຫລາຍຂຶ້ນ ເພື່ອປະກອບສ່ວນໃນການບັນລຸ ບັນດາຈຸດປະສົງທີ່ລະບຸໄວ້ໃນແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ຄັ້ງທີ 9.
![Image may contain: 2 people, people sitting, flower, child and indoor](https://scontent.fbkk15-1.fna.fbcdn.net/v/t1.0-9/130507792_1515647215305720_1197401774427102557_n.jpg?_nc_cat=100&ccb=2&_nc_sid=730e14&_nc_eui2=AeHVKBv0C-VhZWzYch8HpF6Yfb-X4qHhHSp9v5fioeEdKuidaGM9T5WH-JqJxSZkZwkZTVEmLSW2L866jfGbGlx1&_nc_ohc=g7PlG2yU0uUAX9h9neB&_nc_ht=scontent.fbkk15-1.fna&oh=ec9be52ec8b61ea50b8a0cbcca42b28b&oe=5FFD5E25)
ພ້ອມນີ້, ຈະຊ່ວຍໃນການຫລຸດຜ່ອນ ການປ່ອຍທາດອາຍພິດເຮືອນແກ້ວ ພາຍໃຕ້ສັນຍາປາຣີ ຜ່ານກິດຈະກຳຂອງເສດຖະກິດໝູນວຽນ ແລະ ສ້າງຍຸດທະສາດໄລຍະຍາວ ວ່າດ້ວຍການປ່ອຍທາດກາກບອນ (carbon) ປະລິມານຕໍ່າ ທາງເລືອກຕ່າງໆ ທີ່ໄດ້ລະບຸ ແລະ ຈັດເປັນບູລິມະສິດ ໃນການພັດທະນາເສດຖະກິດໝູນວຽນໃນ ສປປ ລາວ.
ແຫຼ່ງຂໍ້ມູນ: ຂປລ