ນະຄອນຫຼວງວຽງຈັນ, ວັນທີ 16 ທັນວາ ປີ 2020 ນີ້ ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນໄດ້ເຜີຍແຜ່ບົດລາຍງານໂມໂນກາບ Monograph ກ່ຽວກັບຄົນພິການໃນ ສປປ ລາວ ເຊິ່ງໄດ້ນໍາໃຊ້ຂໍ້ມູນຈາກການສໍາຫຼວດປະຊາກອນ ແລະ ທີ່ຢູ່ອາໄສ ຄັ້ງທີ 4 ປີ 2015. ໂດຍການສະໜຸນທາງດ້ານເຕັກນິກ ແລະ ການເງິນໂດຍສູນສະຖິຕິແຫ່ງຊາດ, ການສໍາຫຼວດປະຊາກອນ ແລະ ທີ່ຢູ່ອາໄສ ທີ່ໄດ້ຮັບການສະໜັບສະໜູນຈາກອົງການ UNFPA, Humanity and Inclusion (HI) ແລະ ກະຊວງການຕ່າງປະເທດນໍເວ, ເຊິ່ງຜົນຂອງການສຶກສາສະແດງໃຫ້ເຫັນຫຼັກຖານຢ່າງຈະແຈ້ງວ່າ ຄົນພິການມີສະພາບເສດຖະກິດ-ສັງຄົມທີ່ທຸກຍາກກວ່າ ແລະ ມີໂອກາດທີ່ຈໍາກັດກວ່າ ທຽບໃສ່ປະຊາກອນທີ່ບໍ່ພິການໃນ ສປປ ລາວ.
ລັດຖະບານແຫ່ງ ສປປ ລາວໄດ້ໃຫ້ສັດຕະຍະບັນໃນສົນທິສັນຍາວ່າດ້ວຍສິດທິຂອງຄົນພິການ (UNCRPD), ທີ່ໄດ້ກໍານົດກ່ຽວກັບສິດທິມະນຸດຂອງຄົນພິການໃນແຕ່ລະຂະແໜງ. ບັນດາແຜນຍຸດທະສາດ, ນະໂຍບາຍ ແລະ ແຜນການປະຕິບັດງານ ທີ່ແນໃສ່ຄົນພິການ-ໜຶ່ງໃນກຸ່ມຄົນທີ່ດ້ອຍໂອກາດທີ່ສຸດ-ໄດ້ຖືກຮັບຮອງເອົາໃນຊຸມປີຜ່ານມາຢູ່ ສປປ ລາວ.
ດັ່ງນັ້ນ, ບັນດາຂໍ້ມູນທີ່ຖືກຕ້ອງກ່ຽວກັບຄົນພິການ ແມ່ນມີຄວາມສໍາຄັນໃນການລາຍງານໃຫ້ກັບໜ່ວຍງານລັດທີ່ອອກນະໂຍບາຍ, ວາງແຜນໂດຍອີງໃສ່ຄວາມຕ້ອງການ ທີ່ແນໃສ່ຄົນພິການ. ການວິເຄາະລົງເລິກ ກ່ຽວກັບຄົນພິການ (Disability Monograph) ນີ້ມີຈຸດປະສົງເພື່ອສະໜອງຂໍ້ມູນກ່ຽວກັບຄວາມພິການທີ່ກ່ຽວຂ້ອງໃນລະດັບປະເທດ ແລະ ທ້ອງຖິ່ນ ແຕ່ຍັງລວມເຖິງຕາຕະລາງປຽບທຽບບຸກຄົນທີ່ມີ ແລະ ບໍ່ມີຄວາມພິການຕາມລັກສະນະທາງສັງຄົມ ແລະ ເສດຖະກິດ.ສປປ ລາວ ມີຈໍານວນພົນລະເມືອງ 160,881 ຄົນ (2.77%) ໃນກຸ່ມພົນລະເມືອງອາຍຸ 5 ປີຂື້ນໄປ ທີ່ເປັນຄົນພິການ.
ອັດຕາຄວາມພິການໃນ ສປປ ລາວ ແມ່ນສູງຂື້ນໃນເຂດຫ່າງໄກສອກຫຼີກ (3.33% ໃນເຂດຊົນນະບົດທີ່ບໍ່ມີຖະໜົນ, 2,86% ໃນເຂດຊົນນະບົດທີ່ມີຖະໜົນ, 2,48% ໃນເຂດຕົວເມືອງ), ແລະ ສູງກວ່າໃນກຸ່ມຊົນເຜົ່າ.ຊາວໜຸ່ມ ແລະແມ່ຍິງທີ່ມີຄວາມພິການ ສ່ວນຫລາຍແລ້ວແມ່ນບໍ່ໄດ້ມີສ່ວນຮ່ວມໃນການເຂົ້າເຖິງ ການສຶກສາ ການຝຶກອົບຮົມວິຊາຊີບ ແລະ ແຮງງານ.ບົດລາຍງານໄດ້ຊີ້ໃຫ້ເຫັນເຖິງການບໍລິການທີ່ສໍາຄັນ ເພື່ອເພີ່ມທະວີການມີສ່ວນຮ່ວມ, ການສຶກສາ, ແຮງງານ, ການປົກປ້ອງທາງສັງຄົມ ລວມເຖິງບັນດາຂໍ້ມູນກ່ຽວກັບຄວາມພິການ ເພື່ອຮັບປະກັນໃຫ້ພວກເຂົາໄດ້ຮັບຜົນປະໂຫຍດຈາກການພັດທະນາສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມໃນ ສປປ ລາວ.
“ຈຸດປະສົງຕົ້ນຕໍຂອງບົດລາຍງານ ການວິເຄາະລົງເລິກກ່ຽວກັບຄົນພິການ ນີ້ ແມ່ນເພື່ອສະທ້ອນໃຫ້ສັງຄົມລາວຮັບຮູ້ກ່ຽວກັບສະພາບການຂອງຄົນພິການ. ນອກນັ້ນ ບັນດາສະຖິຕິເຫຼົ່ານີ້ແມ່ນເປັນປະໂຫຍດຢ່າງຍິ່ງໃຫ້ແກ່ຜູ້ອອກນະໂຍບາຍ ແລະ ນັກວາງແຜນໃນການປ່ຽນແປງທັດສະນະຄະຕິຕໍ່ກັບຄົນພິການ ພ້ອມທັງການພັດທະນາການບໍລິການຕ່າງໆທີ່ສະເໝີພາບກັນແກ່ເຂົາເຈົ້າ. ພວກເຮົາມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ຮ່ວມມືກັບອົງການ UNFPA ໃນການເປີດເຜີຍຂໍ້ມູນໃນຄັ້ງນີ້”, ກ່າວໂດຍ ທ່ານ ນາງ ພອນສະຫຼີ ສຸກສະຫວັນ , ຫົວໜ້າສູນສະຖິຕິແຫ່ງຊາດ.“ອົງການ UNFPA ສະໜັບສະໜູນການເກັບກໍາ ແລະ ການວິເຄາະຂໍ້ມູນທີ່ຈໍາແນກກຸ່ມໂດຍຫຼາກຫຼາຍມິຕິ, ເພື່ອການກໍານົດກຸ່ມທີ່ດ້ອຍໂອກາດ, ໃນນັ້ນ ກໍລວມມີຄົນພິການ. ຜົນຂອງການສຶກສາສະແດງໃຫ້ເຫັນວ່າ ຄົນພິການມີສະພາບເສດຖະກິດ-ສັງຄົມທີ່ທຸກຍາກກວ່າ ແລະ ມີໂອກາດທີ່ໜ້ອຍກວ່າ.
ເຊິ່ງຄວາມແຕກຕ່າງນັ້ນ ຍິ່ງມີຄວາມສໍາຄັນຂຶ້ນເມື່ອວິເຄາະຈາກເພດ, ກຸ່ມລາຍໄດ້ ແລະ ກຸ່ມຄົນຊົນເຜົ່າ. ໂດຍຂໍ້ມູນດັ່ງກ່າວ ຈະຊ່ວຍໃຫ້ໜ່ວຍງານທີ່ຕັດສິນໃຈ, ວາງແຜນການໃຊ້ງົບປະມານ ລົງທຶນເຂົ້າໃນກຸ່ມທີ່ຖືກປະປ່ອຍໄວ້ຂ້າງຫຼັງນີ້”, ກ່າວໂດຍ ທ່ານ ວິກເຕີ ວາລາດີເອໂຊ, ຮອງຕາງໜ້າອົງການ UNFPA.ອົງການ UNFPA ໃນສປປ ລາວໃຫ້ການສະໜັບສະໜູນລັດຖະບານໃນການບັນລຸຄໍາໝັ້ນໝາຍ ICPD25 ເພື່ອບໍ່ປະປ່ອຍຜູ້ໃດໄວ້ຂ້າງຫຼັງ. ການສະໜັບສະໜູນແມ່ນອີງໃສ່ການຊ່ວຍເຫຼືອທາງດ້ານສິດທິມະນຸດ ແລະ ຂະແໜງການຕົ້ນຕໍດັ່ງນີ້: i) ຫຼັກຖານ ແລະ ຂໍ້ມູນ, ລວມເຖິງການປະຕິບັດທີ່ດີທີ່ສຸດ, ii) ສົ່ງເສີມການສະໜັບສະໜູນລະດັບສູງ ແລະ ການເພີ່ມທະວີຄວາມຮັບຮູ້ຂອງຊຸມຊົນ; iii) ປັບປຸງພັດທະນາມາດຕະຖານການຊ່ວຍເຫຼືອໃນຂະແໜງສາທາລະນະສຸກ ແລະ ຂະແໜງອື່ນໆ, iv) ເພີ່ມທະວີບັນດາໂຄງການຕ່າງໆຜ່ານການມີສ່ວນຮ່ວມທີ່ຫຼາຍຂຶ້ນຂອງຄົນພິການທີ່ກ່ຽວກັບສິດທິທາງເພດ ແລະ ສຸຂະພາບຈະເລີນພັນ; ຄວາມພະຍາຍາມໃນການຢຸດຕິຄວາມຮຸນແຮງບົນພຶ້ນຖານທາງເພດ ແລະ v) ສ້າງການຮ່ວມມືກັບອົງການຈັດຕັ້ງຂອງຄົນພິການ.
ແຫຼ່ງຂໍ້ມູນ: lao youth radio