ແຂວງວຽງຈັນ ມີສິນຄ້າ ODOP ຫຼາຍເປັນອັນດັບ 3 ຂອງປະເທດ…..

ປັດຈຸບັນ, ແຂວງວຽງຈັນ ມີຫົວໜ່ວຍທຸລະກິດສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນທີ່ໄດ້ຮັບກາໝາຍໂອດັອບ (ODOP) ແຫ່ງຊາດ ລວມທັງໝົດ 19 ຫົວໜ່ວຍ, ມີ 62 ຜະລິດຕະພັນຍ່ອຍ, ກວມ 19 ບ້ານ ທີ່ນອນຢູ່ໃນ 10 ເມືອງພາຍໃນແຂວງ, ຈັດຢູ່ໃນອັນດັບ 3 ຂອງປະເທດ ທີ່ມີສິນຄ້າໜຶ່ງເມືອງໜຶ່ງຜະລິດແຫ່ງຊາດຫລາຍກວ່າໝູ່.

Image may contain: 1 person, food

ທ່ານ ສົມພອນ ຈັນທະດາລາ, ຫົວໜ້າກຸ່ມ ODOP ແຂວງວຽງຈັນ ໃຫ້ສໍາພາດໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VI ຈັດຂຶ້ນເມື່ອບໍ່ດົນມານີ້ ວ່າ: ໄລຍະຜ່ານມາ ພະແນກ ອຸດສາຫະກຳ ແລະ ການຄ້າແຂວງວຽງຈັນ ຮ່ວມກັບກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມສິນຄ້າ ODOP ຢູ່ແຂວງວຽງຈັນຢ່າງຕໍ່ເນື່ອງ ເຊີ່ງນອກຈາກການເຝິກອົບຮົມ ແລະການແນະນໍາດ້ານການຜະລິດສິນຄ້າໃຫ້ໄດ້ມາດຕະຖານ ຍັງໄດ້ສົ່ງເສີມໃຫ້ກຸ່ມໄດ້ເຄື່ອນໄຫວເຂົ້າຮ່ວມກອງປະຊຸມ ແລະ ງານວາງສະແດງສິນຄ້າ ທັງພາຍໃນ ແລະຕ່າງປະເທດຫລາຍຄັ້ງ.

Image may contain: 2 people, people standing

ສະເພາະການວາງສະແດງສິນຄ້າ: ໄດ້ສົ່ງຫົວໜ່ວຍທຸລະກິດເຂົ້າຮ່ວມງານວາງສະແດງສິນຄ້າທັງພາຍໃນ ແລະ ຕ່າງປະເທດ 245 ຄັ້ງ, ໃນນັ້ນ ຢູ່ຕ່າງປະເທດ 1 ຄັ້ງ (ຢູ່ນະຄອນໜານໜິງ) ໃນໂອກາດທີ່ແຂວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບເມືອງແຫ່ງສະເໜ່ ຄັ້ງທີ 15 ຢູ່ ສປ ຈີນ, ລວມມູນຄ່າສິນຄ້າທີ່ເຂົ້າ ຮ່ວມງານທັງໝົດເປັນເງິນ 1,7 ຕື້ກີບ ແລະ ຍອດຂາຍ 1,3 ຕື້ກີບ.

Image may contain: food

ສໍາລັບຫົວໜ່ວຍທຸລະກິດສິນຄ້າ ODOP ທີ່ເຂົ້າຮ່ວມວາງສະແດງສິນຄ້າ ຕາມແຈ້ງເຊີນທາງການ ແລະ ເຂົ້າຮ່ວມດ້ວຍຄວາມສະໝັກໃຈຢູ່ພາຍໃນປະເທດທີ່ພົ້ນເດັ່ນ ແລະ ໄດ້ຮັບຄວາມນິຍົມຫລາຍຈາກສັງຄົມ ລວມມີ 8 ຫົວໜ່ວຍ ຄື: 1. ກ້ວຍອົບເນີຍ ບ້ານປາກມີ້ ເມືອງຊະນະຄາມ, 2. ນ້ຳມັນຫວ້ານລືສີ ບ້ານໂນນສະຫວ່າງ, ເມືອງວຽງຄໍ, 3. ສະໝູນໄພຂີ້ໝີ້ນມີໄຊທິບ ບ້ານເກິນ ເມືອງທຸລະຄົມ, 4. ຫັດຖະກຳ ຕໍ່າຫູກ ບ້ານແຈ້ງສະຫວ່າງ, ເມືອງໂພນໂຮງ, 5. ຫັດຖະກຳປູກມອນ-ລ້ຽງມ້ອນ ບ້ານ ແກ້ວກູ່, ເມືອງແກ້ວອຸດົມ, 6. ຫັດຖະກໍາຕໍ່າຫູກບ້ານໂພນໝີ, 7. ກຸ່ມປຸງແຕ່ງປາທ່າ ເຮືອ ແລະ 8. ສົມໝາຍຮູບພາບຕິດເຟືອງ ບ້ານວັງມົນ, ເມືອງໂພນໂຮງ.

Image may contain: food

ທ່ານ ສົມພອນ ຈັນທະດາລາ ໃຫ້ຮູ້ຕື່ມວ່າ: ເຖີງວ່າການຂະຫຍາຍສິນຄ້າ ODOP ຢູ່ແຂວງວຽງຈັນ ນັບມື້ເພີ່ມຂຶ້ນ ແຕ່ຜູ້ປະກອບການດ້ານນີ້ຍັງພົບຄວາມຫຍຸ້ງຍາກສົມຄວນ ໂດຍສະເພາະບັນຫາຕົ້ນທຶນການຜະລິດທີ່ສູງ ເພາະຕ້ອງໄດ້ນໍາເຂົ້າສິ່ງຫຸ້ມ ຫໍ່ສິນຄ້າຈາກຕ່າງປະເທດທັງໝົດ. ດັ່ງນັ້ນ ຈິ່ງສະເໜີມາຍັງຂັ້ນເທີງຊຸກຍູ້ສົ່ງເສີມບໍລິສັດທັງພາຍໃນ ແລະ ຕ່າງປະເທດ ລົງທຶນສ້າງຕັ້ງໂຮງງານສິ່ງຫຸ້ມຫໍ່ສິນຄ້າຢູ່ພາຍ ໃນປະເທດໃຫ້ຫລາຍຂຶ້ນ ເພື່ອບໍ່ໃຫ້ຫົວໜ່ວຍສິນຄ້າ ODOP ຢູ່ແຂວງວຽງຈັນ ກໍຄື ທົ່ວປະເທດນໍາເຂົ້າຜະລິດຕະພັນສໍາລັບຫຸ້ມຫໍ່ຈາກຕ່າງປະເທດ ເຊີ່ງຈະຊ່ວຍຫລຸດຕົ້ນທຶນການຜະລິດລົງຫລາຍສົມຄວນ.

Image may contain: 1 person

ສໍາລັບຫົວໜ່ວຍທຸລະກິດສິນຄ້າ ODOP ຢູ່ແຂວງວຽງ ຈັນ ຈໍານວນ 19 ຫົວ ໜ່ວຍ ພາຍໃນ 10 ເມືອງ ມີດັ່ງນີ້:1. ເມືອງໂພນໂຮງ 5 ຫົວໜ່ວຍ ຄື: ກຸ່ມຫັດຖະກຳຈັກສານໂພນຍາງ, ຫັດຖະກຳຕ່ຳຫູກບ້ານແຈ້ງສະຫວ່າງ, ຫັດຖະ ກຳຕິດເຟືອງບ້ານວັງມົນ, ຫັດຖະກຳຕ່ຳຫູກຈອມມະນີບ້ານນາເລົ່າ ແລະ ປຸງແຕ່ງເຫຼົ້າເລກ 1 ບ້ານນາຊູ.2. ເມືອງວຽງຄຳ 3 ຫົວໜ່ວຍ ຄື: ກຸ່ມຫັດຖະກຳຈັກສານບ້ານໂພນຊອງ, ປຸງແຕ່ງຢາພື້ນເມືອງຫວ້ານລືສີບ້ານໂນນສະຫວ່າງ ແລະ ຫັດຖະກຳຕ່ຳແຜ່ນບ້ານໂພນໜີເໜືອ.3. ເມືອງກາສີ 2 ຫົວໜ່ວຍ ຄື: ນ້ຳປູບ້ານນາມົນໃໝ່ ແລະ ກຸ່ມປຸງແຕ່ງກາເຟບ້ານຜາໂກ້ຍ.4. ເມືອງຊະນະຄາມ 2 ຫົວໜ່ວຍ ຄື: ກຸ່ມກ້ວຍອົບເນີຍບ້ານປາກມີ້ ແລະ ຢາພື້ນ ເມືອງກາເຍືອງບ້ານຊະນະຄາມ.

No photo description available.

5. ເມືອງເຟືອງ 2 ຫົວໜ່ວຍ ຄື: ນ້ຳສະໜຸນໄພ (ນໍ້າສະຕິ) ບ້ານດອນ ແລະ ຜະລິດ ຕະພັນເຫຼົ້າແກບ 100 ປີ ບ້ານນາກາງ.6. ເມືອງແກ້ວອຸດົມ 1 ຫົວໜ່ວຍ ຄື: ກຸ່ມປູກມອນ-ລຽ້ງມ້ອນ ບ້ານແກ້ວກູ່.7. ເມືອງຫີນເຫີບ 1 ຫົວໜ່ວຍ ຄື: ເຂົ້າໜົມມັນຕົ້ນ ບ້ານປ່ອງຊອງ.8. ເມືອງທຸລະຄົມ 1 ຫົວໜ່ວຍ ຄື: ສະໜຸນໄພ ຂີ້ມີ້ນມີໄຊທິບ ບ້ານເກິນ.9. ເມືອງແມດ 1 ຫົວໜ່ວຍ ຄື: ກຸ່ມຫັດຖະກຳຕ່ໍາຫູກ ບ້ານນາໂພ.10. ເມືອງວັງວຽງ 1 ຫົວໜ່ວຍ ຄື: ກຸ່ມປຸງແຕ່ງປາ ບ້ານທ່າເຮືອ.

ແຫຼ່ງຂໍ້ມູນ: ວສລ

Comments