ຂ່າວ ພາຍໃນປະເທດ

ລັດຖະມົນຕີ ຮສສ ຕ້ອນຮັບປະທານກິດຕິມະສັກ ອົງການ ເອັສໂອເອັສ ສາກົນ.

ວັນທີ 4 ທັນວາ 2018 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານຄະນະກຳມະການຄຸ້ມຄອງ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ (SOS) ໄດ້ຕ້ອນຮັບ ທ່ານ ເຮວມຸດ ກຸຕິນ ປະທານກິດຕິມະສັກ ອົງການເອັສໂອເອັສ ສາກົນ, ພ້ອມດ້ວຍຜູ້ອຳນວຍການໂຄງການ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ເພື່ອປຶກສາຫາລື ພິທີມອບຫຼຽນກາສູງສຸດ ໃຫ້ທ່ານນາຍົກລັດຖະມົນຕີ ປະທານກິດຕິມະສັກ ຄະນະກຳມະການຄຸ້ມຄອງ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ໃນວັນທີ 9 ກຸມພາ 2019. ໂອກາດນີ້, ທ່ານ ຄຳແພງ ໄຊສົມແພງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ເຮວມຸດ ກຸຕິນ ທີ່ໄດ້ເດີນທາງມາປຶກສາຫາລືວຽກງານສຳຄັນດັ່ງກ່າວ, ພ້ອມທັງສະແດງຄວາມຂອບອົກຂອບໃຈ ມາຍັງອົງການ ເອັສໂອເອັສ ສາກົນ ທີ່ໄດ້ໃຫ້ການສະໜັບສະໜູນ, ຮ່ວມມື ແລະ ຊ່ວຍເຫຼືອ ...

Read More »

ເຊີນຮ່ວມເຝິກອົບຮົມ ຫົວຂໍ້: E-Commerce Web Design Course ສະໝັກດ່ວນມີທຶນຈຳນວນຈຳກັດ

ເຊີນສະໝັກເຂົ້າຮ່ວມເຝິກອົບຮົມສຳມະນາໃນຫົວຂໍ້: E-Commerce Web Design Course ໃນວັນທີ 17-21 ທັນວາ 2018 ທີ່ ເມືອງ ຊຽງແສນ, ແຂວງ ຊຽງລາຍ, ປະເທດໄທ. ສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ,ສຄອ ແຫ່ງຊາດລາວ ຂໍຖືເປັນກຽດເຊີນທ່ານ ເຂົ້າຮ່ວມເຝິກອົບຮົມສຳມະນາໃນຫົວຂໍ້:. E-Commerce Web Design Course ໃນວັນທີ 17-21 ທັນວາ 2018. ຈຸດປະສົງ ເພື່ອສົ່ງເສີມນັກພັດທະນາ – ອອກແບບ ກ່ຽວກັບ e-commerce web design ລາວເຮົາໃຫ້ມີປະສົບການ ແລະ ເປີດຄວາມຄິດໃໝ່ໆພ້ອມທັງ ການສ້າງເພື່ອນຮ່ວມງານໃນຕ່າງແດນ.  ສຳລັບເງື່ອນໄຂຜູ້ສະໝັກມີລາຍລະອຽດດັ່ງນີ້: – ຜູ້ສະໝັກຕ້ອງມີອາຍຸ ບໍ່ເກີນ 35 ປີ – ມີຄວາມຮູ້ໃນດ້ານການພັດທະນາ-ອອກແບບເວັບໄຊ ໃນລະດັບພື້ນຖານຂື້ນໄປ – ມີທັກສະໃນການສ້າງເພື່ອນຮ່ວມງານຕ່າງແດນ ໝາຍເຫດ: ທຶນມີຈຳນວນຈຳກັດ ສະໝັກມາເລີຍ ພົວພັນກັບທີມງານສູນ ແລະສົ່ງໂປຟາຍບໍລິສັດທີ່ທ່ານສັງກັດຢູ່ມາ. ...

Read More »

ນາຍົກລັດຖະມົນຕີ ກຳປູເຈຍ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຈ ຮຸນເຊນ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 5-6 ທັນວາ 2018 ນີ້ ໂດຍໄດ້ຮັບການຕ້ອນຮັບ ຈາກທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ. ໃນວັນດຽວກັນ ເວລາ 14:30 ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ພ້ອມດ້ວຍຄະນະ ຈະໄດ້ເດີນທາງໄປພົບປະກັບທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ຫຼັງຈາກນັ້ນ, ເວລາ 15:30 ຈະໄດ້ເດີນທາງໄປພົບປະກັບທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ. ຂໍ້ມູນຈາກ: ຂປລ.

Read More »

ຍິນດີນຳ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ຂຶ້ນເປັນລັດຖະມົນຕີປ້ອງກັນຄວາມສະຫງົບຜູ້ໃໝ່

ສະພາຮັບຮອງແລ້ວ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ  ເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຖືກແຕ່ງຕັ້ງຂຶ້ນເປັນລັດຖະມົນຕີປ້ອງກັນຄວາມສະຫງົບຜູ້ໃໝ່ ປ່ຽນແທນທ່ານ ພົນຕີ ສົມແກ້ວ ສີລາວົງ ທີ່ໄດ້ຮັບການຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ.    ເຊົ້າວັນທີ 5 ທັນວາ 2018 ທີ່ກອງປະຊຸມສະພາແຫ່ງຊາດໄດ້ມີການແຕ່ງຕັ້ງລັດຖະມົນຕີປ້ອງກັນຄວາມສະຫງົບຜູ້ໃໝ່ຕາມໜັງສືສະເໜີຂອງທ່ານນາຍົກລັດຖະມົນຕີ, ໃຫ້ບັນດາສະມາຊິກສະພາແຫ່ງຊາດພິຈາລະນາຮັບຮອງເອົາໃນນາມທີ່ເປັນຕົວແທນສິດ ແລະຜົນປະໂຫຍດຂອງປະຊາຊົນ. ກອງປະຊຸມສະພາແຫ່ງຊາດໄດ້ຕົກລົງຮັບຮອງເອົາທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບດ້ວຍຄະແນນສຽງ 90% ຂອງຈຳນວນສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມປະຊຸມຈຳນວນ 126 ທ່ານ ໃນນັ້ນບໍ່ເຫັນດີ 9 ທ່ານເທົ່າກັບ 7% ແລະບໍ່ອອກສຽງ 2%. ໃນນັ້ນໄດ້ມີການປະກອບຄຳເຫັນຕໍ່ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ສຽງສ່ວນຫຼາຍແມ່ນສະແດງຄວາມເຫັນດີເປັນເອກະພາບຕໍ່ການສະເໜີແຕ່ງຕັ້ງ, ສະໜັບສະໜູນ ແລະໄວ້ວາງໃຈ ເຊື່ອໝັ້ນວ່າຈະມີອັນໃໝ່ກ້າວໜ້າໃນກຳລັງປ້ອງກັນຄວາມສະຫງົບ ພາຍຫຼັງທ່ານລັດຖະມົນຕີຄົນໃໝ່ເຂົ້າປະຕິບັດໜ້າທີ່ຕາມພາລະບົດບາດ. ທີ່ມາ: ຂ່າວເສດຖະກິດ-ການຄ້າ Lao Economic Daily

Read More »

ຊົມເຊີຍ ນັກຮຽນຊັ້ນມ 4 ສາມາດຍາດໄດ້ຫຼຽນທອງແດງ ໃນການແຂ່ງຂັນ Humanoid Mission

ນັກຮຽນລາວ ສ້າງຊື່ສຽງໃຫ້ກັບປະເທດຊາດ ອີກແລ້ວ ໂດຍສາມາດຍາດໄດ້ຫຼຽນທອງແດງ ຈາກການແຂ່ງຂັນໃນງານ 5 International Youth Robot Competition (IYRC) 2018 ທີ່ປະເທດໄທ. ການແຂ່ງຂັນຫຸ່ນຍົນຊາວໜຸ່ມສາກົນ ປີທີ 5 International Youth Robot Competition (IYRC) ເຊິ່ງຈັດຂຶ້ນຢູ່ບາງກອກປະເທດໄທ ລະຫວ່າງວັນທີ 30 ພະຈິກຫາວັນທີ 1 ທັນວາ 2018 ໄດ້ສໍາເລັດລົງດ້ວຍຜົນສໍາເລັດທີ່ຍິ່ງໃຫຍ່ ໂດຍມີນັກຮຽນເກືອບ 600 ຄົນຈາກ 25 ປະເທດທີ່ເດີນທາງເຂົ້າຮ່ວມໃນ 11 ລາຍການຂອງແຂ່ງຂັນໃນຄັ້ງນີ້ ໃນນັ້ນກໍມີຕົວແທນນັກຮຽນລາວເຂົ້າຮ່ວມ ແລະ ສາມາດຍາດໄດ້ລາງວັນຫຼຽນທອງແດງ 1 ລາງວັນ ເປັນຂອງຂວັນສະເຫຼີມສະຫຼອງວັນຊາດໃນປີນີ້. ການແຂ່ງຂັນນານາຊາດໃນຄັ້ງນີ້ ເປັນຄັ້ງທໍາອິດທີ່ ສປປ ລາວ ໄດ້ສົ່ງນັກສຶກສາເຂົ້າຮ່ວມຈໍານວນ 5 ຄົນ ຍິງ 1 ຄົນ ໃນ 5 ລາຍການຄື: ການແຂ່ງຂັນ Bowling Item RecycleAnimal Kingdom Soccer ...

Read More »

ຣາຊະອານາຈັກໄທ ສົ່ງໂທລະເລກອວຍພອນເຖິງ ທ່ານ ບຸນຍັງ ວໍລະຈິດ

ວັນທີ 4 ທັນວາ 2018 ນີ້, ສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ບໍດິນທຣະເທບພະຍະວະຣາງກູນ ແຫ່ງ ຣາຊະອານາຈັກໄທ ໄດ້ສົ່ງໂທລະເລກອວຍພອນ ເຖິງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ. ເນື້ອໃນສານລະບຸໄວ້ວ່າ: ໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ຂໍສົ່ງຄໍາອວຍພອນ ແລະ ຄວາມປາຖະໜາດີມາຍັງ ທ່ານປະທານປະເທດ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມສຸກ ແລະ ຂໍໃຫ້ປະເທດ ແລະ ປະຊາຊົນລາວ ມີຄວາມຜາສຸກ ແລະ ຄວາມຈະເລີນກ້າວໜ້າຍິ່ງໆຂຶ້ນ. ຂ້າພະເຈົ້າເຊື້ອໝັ້ນວ່າ ການທີ່ປະເທດຂອງພວກເຮົາທັງສອງມີສາຍພົວພັນມິດຕະພາບມາແຕ່ຍາວນານ ບົນພື້ນຖານແຫ່ງຄວາມເຂົ້າໃຈ ແລະ ຄວາມປາຖະໜາດີຕໍ່ກັນຕະຫຼອດມາ ຈະເປັນປັດໄຈສໍາຄັນຊ່ວຍເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ໃນກິດຈະການທຸກໆດ້ານ ໃຫ້ແໜ້ນແຟ້ນ ...

Read More »

ສານອວຍພອນວັນຊາດ ສປປ ລາວ ຄົບຮອບ 43 ປີ.

ສານອວຍພອນວັນຊາດ ໃນວັນທີ 4 ທັນວາ 2018, ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ທ່ານ ປຣັກ ໂຊ ຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໄດ້ສົ່ງສານອວຍພອນວັນຊາດ ເຖິງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ ນະຄອນຫລວງວຽງຈັນ. ເນື້ອໃນສານລະບຸວ່າ: ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ມາຍັງ ທ່ານ ແລະ ເພື່ອນມິດປະຊາຊົນ ແຫ່ງ ສປປ ລາວ ...

Read More »

ເລີ່ມການກໍ່ສ້າງອາຄານຮຽນ ມ.ສ ຫຼັກ 35 ເມືອງປາກຊ່ອງ.

ພິທີວາງສິລາລືກ ໂຄງການກໍ່ສ້າງອາຄານຮຽນຂອງໂຮງຮຽນມັດທະຍົມສົມບູນ ຫຼັກ 35 (ອີ່ຕູ້) ເມືອງປາກຊ່ອງ ແຂວງຈໍາປາສັກ ໄດ້ຈັດຂຶ້ນໃນວັນທີ 28 ພະຈິກ 2018 ຜ່ານມາໂດຍການໃຫ້ກຽດເຂົ້າຮ່ວມຂອງ   ທ່ານ ປອ. ບຸນຖອງ ດີວິໄຊ ເຈົ້າແຂວງຈໍາປາສັກ, ທ່ານ ຫງວຽນ ວັນ ຮາຍ ຕາງໜ້າກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ 4 ແຂວງພາກໃຕ້ລາວ, ມີຄະນະພະແນກສຶກສາທິການ ແລະ ກິລາແຂວງ, ພະແນກການຂອງແຂວງ, ການນໍາຂອງເມືອງ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ. ທ່ານ ບຸນທອງຫຼອມ ຄໍາພົມມີ ອໍານວຍການ ມ.ສ ຫຼັກ 35 ໄດ້ກ່າວວ່າ: ໂຄງການກໍ່ສ້າງອາຄານຮຽນດັ່ງກ່າວ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກແຂວງບິງດິ້ງ ສສ ຫວຽດນາມ ມູນຄ່າ 10 ຕື້ດົ້ງ (3.673.405.056 ກີບ)  ເຊິ່ງເປັນອາຄານເປຕົງເສີມເຫຼັກ 2 ຊັ້ນ, ມີ 10 ຫ້ອງຮຽນ, 2 ...

Read More »

ຊີວະປະຫວັດຫຍໍ້ : ສົມເດັດ ອັກຄະ ມະຫາເສນາບໍດີ ເຕໂຈ ຮຸນ ແຊນ

ຊີວະປະຫວັດຫຍໍ້ ຊື່: ສົມເດັດ ອັກຄະ ມະຫາເສນາບໍດີ ເຕໂຈ ຮຸນ ແຊນ (Samdech Akka Moha Sena Padei Techo HUN Sen) ເກີດເມື່ອວັນທີ: 05 ສິງຫາ 1952 (ວັນເກີດແຈ້ງໃນໜັງສືທາງການ 04 ເມສາ 1951) ບ່ອນເກີດ: ບ້ານ ພາມກໍຊາ, ເມືອງ ຊະຕຶງຕຣັງ, ແຂວງ ກຳປົງຈາມ ຄອບຄົວ: ສົມຣົດ ແລະ ມີລູກ 06 ຄົນ ຫຼັງຈາກສຳເລັດການສຶກສາຊັ້ນປະຖົມ ທີ່ ໂຮງຮຽນປະຖົມທ້ອງຖິ່ນ, ໃນປີ 1965 ສົມເດັດ ຮຸນເຊັນ ໄດ້ເຂົ້າ ມາໃນນະຄອນຫຼວງພະນົມເປັນ ເພື່ອຮຽນສຶກສາຕໍ່ໃນຊັ້ນມັດທະຍົມຕອນຕົ້ນ ທີ່ ໂຮງຮຽນ Lycee Indra Devi. ທ່ານໄດ້ອາໄສຢູ່ ວັດ Neakavoan. ໃນປີ 1970, ກຳປູເຈຍ ໄດ້ເກີດສົງຄາມ, ເພື່ອຕອບສະໜອງຄໍາຮ້ອງຂໍຂອງເຈົ້າຊາຍ ...

Read More »

ໂຄງການກໍ່ສ້າງທາງລົດໄຟແຕ່ຊາຍແດນລາວ-ຈີນ ຄືບໜ້າ ແລະ ສໍາເລັດການວາງຄານໂຕທໍາອິດ

ໂຄງການກໍ່ສ້າງທາງລົດໄຟແຕ່ຊາຍແດນລາວ-ຈີນ ຫາ ນະຄອນຫຼວງວຽງຈັນ ມີຄວາມຍາວທັງໝົດ 409 ກິໂລແມັດ, ແລວທາງລົດໄຟທີ່ຜ່ານແຂວງອຸດົມໄຊ 126.6 ກິໂລແມັດ ໃນນີ້ປະກອບມີ 09 ສະຖານນີ,ແຕ່ໄລຍະທຳອິດແມ່ນກໍ່ສ້າງພຽງ 3 ສະຖານນີຄື: ສະຖານີເມືອງນາໝໍ້, ສະຖານີເມືອງໄຊ ແລະ ສະຖານີເມືອງງາ. ຈຸດກໍ່ສ້າງຂົວ ໃໝ່ 60 ແຫ່ງ, ຄວາມຍາວລວມ 12.695 ກິໂລແມັດ ກວມອັດຕາສ່ວນ 34.33 %ຂອງຂົວທັງໝົດ, ມີອຸມົງ 32 ອຸມົງ, ຄວາມຍາວລວມ 84,869 ແມັດ, ກວມອັດຕາສ່ວນ ເທົ່າກັບ 44.00 % ຂອງອຸໂມງທັງໝົດ. ການຈັດຕັ້ງປະຕິບັດການກໍ່ສ້າງອຸມົງທາງລົດໄຟມາຮອດປະຈຸບັນ ສາມາດສັງລວມດັ່ງນີ້: – ສັນຍາທີ່ 1 : ມີຄວາມຍາວ 35.10 Km ເລີ່ມແຕ່ ກມ 16+900 ຫາ ກມ 52+000 ສາມາດເຈາະອຸໂມງໄດ້ 20ຈຸດກໍ່ສ້າງ, ໃນຈຳນວນ 8 ອຸມົງ, ຄວາມຍາວລວມ 14,897 ...

Read More »