ນາຍົກລັດຖະມົນຕີ ກຳປູເຈຍ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຈ ຮຸນເຊນ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 5-6 ທັນວາ 2018 ນີ້

ໂດຍໄດ້ຮັບການຕ້ອນຮັບ ຈາກທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.

ໃນວັນດຽວກັນ ເວລາ 14:30 ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ພ້ອມດ້ວຍຄະນະ ຈະໄດ້ເດີນທາງໄປພົບປະກັບທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ຫຼັງຈາກນັ້ນ, ເວລາ 15:30 ຈະໄດ້ເດີນທາງໄປພົບປະກັບທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ.

ຂໍ້ມູນຈາກ: ຂປລ.

Comments