ໃນວັນທີ 29 ພະຈິກ 2018 ທີ່ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ມີພິທີເຊັນສັນຍາໃຫ້ການຊ່ວຍເຫຼືອລ້າ ເພື່ອສະໜັບສະໜູນໃຫ້ແກ່ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ (NGO) ໃນການສືບຕໍ່ຈັດຕັ້ງປະຕິບັດ “ໂຄງການສົ່ງເສີມຄວາມສະເໝີພາບບົດ ບາດ ຍິງ-ຊາຍ ໃນໂຮງຮຽນມັດທະຍົມສຶກສາ” ໃນໄລຍະສຸດທ້າຍ ປີ 2019 ຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ, ມູນຄ່າ 505.210 ໂດລາສະຫະລັດ. ລະຫວ່າງ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ ນາງ ຈິຢະ ນະງະຊິມະ ຜູ້ຮັບຜິດຊອບໂຄງການແພລນສາກົນ ຍີ່ປຸ່ນ ປະຈຳ ສປປ ລາວ (Plan International Japan) ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ. ໂຄງການດັ່ງກ່າວ ໄດ້ເນັ້ນການກໍ່ສ້າງສິ່ງອໍານວຍຄວາມສະດວກ ພາຍໃນໂຮງຮຽນມັດທະຍົມສຶກສາ ແລະ ສະໜັບສະໜູນການຮຽນຮູ້ ກ່ຽວກັບບົດບາດຂອງຍິງ-ຊາຍ ໃນແຂວງບໍ່ແກ້ວ. ໂຄງການນີ້ ແມ່ນຖືກຈັດຕັ້ງປະຕິບັດພາຍໃນ 3 ປີ ຕັ້ງແຕ່ເດືອນທັນວາ 2016 ຫາ ເດືອນພະຈິກ 2019 ແນ່ໃສ່ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ສ້າງສະພາບແວດລ້ອມ ການສຶກສາໃຫ້ດີຂຶ້ນກວ່າເກົ່າ ໃຫ້ນ້ອງນັກຮຽນແມ່ຍິງ ໂດຍສະເພາະໃນ ໂຮງຮຽນຊັ້ນມັດທະຍົມສຶກສາ 11 ແຫ່ງ ໃນເມືອງຜາອຸດົມ ແຂວງບໍ່ແກ້ວ. ສຳລັບການດຳເນີນໂຄງການ ໄລຍະທີ 1-2 ເລີ່ມປະຕິບັດແຕ່ປີ 2017-2018 ແມ່ນໄດ້ມີການສ້າງຄວາມຮູ້ ໃຫ້ແກ່ຜູ້ເຝິກອົບຮົມເລື່ອງເພດ ແລະ ເຝິກອົບຮົມເລື່ອງເພດໃຫ້ແກ່ຄູ, ຕົວແທນຜູ້ປົກຄອງ, ຜູ້ນຳສະພາສະໂມສອນນັກຮຽນ, ມີການອົບຮົມ ດ້ານການບູລະນະຮັກສາອຸປະກອນ ເຊິ່ງລວມມີ 730 ຄົນເຂົ້າຮ່ວມ ແລະ ໄດ້ສ້າງຫໍພັກໃຫ້ແກ່ 2 ໂຮງຮຽນອີກດ້ວຍ. ຂ່າວ-ພາບ: ສົມຫວັງ ...
Read More »ຂ່າວ ພາຍໃນປະເທດ
ສະເຫຼີມສະຫຼອງວັນສ້າງຕັ້ງເມືອງ ວຽງໄຊ ຖານທີ່ໝັ້ນຂອງການປະຕິວັດ ຄົບຮອບ 50 ປີ ຢ່າງຍິ່ງໃຫຍ່
ພິທີສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ແຂວງ ຫົວພັນ ຖານທີ່ໝັ້ນຂອງການປະຕິວັດ ຄົບຮອບ 50 ປີ (ວັນທີ 30 ພະຈິກ 1968 ຫາວັນທີ 30 ພະຈິກ 2018 ) ຈັດຂຶ້ນໃນຕອນແລງວັນທີ 30 ພະຈິກ 2018 ທີ່ສະ ໜາມຫຼວງເມືອງ ວຽງໄຊ. ທ່ານ ພັນຄຳ ວິພາວັນ, ຜູ້ປະຈໍາການ, ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຫົວຫນ້າຄະນະກຳມະການລະດັບຊາດເພື່ອກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ ລາຍງານວ່າ: ການຈັດງານຄັ້ງນີ້ ເພື່ອຫວນຄືນເຖິງມູນເຊື້ອ, ຄວາມປີຊາສາມາດ, ຄວາມສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໃນການນຳພາການປະຕິວັດປົດປ່ອຍຊາດ, ໂຄສະນາສຶກສາອົບຮົມພະນັກງານສະມາຊິກພັກ, ນັກຮົບ, ປະຊາຊົນບັນດາເຜົ່າ ໂດຍສະເພາະຄົນຮຸ່ນຫຼັງໃຫ້ເຂົ້າໃຈຢ່າງຈະແຈ້ງ ແລະ ເລິກເຊິ່ງເຖິງເສັ້ນທາງກ້າວເດີນອັນລະອິດລະອ້ຽວຂອງການປະຕິວັດ ແລະ ຖືເອົາການສະເຫຼີມສະຫຼອງຄັ້ງນີ້ເພື່ອຍູ້ແຮງຂະບວນການຈັດຕັ້ງປະຕິບັດນະໂຍບາຍຂອງພັກ ໂດຍສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກໃຫ້ປະກົດຜົນເປັນຈິງ. ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ຂຶ້ນກ່າວສູນທອນພົດໃນພິທີ ໂດຍໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງຊາດລາວ ແລະ ...
Read More »ປະດັບຫລຽນຄໍາ ໃຫ້ເມືອງວຽງໄຊ ເປັນເມືອງວິລະຊົນ
ໃນໂອກາດສະເຫຼີມສະຫຼອງ ເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ໃນຕອນຄໍ່າວັນທີ 30 ພະຈິກ 2018 ທ່ານ ບຸນຍັງ ວໍລະຈີດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ,ປະທານປະເທດ ແຫ່ງ ສປປ ລາວ ໄດ້ເປັນກຽດຕາງໜ້າພັກແລະລັດຖະບານ ຂຶ້ນປະດັບຫຼຽນຄໍາ ໃຫ້ເມືອງວຽງໄຊ ເປັນເມືອງວິລະຊົນ .ໂດຍທ່ານເຈົ້າເມືອງໆວຽງໄຊ ຂຶ້ນຮັບ. ຂໍ້ມູນຈາກ: ຂປລ.
Read More »ໂຄງການສ່ວນຫຼາຍ ດຳເນີນການໂດຍບໍ່ໄດ້ຜ່ານ ການສຳຫຼວດ-ອອກແບບລະອຽດ
ໃນປີ 2017 ກະຊວງ ຍທຂ ໄດ້ດຳເນີນການຈັດຕັ້ງກວດກາ ບັນດາໂຄງການກໍ່ສ້າງ ແລະ ສ້ອມແປງຂົວ-ທາງໄດ້ພົບເຫັນຈຳນວນ 18 ໂຄງການ ແລະ ຈຳນວນ 12 ໂຄງການ ໃນປີ 2018 ທີ່ມີມູນຄ່າສູງເກີນຄວາມເປັນຈິງ ເຊິ່ງລັດຖະບານ ໄດ້ດຳເນີນການແກ້ໄຂ ຢ່າງທັນການ ແລະ ສາມາດປະຢັດງົບປະມານ ຂອງລັດໄດ້ ລວມເປັນເງິນປະມານ 3.560 ຕື້ກວ່າກີບ ຫຼື ປະມານ 418 ລ້ານໂດລາສະຫະລັດ. (ຮູບປະກອບ) ການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງ ໃນໄລຍະຜ່ານມາ ເຫັນວ່າມີຄຸນນະພາບຕ່ຳ ແຕ່ມີມູນຄ່າການກໍ່ສ້າງສູງ ເກີນຄວາມເປັນຈິງ, ທັງແກ່ຍາວເວລາການກໍ່ສ້າງນັ້ນ ແມ່ນເກີດຈາກໂຄງການລົງທຶນກ່ອນ (ໂດຍບໍ່ຜ່ານການປະມູນ), ການອະນຸມັດໂຄງການສ່ວນຫຼາຍ ດຳເນີນການໂດຍບໍ່ໄດ້ຜ່ານ ການສຳຫຼວດ-ອອກແບບລະອຽດ, ການຊຳລະສະສາງຊັກຊ້າ, ລວມທັງຄວາມຮັບຜິດຊອບຂອງຜູ້ຮັບເໝົາ ແລະ ນັກວິຊາການ ຈຳນວນໜຶ່ງ ຍັງຂາດຈັນຍາບັນ ຈັນຍາທຳ ແລະ ຄວາມໂປ່ງໃສ. (ຮູບປະກອບ) ເພື່ອແກ້ໄຂບັນຫາດັ່ງກ່າວ ທາງກະຊວງ ຍທຂ ຈະໄດ້ສືບຕໍ່ຄົ້ນຄວ້າມາດຕະການແກ້ໄຂໃນຕໍ່ໜ້າ ໂດຍໄດ້ສ້າງເອກະສານ ສຶກສາອົບຮົມ ນຳພາດ້ານການເມືອງ-ແນວຄິດ ຂອງບັນດາສະມາຊິກພັກ, ພະນັກງານວິຊາການຂອງຂະແໜງ ໂຍທາທິການ ແລະ ຂົນສົ່ງ, ນັບທັງລະບຽບການຄຸ້ມຄອງ ດ້ານວິຊາສະເພາະ ແລະຈະໄດ້ສັງລວມປຶ້ມຄູ່ມືໂດຍຫຍໍ້ເນື້ອໃນທີ່ສຳຄັນ ໂດຍສະເພາະແມ່ນລາຄາຕໍ່າສຸດ ແລະ ສູງສຸດ ເພື່ອເປັນຄູ່ມືໃຫ້ແກ່ການນຳຂອງແຂວງ, ນະຄອນຫຼວງ ແລະ ສະມາຊິກສາພາແຫ່ງຊາດ ຢູ່ຂັ້ນທ້ອງຖິ່ນ ເປັນຜູ້ຕິດຕາມກວດກາຊ່ວຍ. ຂໍ້ມູນດັ່ງກ່າວຖືກລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ສະເໜີໂດຍທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ). ຮູບປະກອບຈາກອິນເຕີເນັດ
Read More »ຮອງປະທານປະເທດ ມອບເຮືອນຕອບບຸນແທນຄຸນ ໃຫ້ພະນັກງານເສຍອົງຄະ.
ພິທີມອບ-ຮັບເຮືອນຕອບບຸນແທນຄຸນໃຫ້ພະນັກງານເສຍອົງຄະ ຈັດຂຶ້ນໃນຕອນເຊົ້າວັນທີ 29 ພະຈິກ 2018 ຜ່ານມານີ້ ທີ່ບ້ານ ນາໄກ່ ເມືອງວຽງໄຊ ແຂວງຫົວພັນ ກ່າວມອບໂດຍທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ, ທ່ານ ປອ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ,ມີພາກສ່ວນກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ, ເມືອງ, ບໍລິສັດຜູ້ຮັບເໝົາ ແລະ ຄອບຄົວທີ່ໄດ້ຮັບເຮືອນເຂົ້າຮ່ວມເປັນສັກຂີພິຍານ. ໂຄງການກໍ່ສ້າງເຮືອນຕອບບຸນແທນຄຸນໃຫ້ພະນັກງານເສຍອົງຄະຄັ້ງນີ້ປະກອບມີ 5 ຫຼັງເຊິ່ງແມ່ນທຶນລະດົມຈາກຄອບຄົວທ່ານ ພັນຄຳ ວິພາວັນ ມູນຄ່າທັງໝົດ 600 ລ້ານກີບ, ແຕ່ລະຫຼັງມູນຄ່າ 120 ລ້ານກີບ, ໂດຍແມ່ນພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງເປັນຜູ້ອອກແບບໃນນາມເຈົ້າຂອງໂຄງການ. ໃນນີ້ປຸກສ້າງໃຫ້ຄອບຄົວເສຍອົງຄະຢູ່ເມືອງຊຽງຄໍ້ຈຳນວນ 3 ຫຼັງ, ເມືອງຊໍາໃຕ້ ແລະ ເມືອງວຽງໄຊເມືອງລະ 1 ຫຼັງ ຄື: ຄອບຄົວທ່ານ ຈັນທາ ບ້ານມ່ວງ, ...
Read More »ສປປ ລາວ ຈັດຢູ່ໃນອັນດັບທີ 154 ຂອງປະເທດທີ່ດໍາເນີນທຸລະກິດງ່າຍ
ໃນບົດລາຍງານ ຂອງທະນາຄານໂລກ Doing Business 2019 ເຊິ່ງຜົນການສຶກສາຄວາມງ່າຍດາຍໃນການເນີນທຸລະກິດຈໍານວນ 190 ປະເທດ ຊີ້ໃຫ້ເຫັນວ່າ ສປປ ລາວ ຍັງຄົງຢູ່ໃນອັນດັບຕໍ່າທີ່ສຸດໃນພາກພື້ນອາຊີຕາເວັນອອກ ແລະ ເຂດປາຊີຟິກ, ຄືພຽງແຕ່ຖືກຈັດໃນອັນດັບດີກວ່າ ສ ມຽນມາ (171) ແລະ ຕີມໍເລສເຕ້ (178). ແຕ່ເມືອທຽບໃສ່ປະເທດເພື່ອນບ້ານອາຊຽນ ແລະ ປະເທດຄູ່ແຂ່ງໃນພາກພື້ນແລ້ວ ສປປ ລາວ ກໍຍັງຢູ່ໃນອັນດັບທີ່ທ້າຍຢູ່ ເຊັ່ນ: ກໍາປູເຈຍ (138), ສສ ຫວຽດນາມ (69), ຣຊ ໄທ (27), ມາເລເຊຍ (15) ເຊິ່ງ ສປປ ລາວ ຖືກຈັດຢູ່ໃນອັນດັບທີ 154. ໃນ 10 ໝວດຕົວຊີ້ວັດ ມີພຽງໝວດຕົວຊີ້ວັດການຄ້າຂ້າມແດນ ທີ່ມີການປ່ຽນແປງໃນລຳດັບດີຂຶ້ນ ຄືຈາກລໍາດັບທີ 124 (2018) ມາເປັນ 76 (2019). ດັ່ງນັ້ນ ພາລະກິດຂອງບັນດາຂະແໜງການກ່ຽວຂ້ອງ ຍັງມີຫຼາຍບັນຫາທີ່ຈະຕ້ອງໄດ້ບຸກທະລຸ ເພື່ອສືບຕໍ່ປັບປຸງແວດລ້ອມການດຳເນີນທຸລະກິດໃນ ສປປ ລາວ ...
Read More »ສສຊ ປະກອບຄຳເຫັນໃສ່ບົດລາຍງານ ຂົງເຂດ ໄອຍະການ.
ໃນວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ວັນທີ 30 ພະຈິກ 2018 ພາຍໃຕ້ການເປັນປະທານຂອງ ທ່ານນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ ຊຶ່ງເປັນມື້ທີ 9 ບັນດາ (ສສຊ) ໄດ້ພ້ອມກັນສຸມໃສ່ ປະກອບຄຳຄິດຄຳເຫັນ ຕໍ່ບົດລາຍງານຂອງ ອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການເຄື່ອນໄຫວວຽກງານໄລຍະກາງສະໄໝ 2 ປີເຄິ່ງ ຂອງແຜນການ 5 ປີ (2016-2020), ວຽກງານປະຈໍາປີ 2018 ແລະ ທິດທາງແຜນການປີ 2019-2020 ແລະ ວຽກງານຈຸດສຸມ ປີ 2019 ທັງນີ້ ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ດຳເນີນໄປຢ່າງມີຜົນສຳເລັດ ແລະ ມີປະສິດທິຜົນ. ການປະກອບຄຳເຫັນໃນຄັ້ງນີ້, ບັນດາ ສສຊ ໄດ້ເນັ້ນໜັກຫຼາຍບັນຫາສໍາຄັນ ເປັນຕົ້ນການປະຕິບັດພາລະບົດບາດ ໃນການຕິດຕາມກວດກາທົ່ວໄປ ຂອງອົງການໄອຍະການ ຕໍ່ການເຄົາລົບ ແລະ ປະຕິບັດກົດໝາຍ ໃນຂົງເຂດພະນັກງານ, ທະຫານ, ຕຳຫຼວດ ເຫັນວ່າຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ, ເຊິ່ງພາໃຫ້ເກີດມີປະກົດການຫຍໍ້ທໍ້ເກີດຂຶ້ນຫຼາຍ ເຮັດໃຫ້ສັງຄົມຈົ່ມວ່າ ພະນັກງານສະມາຊິກພັກ ...
Read More »ສົມເດັດ ອັກຄະມະຫາ ເສນາ ບໍດີ ເຕໂຈ ຮຸນແຊນ ຈະຢ້ຽມຢາມ ສປປ ລາວ.
ໂດຍຕອບສະໜອງຕາມຄໍາເຊີນ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສົມເດັດ ອັກຄະມະຫາ ເສນາ ບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 5-6 ທັນວາ 2018 ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ກໍາປູເຈຍ. —————————— SPM Thongloun Sisoulith
Read More »ຄາດວ່າກາງປີ 2019 ໄຫຫີນ 999 ໜ່ວຍຈະຖືກຈົດເຂົ້າມໍລະດົກໂລກ.
ວິທະຍຸກະຈາຍສຽງແຫ່ງຊາດລາຍງານໃນວັນທີ 28 ພະຈິກ 2018 ວ່າ: (ຮູບປະກອບ) ທ່ານ ບໍ່ແສງຄໍາ ວົງດາລາ, ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ສຳພາດວ່າ: ຫຼັງຈາກທີ່ລາວເຮົາໄດ້ຍື່ນເອກະສານຕ່າງໆ ຢ່າງຄົບຖ້ວນຕໍ່ອົງການ UNESCO ເພື່ອສະເໜີເອົາໄຫຫີນຊຽງຂວາງເຂົ້າເປັນມໍລະດົກໂລກໄປແລ້ວກ່ອນໜ້ານີ້, ຫຼັງຈາກນັ້ນ ໃນຕົ້ນເດືອນ ຕຸລາ 2018 ນີ້ ອົງການດັ່ງກ່າວໄດ້ສົ່ງຄະນະວິຊາການກ່ຽວຂ້ອງມາກວດກາຕົວຈິງຢູ່ ແຂວງຊຽງຂວາງ ເປັນທີ່ຮຽບຮ້ອຍແລ້ວ. ໃນຂະນະດຽວກັນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ສົ່ງຄະນະວິຊາການກ່ຽວຂ້ອງໄປປ້ອງກັນບົດ ກ່ຽວກັບການຂໍສະເໜີ ໄຫຫີນຊຽງຂວາງເຂົ້າເປັນມໍລະດົກໂລກທີ່ນະຄອນຫຼວງປາຣີ, ປະເທດຝຣັ່ງ ຮຽບຮ້ອຍແລ້ວ, ຄາດວ່າໃນກາງປີ 2019 ອົງການ UNESCO ຈະຮັບຮອງເອົາໄຫຫີນຊຽງຂວາງ ເຂົ້າເປັນມໍລະດົກໂລກຢ່າງເປັນທາງການ ຊຶ່ງຈະກາຍເປັນມໍລະດົກໂລກແຫ່ງທີ 3 ຂອງລາວ ຖັດຈາກ ນະຄອນຫຼວງພະບາງ ແລະ ວັດພູຈຳປາສັກ. ໄຫຫີນຊຽງຂວາງ ທີ່ສະເໜີເຂົ້າເປັນມໍລະດົກໂລກຄັ້ງນີ້ ລວມມີ 999 ໜ່ວຍໃນ 11 ແຫ່ງ, ກວມເອົາ 4 ເມືອງ ...
Read More »ສາກົນ ຊ່ວຍເຫຼືອການແກ້ໄຂໄພພິບັດຢູ່ໃນລາວ ລວມມູນຄ່າ…… ເປັນມະຫາສານ
ການແກ້ໄຂໄພພິບັດຢູ່ລາວ ຮັບການຊ່ວຍເຫຼືອຈາກສາກົນ ມີມູນຄ່າມະຫາສານ ອີງຕາມບົດລາຍງານຂອງທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຕໍ່ກອງປະຊຸມສະພາ ຄັ້ງວັນທີ 27 ພະຈິກນີ້, ໃຫ້ຮູ້ວ່າ: ການຊ່ວຍເຫຼືອຂອງສາກົນໃນວຽກງານແກ້ໄຂໄພພິບັດຢູ່ລາວເຮົາ ແຕ່ວັນທີ 24 ກໍລະກົດ-18 ພະຈິກ 2018 ມີມູນຄ່າຢ່າງມະຫາສານຄື: ມີ 20 ຕື້ກີບ, 93 ລ້ານບາດ (ສະກຸນເງິນໄທ) ແລະ 14 ລ້ານໂດລາສະຫະລັດ ແລະ ໃນກອງປະຊຸມພົບປະເຈລະຈາສອງຝ່າຍລາວ-ເຢຍລະມັນ ເມື່ອເດືອນກັນຍາຜ່ານມາຊຶ່ງຝ່າຍເຢຍລະມັນກໍໄດ້ປະກາດຈະໃຫ້ການຊ່ວຍເຫຼືອຟື້ນຟູຫຼັງໄພພິບັດຕື່ມອີກ 10 ລ້ານເອີໂຣ ແລະ ຜູ້ໃຫ້ທຶນຍັງໃຫ້ຄວາມສໍາຄັນຕໍ່ວຽກງານການຟື້ນຟູຫຼັງໄພພິບັດ ໂດຍຈະເຂົ້າມາສຶກສາປະເມີນຜົນຊ່ວຍເຫຼືອຝ່າຍລາວຕື່ມອີກ ຊຶ່ງບັນຫານີ້ ຈະໄດ້ນໍາໄປປຶກສາຫາລືຮ່ວມກັນ ໃນກອງປະຊຸມການຈັດຕັ້ງປະຕິບັດຂະບວນການໂຕະມົນ ປະຈໍາປີ 2018 ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້ ທີ່ນະຄອນຫຼວງວຽງຈັນ. ນອກນີ້, ກໍໄດ້ມີການປຶກສາຫາລືສອງຝ່າຍຮ່ວກັບ ສ ເກົາຫຼີ ໃນການວາງແຜນໃຫ້ແກ່ການຊ່ວຍເຂດພື້ນທີ່ ທີ່ໄດ້ຮັບຜົນກະທົບດັ່ງກ່າວຕື່ມອີກ. ທີ່ມາ: Support Prime Minister Thongloun Sisoulith ຂໍຂອບໃຈ ...
Read More »