ຖະແຫຼງການຮ່ວມ ລະຫວ່າງ ສອງລັດຖະບານລາວ-ກຳປູເຈຍ

ໃນວັນທີ 5 ທັນວາ 2018 ພາຍຫຼັງສຳເລັດການພົບປະສອງຝ່າຍ ລະຫວ່າງ ສອງລັດຖະບານ ລາວ-ກຳປູເຈຍ, ໄດ້ມີຖະແຫຼງການຮ່ວມ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ,

ເຊິ່ງທັງສອງຝ່າຍ ຕ່າງກໍໄດ້ຢືນຢັນຄືນເຖິງຄວາມມຸ່ງໝັ້ນ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ທີ່ມີມາແຕ່ດົນນານລະຫວ່າງສອງປະເທດ ກໍຄືສອງລັດຖະບານ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ບົນພື້ນຖານເຄົາລົບອະທິປະໄຕ, ຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

ສອງຝ່າຍໄດ້ເຫັນດີ ໃຫ້ບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ສືບຕໍ່ຈັດຕັ້ງປະຕິບັດຕາມເນື້ອໃນສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງຝ່າຍໄດ້ເຊັນກັນຜ່ານມາ ໃຫ້ນັບມື້ແຕກດອກອອກຜົນຫຼາຍຂຶ້ນ, ໂດຍຜ່ານກົນໄກການຮ່ວມມືສອງຝ່າຍ ຄື: ຄະນະກໍາມະການຮ່ວມມືວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ (JC), ກໍຄື ກົນໄກຮ່ວມມືອື່ນໆ.

ພ້ອມນັ້ນ, ຍັງໄດ້ເຫັນດີເປັນເອກະພາບ ຊຸກຍູ້ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈ ຂອງການພົບປະຂອງສອງນາຍົກລັດຖະມົນຕີ ລາວ ແລະ ກຳປູເຈຍ 3 ຄັ້ງ ທີ່ຜ່ານມາ ຄື ຄັ້ງທີ 1 ຢູ່ນະຄອນຫຼວງວຽງຈັນ; ຄັ້ງທີ 2 ທີ່ພະນົມເປັນ ແລະ ຄັ້ງທີ 3 ໃນວັນທີ 13 ກັນຍາ 2018 ທີ່ນະຄອນຫຼວງຮ່າໂນ້ຍ, ໂດຍສອງຝ່າຍ ໄດ້ເປັນເອກະພາບກັນແລ້ວວ່າ: ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ເປັນລິເວນຄົງຄ້າງ ທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ.

ດັ່ງນັ້ນ, ຈຶ່ງໄດ້ເຫັນດີເປັນເອກະພາບກັນ 3 ເງື່ອນໄຂ ຄື: 1. ບໍ່ໃຫ້ມີກໍາລັງທະຫານຢູ່ໃນບໍລິເວນນີ້ 2. ບໍ່ໃຫ້ມີປະຊາຊົນອາໄສຢູ່ ຫຼື ດຳເນີນທຸລະກິດຢູ່ບໍລິເວນດັ່ງກ່າວ ແລະ 3.ໃຫ້ມີການກວດກາຮ່ວມກັນ ທັງທາງບົກ, ທາງນໍ້າ ແລະ ທາງອາກາດ. ການກວດກາຮ່ວມສອງຝ່າຍ ແມ່ນສາມາດກວດກາໂດຍການໃຊ້ກຳລັງຄົນ ຫລື ການໃຊ້ເຮືອບິນບໍ່ມີຄົນຂັບ (Drone).

ສອງຝ່າຍເຫັນດີໃຫ້ຮັກສາສະຖານະພາບເດີມ ໃນບໍລິເວນຊາຍແດນທີ່ຍັງຄົງຄ້າງ ໂດຍປາສະຈາກສິ່ງປຸກສ້າງຕ່າງໆ ທີ່ພາໃຫ້ມີການປ່ຽນແປງສະພາບບໍລິເວນດັ່ງກ່າວ, ຈົນກວ່າສອງຝ່າຍຈະສຳເລັດການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນ.

ຂອບໃຈທີ່ມາ:

Support Prime Minister Thongloun Sisoulith

ຂອບໃຈພາບຈາກ ຄໍາພັນ ວຽງຈັນທາມ

Comments