ເຊີນຮ່ວມເຝິກອົບຮົມ ຫົວຂໍ້: E-Commerce Web Design Course ສະໝັກດ່ວນມີທຶນຈຳນວນຈຳກັດ

ເຊີນສະໝັກເຂົ້າຮ່ວມເຝິກອົບຮົມສຳມະນາໃນຫົວຂໍ້: E-Commerce Web Design Course ໃນວັນທີ 17-21 ທັນວາ 2018 ທີ່ ເມືອງ ຊຽງແສນ, ແຂວງ ຊຽງລາຍ, ປະເທດໄທ.
ສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ,ສຄອ ແຫ່ງຊາດລາວ ຂໍຖືເປັນກຽດເຊີນທ່ານ ເຂົ້າຮ່ວມເຝິກອົບຮົມສຳມະນາໃນຫົວຂໍ້:. E-Commerce Web Design Course ໃນວັນທີ 17-21 ທັນວາ 2018. ຈຸດປະສົງ ເພື່ອສົ່ງເສີມນັກພັດທະນາ – ອອກແບບ ກ່ຽວກັບ e-commerce web design ລາວເຮົາໃຫ້ມີປະສົບການ ແລະ ເປີດຄວາມຄິດໃໝ່ໆພ້ອມທັງ ການສ້າງເພື່ອນຮ່ວມງານໃນຕ່າງແດນ.
 ສຳລັບເງື່ອນໄຂຜູ້ສະໝັກມີລາຍລະອຽດດັ່ງນີ້:
– ຜູ້ສະໝັກຕ້ອງມີອາຍຸ ບໍ່ເກີນ 35 ປີ
– ມີຄວາມຮູ້ໃນດ້ານການພັດທະນາ-ອອກແບບເວັບໄຊ ໃນລະດັບພື້ນຖານຂື້ນໄປ
– ມີທັກສະໃນການສ້າງເພື່ອນຮ່ວມງານຕ່າງແດນ
ໝາຍເຫດ: ທຶນມີຈຳນວນຈຳກັດ ສະໝັກມາເລີຍ ພົວພັນກັບທີມງານສູນ ແລະສົ່ງໂປຟາຍບໍລິສັດທີ່ທ່ານສັງກັດຢູ່ມາ.
ກະລຸນາແຈ້ງລາຍຊື່ & ພາສປອດ (ວັນໝົດອາຍຸກ່ອນ ສາມ ເດືອນ) ເຂົ້າຮ່ວມກ່ອນວັນທີ 09/12/2018 ນີ້.
ຕິດຕໍ່ໂທ 021 416266

ເຊີນສະມັກເຂົ້າຮ່ວມຝຶກອົບຮົມສຳມະນາໃນຫົວຂໍ້: E-Commerce Web Design Course ໃນວັນທີ 17-21 ທັນວາ 2018 ທີ່ ເມືອງ ຊຽງແສນ, ແຂວງ…

Posted by Laos SME Service Center on Sunday, December 2, 2018

Comments