ລັດຖະມົນຕີ ຮສສ ຕ້ອນຮັບປະທານກິດຕິມະສັກ ອົງການ ເອັສໂອເອັສ ສາກົນ.

ວັນທີ 4 ທັນວາ 2018 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານຄະນະກຳມະການຄຸ້ມຄອງ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ (SOS) ໄດ້ຕ້ອນຮັບ ທ່ານ ເຮວມຸດ ກຸຕິນ ປະທານກິດຕິມະສັກ ອົງການເອັສໂອເອັສ ສາກົນ, ພ້ອມດ້ວຍຜູ້ອຳນວຍການໂຄງການ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ

ເພື່ອປຶກສາຫາລື ພິທີມອບຫຼຽນກາສູງສຸດ ໃຫ້ທ່ານນາຍົກລັດຖະມົນຕີ ປະທານກິດຕິມະສັກ ຄະນະກຳມະການຄຸ້ມຄອງ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ໃນວັນທີ 9 ກຸມພາ 2019.
ໂອກາດນີ້, ທ່ານ ຄຳແພງ ໄຊສົມແພງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ເຮວມຸດ ກຸຕິນ ທີ່ໄດ້ເດີນທາງມາປຶກສາຫາລືວຽກງານສຳຄັນດັ່ງກ່າວ, ພ້ອມທັງສະແດງຄວາມຂອບອົກຂອບໃຈ ມາຍັງອົງການ ເອັສໂອເອັສ ສາກົນ ທີ່ໄດ້ໃຫ້ການສະໜັບສະໜູນ, ຮ່ວມມື ແລະ ຊ່ວຍເຫຼືອ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ຕະຫຼອດໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນສຳຄັນ ເຮັດໃຫ້ເດັກນ້ອຍລາວ ຜູ້ທີ່ດ້ອຍໂອກາດ ໄດ້ຮັບການສຶກສາຮໍ່າຮຽນທີ່ດີຂຶ້ນ.

ຂໍ້ມູນຈາກ: ຂປລ.

Comments