ລັດກຽມປັບປຸງ ການອອກໃບທະບຽນວິສາຫະກິດ ຊ້າສຸດບໍ່ໃຫ້ເກີນ 10 ວັນ ໃນຕົ້ນປີ 2019

ອີງຕາມການລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8 ຄັ້ງວັນທີ 26 ພະຈິກ 2018, ທ່ານ ນາງເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າໃຫ້ຮູ້ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປະສານກັບພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າ ແລະ ອອກນິຕິກຳ ເພື່ອຮອງຮັບການອອກທະບຽນວິສາຫະກິດຮູບແບບໃໝ່ ຕາມທີ່ກຳນົດໃນຄຳສັ່ງ ເລກທີ 02/ນຍ ລົງວັນທີ 1 ກຸມພາ 2018 ເຊິ່ງຈະຫຼຸດຂັ້ນຕອນການອອກທະບຽນວິສາກະກິດ ໃຫ້ກະທັດຫັດ, ວ່ອງໄວ ແລະ ໂປ່ງໃສ ໂດຍຕາມແຜນແມ່ນຈະເລີ່ມຈັດຕັ້ງປະຕິບັດໃນຕົ້ນເດືອນມັງກອນ 2019 ນີ້, ໂດຍໄດ້ປັບປຸງຂັ້ໜຕອນການສ້າງຕັ້ງ ແລະ ການເຄື່ອນໄຫວທຸລະກິດຢູ່ໃນ ສປປ ລາວ ໃຫ້ກະທັດຮັດລົງເຊັ່ນ:

  1. ຍົກເລີກຂັ້ນຕອນການຈອງຊື່ ແລະ ອອກໃບຮັບຮອງຊື່ວິສາຫະກິດ ໃນຂັ້ນຕອນແຈ້ງຂຶ້ນທະບຽນວິສາຫະກິດ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດແຕ່ເດືອນ ພຶດສະພາ 2018.
  2. ເລີ່ມແຕ່ວັນທີ 15 ຕຸລາ 2018 ຢູ່ນະຄອນຫຼວງວຽງຈັນ (ຢູ່ກະຊວງອຸດສາຫະກຳ ແລະ ການຄ້າ (ຄອ), ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ແລະ 9 ຕົວເມືອງໃນນະຄອນຫຼວງວຽງຈັນ) ສາມາດໄດ້ເລກປະຈຳຕົວຜູ້ເສຍອາກອນ ພ້ອມກັບໃບທະບຽນວິສາຫະກິດ.
  3. ພາຍຫຼັງໄດ້ໃບທະບຽນວິສາຫະກິດແລ້ວ ສາມາດນຳເອົາໃບທະບຽນວິສາຫະກິດ ແຈ້ງຕໍ່ພາກສ່ວນ ປກສ ເພື່ອຄວັດຕາປະທັບຂອງວິສາຫະກິດໄດ້ເລີຍ ໂດຍບໍ່ຈຳເປັນຕ້ອງມີໜັງສືສະເໜີຂໍອະນຸຍາດຄວັດຕາປະທັບຈາກກະຊວງ ອຄ ຄືຜ່ານມາ ແລະ ກະຊວງ ປກສ ກໍໄດ້ລົບລ້າງຂັ້ໜຕອຍ ການຈົດທະບຽນນຳໃຊ້ຕາປະທັບ, ມາດຕະການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດ ແຕ່ເດືອນ ມິຖຸນາ 2018 ເປັນຕົ້ນມາ. ນອກນີ້, ພາກສ່ວນ ປກສ ຍັງໄດ້ກຽມຈະກະຈາຍການຄວັດຕາປະທັບ ຈາກທີ່ມີຈຸດດຽວຢູ່ສູນກາງ ນະຄອນຫຼວງວຽງຈັນ, ໂດຍແຜນແມ່ນຈະເລີ່ມຈັດຕັ້ງປະຕິບັດເດືອນ ມັງກອນ 2019 ນີ້.
  4. ການຕິດປ້າຍຊື່ວິສະຫະກິດ ຜ່ານມາພາຍຫຼັງໄດ້ໃບທະບຽນວິສາຫະກິດແລ້ວ, ຕ້ອງຂໍອະນຸຍາດ ຈາກຂະແໜງຖະແຫຼງຂ່າວ,​ ວັດທະນະທໍາ ແລະ ທ່ອງທ່ຽວກ່ອນຈຶ່ງສາມາດຕິດຕັ້ງໄດ້ ແຕ່ປັດຈຸບັນແມ່ນພາຍຫຼັງໄດ້ໃບທະບຽນວິສາຫະກິດແລ້ວ ວິສາຫະກິດສາມາດຕິດຕັ້ງໄດ້ເລີຍ, ໂດຍເນື້ອໃນ ແລະ ຮູບແບບຕ້ອງຖືກຕ້ອງຕາມກະຊວງ ອຄ ໄດ້ກຳນົດໃຫ້.
  5. ອີກຂັ້ນຕອນໜຶ່ງທີ່ຕ້ອງປະຕິບັດໃນໄລຍະຜ່ານມາ ແມ່ນກ່ອນຂຶ້ນທະບຽນວິສາຫະກິດ, ວິສາຫະກິດຕ້ອງຈົດທະບຽນຊັບສິນກັບຂະແໜງການເງິນກ່ອນ ແຕ່ປັດຈຸບັນໄດ້ເອກະພາບກັບກະຊວງການເງິນແລ້ວ ໃຫ້ຈົດຫຼັງໄດ້ຮັບໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດ.
  • ມາດຕະການແກ້ໄຂໃນຕໍ່ໜ້າ.
  1. ຂຸ້ນຂ້ຽວສ້າງ ແລະ ປັບປຸງ ນິຕິກຳກ່ຽວກັບການຂຶ້ນທະບຽນວິສາຫະກິດ ໃນຮູບແບບໃໝ່ ທີ່ມີຂັ້ນຕອນກະທັດຮັດ, ວ່ອງໄວ ແລະ ໂປ່ງໃສໃຫ້ສຳເລັດກ່ອນກາເດືອນທັນວາ 2018 ແລະໃຫ້ໄດ້ເລີ່ມຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ໃນຕົ້ນເດືອນມັງກອນ 2019 ນີ້ ຕາມແຜນທີ່ວາງໄວ້.
  2. ການແຈ້ງຂຶ້ນທະບຽນວິສາຫະກິດໃນຕໍ່ໜ້າ ຈະລະບຸແຈ້ງໃນນິຕິກຳກ່ຽວກັບຂັ້ນຕອນ ແລະ ກຳນົດເວລາການພິຈາລະນະ, ຈຳນວນເອກະສານທີ່ຕ້ອງປະກອບ (ໃຫ້ມີຈຳນວນໜ້ອຍທີ່ສຸດເທົ່າທີ່ຈະເປັນໄປໄດ້), ກຳນົດແຈ້ງຜູ້ມີສິດເຊັນທະບຽນວິສາຫະກິດຢ່າງຕໍ່າຈຳນວນ 2 ຄົນຂຶ້ນໄປ ຢູ່ແຕ່ຫ້ອງການເຈົ້າໜ້າທີ່ທະບຽນວິສາຫະກິດ ໃຫ້ສາມາດເຊັນປ່ຽນແທນກັນໄດ້, ຮັບເອກະສານແລ້ວ ກຳນົດ ມື້ນັດໝາຍມາຮັບເອົາທະບຽນວິສາຫະກິດຢ່າງຈະແຈ້ງ ແລະ ຕ້ອງຮັບຊ້າສຸດບໍ່ເກີນ 10 ວັນລັດຖະການ, ພ້ອມນີ້, ຢູ່ຫ້ອງການເຈົ້າໜ້າທີ່ທະບຽນແຕ່ລະຈຸດ ຈະມີການຕິດປະກາດໃຫ້ຂໍ້ມູນຕ່າງໝໃຫ້ຜູ້ມາຂຶ້ນທະບຽນຊາບເຊັ່ນ: ຈຳນວນເອກະສານນທີ່ຕ້ອງປະກອບ, ຄ່າທຳນຽມ ແລະ ຄ່າບໍລິການ, ກຳນົດເວລາພິຈາລະນາ, ຜູ້ມີສິດເຊັນໃບທະບຽນວິສາຫະກິດ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງ.
  3. ກຳລັງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການອອກໃບອະນຸຍາດດຳເນີນທຸລະກິດ,​ ເຮັດແນວໃດໃຫ້ຈໍານວນກິດຈະການທີ່ຕ້ອງອອກໃບອະນຸຍາດໃຫ້ມີໜ້ອຍເທົ່າທີ່ຈະໜ້ອຍໄດ້ ແລະ ຂັ້ນຕອນຂອງການພິຈາລະນະໃຫ້ກະທັດຮັດຂຶ້ນ.
  4. ສິ່ງສຳຄັນແມ່ນການຈັດເຝິກອົບຮົມໃຫ້ພະນັກງານເຈົ້າໜ້າທີ່ທະບຽນວິສາຫະກິດຂອງຂະແໜງອຸດສາຫະກຳ ແລະ ການຄ້າ ແຕ່ສູນກາງເຖິງທ້ອງຖິ່ນ ໃຫ້ເຂົ້າໃນຢ່າງເລິກເຊິ່ງ, ລະອຽດຈະແຈ້ງຕໍ່ການອອກທະບຽນວິສາຫະກິດໃນຮູບແບບໃໝ່ ແລະ ເປັນເອກະພາບກັນໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.
  5. ກຳນົດມາດຕະການຈະແຈ້ງ ຕໍ່ພະນັກງານເຈົ້າໜ້າທີ່ທະບຽນວິສາຫະກິດ ທີ່ລະເມີດຕໍ່ວິໄນລັດຖະກອນ ເພື່ອຍົກສູງຄຸນນະພາບການໃຫ້ບໍລິການແກ່ສັງຄົມ.

Comments