ພັນທະບັດດັ່ງກ່າວ ຈະຈຳໜ່າຍຜ່ານ 3 ບໍລິສັດຫຼັກຊັບ

ກະຊວງການເງິນ (ຕາງໜ້າລັດຖະບານ) ຈະຈັດຈໍາໜ່າຍພັນທະບັດ ລັດຖະບານ ມີມູນຄ່າລວມທັງໝົດ 1.000 ຕື້ກີບ ໂດຍໄດ້ແບ່ງອອກຕາມອາຍຸການ ດັ່ງນີ້:

  • ອາຍຸ 1 ປີ, ວັນທີ 16 ທັນວາ 2019 ຄົບກຳນົດເວລາໄຖ່ຖອນ ແລະ ອັດຕາດອກເບ້ຍ 5,30%ຕໍ່ປີ.
    • ອາຍຸ 3 ປີ, ວັນທີ 16 ທັນວາ 2021 ຄົບກຳນົດເວລາໄຖ່ຖອນ ແລະ ອັດຕາດອກເບ້ຍ 6,80% ຕໍ່ປີ.
    • ອາຍຸ 5 ປີ, ວັນທີ 16 ທັນວາ 2023 ຄົບກຳນົດເວລາໄຖ່ຖອນ ແລະ ອັດຕາດອກເບ້ຍ 6,95% ຕໍ່ປີ.
    • ອາຍຸ 7 ປີ, ວັນທີ 16 ທັນວາ 2025 ຄົບກຳນົດເວລາໄຖ່ຖອນ ແລະ ອັດຕາດອກເບ້ຍ 7,10% ຕໍ່ປີ.

ການຈ່າຍດອກເບ້ຍ 2ຄັ້ງ/ປີ ຄື: ວັນທີ 16 ມິຖຸນາ ແລະ 16 ທັນວາ ຂອງແຕ່ລະປີ

ພັນທະບັດດັ່ງກ່າວ ຈະຈຳໜ່າຍຜ່ານ 3 ບໍລິສັດຫຼັກຊັບ ຄື: ບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ, ບໍລິສັດ ຫຼັກຊັບ ທຄຕລ-ກທ ຈຳກັດ ແລະ ບໍລິສັດ ຫຼັກຊັບ ລາວ-ຈີນ ຈຳກັດ.

ການຈຳໜ່າຍ ເລີ່ມແຕ່ວັນທີ 11-17 ທັນວາ 2018 (ເວລາ 8:30 ໂມງ ຫາ 15:30 ໂມງ).ທີ່ອາຄານຕະຫຼາດຫຼັກຊັບລາວ

ການອອກຈຳໜ່າຍພັນທະບັດໃນຄັ້ງນີ້ ຖືເປັນຄັ້ງທຳອິດຂອງ ສປປ ລາວ ທີ່ຈະນໍາເອົາພັນທະບັດດັ່ງກ່າວມາຈົດທະບຽນໃນຕະຫຼາດຫຼັກຊັບລາວ ສາມາດແລກປ່ຽນຊື້ – ຂາຍໄດ້ ແລະ ຖືເປັນອີກຊ່ອງທາງການລົງທຶນປະເພດໜຶ່ງທີ່ໃຫ້ຜົນຕອບແທນສະໝໍ່າສະເໝີ, ມີຄວາມສ່ຽງຕໍ່າກວ່າຊ່ອງທາງອື່ນ, ມີອາຍຸການລົງທຶນທີ່ຊັດເຈນ, ອັດຕາຜົນຕອບແທນທີ່ໜ້າສົນໃຈ ແລະ ຖືເປັນອີກທາງເລືອກໜຶ່ງໃນການກະຈາຍຄວາມສ່ຽງໃນການລົງທຶນ.

 

Comments