ບໍລິສັດເບຍລາວ ໄດ້ຮັບຫຼຽນນາມມະຍົດພັດທະນາແຫ່ງຊາດ ຈາກປະທານປະເທດ

ບໍລິສັດເບຍລາວ ຢູ່ຄູ່ກັບຄົນລາວມາໄດ້ 45 ປີ ແລ້ວ,  ເນື່ອງໃນໂອກາດງານສະເຫຼີມສະຫຼອງ ຂອງການສ້າງຕັ້ງ ບໍລິສັດເບຍລາວ ຄົບຮອບ 45 ປີ (1973 -2018) ໄດ້ຈັດງານລ້ຽງຂຶ້ນຢ່າງຍິ່ງໃຫຍ່ໃນຄໍ່າຄືນຂອງວັນສຸກ ວັນທີ 7 ທັນວາ 2018 ທີ່ຜ່ານມາ, ຢູ່ທີ່ພັດຕະຄານແກ້ວມີໄຊ, ນະຄອນຫຼວງວຽງຈັນ ແລະ ໃນມື້ທີ່ສະຫງ່າລາສີນີ້ ທ່ານ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ທ່ານ ສົມດີ ດວງດີ ກໍໃຫ້ກຽດປະດັບຫຼຽນນາມມະຍົດພັດທະນາແຫ່ງຊາດດີເດັ່ນ ໃຫ້ກັບບໍລິສັດເບຍລາວ ຂອງຂໍ້ຕົກລົງດຳລັດ ຂອງະທານປະເທດແຫ່ງ ສປປ ລາວ ທ່ານ ບຸນຍັງ ວໍລະຈິດ.

 ເນື່ອງຈາກເປັນບໍລິສັດທີ່ໄດ້ປະກອບສ່ວນຜົນງານພົ້ນເດັ່ນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕໍ່ປະເທດຊາດຢ່າງຕັ້ງໜ້າຕະຫຼອດ 45 ປີຄື: ໄດ້ມອບງົບປະມານພັນທະໃຫ້ລັດເປັນອັນດັບ 1 ຂອງປະເທດ ໃນປີ 2017 ໄດ້ມອບໃຫ້ເຖິງ  1.800 ຕື້ກີບ, ເປັນບໍລິສັດທີ່ໄດ້ຄືນກຳໄລໃຫ້ແກ່ສັງຄົມບໍ່ວ່າຈະຊ່ວຍເຫຼືອທຶນໃຫ້ການສຶກສາ, ວຽກງານກິລາ, ສາທາລະນະສຸກ, ການຈັດງານບຸນຮີດຄອງປະເພນີຂອງຊາດ ປີໜຶ່ງຫຼາຍຕື້ ເພື່ອເຮັດໃຫ້ສັງຄົມເຮົາມີຊີວິດທີ່ດີຂຶ້ນ.

ນອກນີ້, ບໍລິສັດ ຄຣາດສະເບີກ ກໍໄດ້ຮັບການປະດັບຫຼຽນໄຊນາມມະຍົດດີເດັ່ນແຫ່ງຊາດ ແລະ ທາງຄະນະຜູ້ບໍລິການບໍລິສັດເບຍລາວກໍຍັງໄດ້ຮັບການປະດັບຫຼຽນໄຊແຮງງານຊັ້ນ 1 ຈຳນວນ 4 ທ່ານຄື: ທ່ານ ກິດສະໜາ ວົງໄຊ, ທ່ານ ສູນທອນ ພົມມະຈັກ,​ ທ່ານ ສູນທອນ ສິຣິສັກ ແລະ ທ່ານ ເຮັນລິກ ເອັນເດີເຊັນ.   ພ້ອມດ້ວຍພະນັກງານບໍລິສັດເບຍລາວຫຼາຍທ່ານ ກໍໄດ້ຮັບຫຼຽນໄຊແຮງງານຊັ້ນ 2,3  ແລະ ຮັບໃບຍ້ອງຍໍ, ປະເພດບຸກຄົນດີເດັ່ນ ຈາກລັດຖະບານຕາມລຳດັບອີກດ້ວຍ.

ໃນງານຍັງໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ເຂັມມະນີພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍແຂກທີ່ເຊີນ, ບັນດາຕົວແທນຈໍາໜ່າຍເບຍລາວທົ່ວປະເທດ ແລະບັນດາລູກຄ້າ, ພະນັກງານບໍລິສັດເບຍລາວເຂົ້າຮ່ວມຫຼາຍກວ່າ 1000 ຄົນ. 

ຕະຫຼອດໄລຍະ 45 ປີ ບໍລິສັດ ເບຍລາວ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ໃນທຸກດ້ານ ຄຽງຄູ່ກັບການເຕີບໃຫຍ່ ຂະຫຍາຍຕົວຂອງປະເທດຊາດ. ປັດຈຸບັນ ບໍລິສັດໄດ້ຮ່ວມທຶນກັບຕ່າງປະເທດ ແຕ່ຢຶດໝັ້ນໃນການດຳເນີນທຸລະກິດ ພາຍໃຕ້ແນວທາງນະໂຍບາຍຂອງພັກ, ປະຕິບັດຄົບຖ້ວນຕາມລະບຽບກົດໝາຍຂອງລັດ, ສອດຄ່ອງ, ຊຸກຍູ້ ແລະ ສົ່ງເສີມຮີດຄອງປະເພນີ ອັນດີງາມຂອງ ລາວມາຕະຫຼອດ. ເຊິ່ງເປັນບໍລິສັດທີ່ປະສົມຜົນສໍາເລັດໃນການດໍາເນີນທຸລະກິດທັງພາຍໃນ ແລະ ເປັນບໍລິສັດດີເດັ່ນຢູ່ໃນເຄືອຂອງ ບໍລິສັດຄາສເບີກ ທີ່ມີຫຼາຍກວ່າ 170 ປະເທດ ແລະ ໃຫຍ່ເປັນອັນດັບ 3 ຂອງໂລກ.

 
ທ່ານ ສູນທອນ ພົມມະຈັກ, ປະທານບໍລິສັດ ເບຍລາວ ຈຳກັດ ໄດ້ກ່າວວ່າ: ບໍລິສັດ ຈະສືບຕໍ່ເຮັດໃຫ້ສຳເລັດທຸກໜ້າທີ່ວຽກງານ ໂດຍເນັ້ນເຖິງຄຸນນະພາບ ຂອງ ຜະລິດຕະພັນໃຫ້ມີຄວາມໂດດເດັ່ນ, ປັບປຸງແຜນວິທີເຮັດວຽກ ໂດຍໃຊ້ລະບົບທີ່ທັນສະໄໝ ເຂົ້າໃນການຜະລິດ ແລະ ການບໍລິການລູກຄ້າ, ສົ່ງເສີມກໍ່ສ້າງພະນັກງານວິຊາການ, ບໍລິຫານ ແລະ ອື່ນໆ ພ້ອມທັງສືບຕໍ່ປັບປຸງຊີວິດການເປັນຢູ່ຂອງ ພະນັກງານ ໃຫ້ນັບມື້ນັບດີຂຶ້ນ. ເພື່ອດຶງດູດລູກຄ້າ ແລະ ສືບຕໍ່ສ້າງຖານລູກຄ້າໃຫ້ເຂັ້ມແຂງ ຕອບສະໜອງຄວາມຕ້ອງການຂອງສັງຄົມດ້ວຍການຄິດຄົ້ນ ແລະ ອອກຜະລິດຕະພັນໃໝ່ໆຄວບຄຸມທົ່ວເຖິງທຸກກຸ່ມຄົນຜູ້ບໍລິໂພກ. ໃນຕໍ່ໜ້າກໍຈະຮ່ວມມືກັບບໍລິສັດຮ່ວມທຶນ ເພື່ອພັດທະນາຜະລິດຕະພັນໃຫ້ມີຄຸນນະພາບຫຼາກຫຼາຍກວ່າເກົ່າ.

      

 

Comments