ສສກ ກວດຜ່ານ-ຮັບຮອງຫຼັກສູດ, ປຶ້ມແບບຮຽນ ແລະ ຄູ່ມືແບບໃໝ່.

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ເປີດກອງປະຊຸມກວດຜ່ານ ແລະ ຮັບຮອງຫຼັກສູດ, ປື້ມແບບຮຽນ ແລະ ປື້ມຄູ່ມືຄູຊັ້ນປະຖົມສຶກສາປີທີ 1 ກຽມນຳໃຊ້ໃນສົກຮຽນ 2019-2020. ໂຄງການດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນໂດຍລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ.

ໃນວັນທີ 4-6 ທັນວາ 2018 ຜ່ານມາ ທີ່ເຮືອນພັກຄູນຊັບ (ທ່າລາດ) ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ. ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ເຄທີ ສະມິດ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ, ມີບັນດາຜູ້ອຳນວຍການ-ຮອງອຳນວຍການສູນ, ຜູ້ອຳນວຍການວິທະຍາໄລ, ຊ່ຽນຊຽນຈາກປະເທດອົດສະຕຣາລີ, ຫົວໜ້າ-ຮອງຫົວໜ້າພະແນກ, ຄະນະບໍດີຈາກມະຫາວິທະຍາໄລແຫ່ງຊາດ, ຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານ ແລະ ວິຊາການ ຈາກຂະແໜງການສຶກສາທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ປອ. ອ່ອນແກ້ວ ນວນນະວົງ ໄດ້ກ່າວເປີດກອງປະຊຸມ ພ້ອມທັງກ່າວໃຫ້ຮູ້ເຖິງຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້, ແມ່ນເພື່ອກວດຜ່ານ ແລະ ຮັບຮອງຫຼັກສູດ, ປື້ມແບບຮຽນ ແລະ ປື້ມຄູ່ມືຄູວິຊາພາສາລາວ, ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ, ຄຸນສົມບັດສຶກສາ, ພະລະສຶກສາ, ສິລະປະກຳ, ຫັດຖະກຳ ແລະ ສິລະປະດົນຕີ ຂອງຊັ້ນປະຖົມສຶກສາປີທີ 1 ທີ່ຈະນຳໃຊ້ໃນສົກຮຽນ 2019-2020.

ທ່ານຍັງໄດ້ຮຽກຮ້ອງໃຫ້ ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຈິງໃຈ, ກົງໄປກົງມາ ປະກອບຄໍາເຫັນຮັບຮອງຫຼັກສູດ, ປື້ມແບບຮຽນ ແລະ ປື້ມຄູ່ມືຄູ ວ່າຈະນຳໃຊ້ໄດ້ຫຼືບໍ່ ? ແລະ ການປະກອບຄໍາເຫັນກັບລາຍລະອຽດຕ່າງໆຂອງຫຼັກສູດ, ປື້ມແບບຮຽນ ແລະ ປື້ມຄູ່ມືຄູ ເປັນຕົ້ນດ້ານເນື້ອໃນ, ການນຳໃຊ້ຄຳສັບພາສາ, ວິທີນຳສະເໜີ, ອົງປະກອບ ແລະ ອື່ນໆ ກ່ອນທີ່ຈະນຳໄປໃຊ້ໃນສົກຮຽນຕໍ່ໜ້າທີ່ຈະມາເຖິງນີ້.

ທ່ານ ນາງ ເຄທີ ສະມິດ ກໍໄດ້ກ່າວຍິນດີທີ່ສຸດໃນການມີສ່ວນຮ່ວມຄັ້ງນີ້ ແລະ ກອງປະຊຸມນີ້ ເປັນກອງປະຊຸມທີ່ສຳຄັນ ຕໍ່ນ້ອງໆຫຼາຍຄົນຈະໄດ້ເຫັນ ແລະ ນຳໃຊ້ຫຼັກສູດ, ປື້ມແບບຮຽນ ແລະ ປື້ມຄູ່ມືແບບໃໝ່. ລັດຖະບານອົດສະຕຣາລີ ມີຄວາມຍິນດີຫຼາຍທີ່ໄດ້ເຮັດວຽກຮ່ວມກັບກະຊວງສຶກສາທິການ ແລະ ກິລາ ໂດຍສະເພາະສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ ໃນການພັດທະນາ ຫຼື ປັບປຸງຫຼັກສູດຊັ້ນປະຖົມ, ເຊິ່ງການພັດທະນາຫຼັກສູດດັ່ງກ່າວຮອດຈຸດນີ້ ແມ່ນໄດ້ມີຄວາມພ້ອມທີ່ຈະສະເໜີຕໍ່ຄະນະກຳມະການ ຮັບຮອງຫຼັກສູດສື່ການຮຽນການສອນ. ໂດຍທາງພວກເຮົາຮູ້ດີວ່າ ທາງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ເຮັດວຽກຢ່າງໜັກກວ່າຈະມາຮອດຈຸດນີ້ ທີ່ໄດ້ມີຫຼັກສູດການຮຽນການສອນ ທີ່ສາມາດນຳມາຜ່ານໃນກອງປະຊຸມໃນມື້ນີ້.

ແຕ່ຢ່າງໃດກໍຕາມ, ພວກເຮົາເຂົ້າໃຈ ການພັດທະນາຫຼັກສູດຂັ້ນຕອນທຳອິດ ແມ່ນມີຄວາມສຳຄັນ ແລະ ຂັ້ນຕອນທີ 2 ກໍເປັນສິ່ງທີ່ສຳຄັນອັນໜຶ່ງ ໃນການພັດທະນາຂໍ້ມູນທີ່ມີຄຸນນະພາບ ເພາະວ່າຄູຈະເປັນຜູ້ຮັບປະກັນວ່າ ຫຼັສູດດັ່ງກ່າວຈະສາມາດນຳໃຊ້ແລ້ວ ເປັນປະໂຫຍດຕໍ່ການຮຽນເດັກນ້ອຍ ແລະ ຈະມີຜົນຕໍ່ການສຶກສາເດັກນ້ອຍ.

ສະນັ້ນ, ການທີ່ຈະຮັບປະກັນວ່າ ຄູຈະໄດ້ຮັບການສະໜັບສະໜູນຢ່າງເໝາະສົມ ແລະ ມີລະບົບນະໂຍບາຍທີ່ຈະໄປຊ່ວຍຄູ ໃນການປະຕິບັດຫຼັກສູດນັ້ນ ແມ່ນສິ່ງສຳຄັນຂອງຂັ້ນຕອນຕໍ່ໄປ.

ຂອບໃຈຂໍ້ມູນຈາກ: ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ.

Comments