ແຈ້ງການ!!! ເຖິງ 80 ວິສາຫະກິດໃນລາວ ໃຫ້ສົ່ງເອກະສານລາຍງານການເງິນ ດ່ວນ….

ແຈ້ງການຈາກກະຊວງການເງິນ ນະຄອນຫລວງວຽງຈັນ ລົງ ວັນທີ 11/12/2018

ວ່າດ້ວຍເລື່ອງ ການສົ່ງເອກະສານລາຍງານການເງິນ (ບົດສະຫຼຸບບັນຊີ) ປະຈຳປີ 2017

ຫ້ອງການກະຊວງການເງິນ ຂໍແຈ້ງເຕືອນມາຍັງທ່ານວ່າ: ເພື່ອປະຕິບັດຕາມ ມາດຕາ 48 ຂອງກົດໝາຍວ່າດ້ວຍການບັນຊີ ແລະ ມາດຕາ 21 ຂອງຄຳແນະນຳວ່າດ້ວຍການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການບັນຊີ ເຊິ່ງໄດ້ກຳນົດໃຫ້ຫົວໜ່ວຍຖືບັນຊີວິສາຫະກິດ ຕ້ອງສົ່ງເອກະສານລາຍງານການເງິນ  ພາຍໃນກຳນົດເວລາ 3  ເດືອນ ນັບແຕ່ມື້ປິດບັນຊີປະຈຳປີ ໃຫ້ຂະແໜງການເງິນ (ກົມບັນຊີ ແລະ ກົມສ່ວຍສາອາກອນ) ເພື່ອຄຸ້ມຄອງ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານບັນຊີ ຫຼື ການຖືບັນຊີ ພ້ອມທັງເພື່ອຄຸ້ມຄອງ ແລະ ກວດກາທາງດ້ານສ່ວຍສາອາກອນ. ຜ່ານການກວດກາໃນຕົ້ນປີ 2018 ຮອດປັດຈຸບັນ ຍັງມີບໍລິສັດທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງກົມສ່ວຍສາອາກອນ ທີ່ບໍ່ທັນສົ່ງເອກະສານລາຍງານການເງິນ ຈຳນວນ 80 ບໍລິສັດ ແລະ ບໍລິສັດສົ່ງເອກະສານລາຍງານການເງິນແລ້ວ ແຕ່ບໍ່ມາພົວພັນສະໜອງຂໍ້ມູນ ໃຫ້ກົມບັນຊີ ຈຳນວນ 25 ບໍລິສັດ ດັ່ງນີ້:

Comments