ການນຳແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ

ເນື່ອງໃນໂອກາດວັນເກີດ ຂອງປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບ ຮັກຂອງປວງຊົນລາວທັງຊາດ ຄົບຮອບ 98 ປີ, ໃນຕອນເຊົ້າຂອງວັນທີ 12 ທັນວາ 2018 ຜ່ານມານີ້, ຄະນະນຳ ຂັ້ນຕ່າງໆຂອງແຂວງສະຫວັນນະເຂດ

ນຳໂດຍທ່ານ ສັນຕິພາບ ພົມວິຫານ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າ ແຂວງສະຫວັນນະເຂດ ພ້ອມດ້ວຍບັນດາພາກລັດ-ເອກະຊົນ, ຊັ້ນຄົນຕ່າງໆ, ກຳລັງ ປກຊ -ປກສ ໄດ້ ພ້ອມກັນນຳເອົາກະຕ່າດອກໄມ້ມາວາງທີ່ ອະນຸສາວະລີ ປະທານໄກສອນ ພົມວິຫານ ແລະ ໄດ້ຈູດທູບບູຊາ ຢູ່ອະນຸສອນສະຖານ ບ້ານໄຊຍະພູມ ທັງນີ້ກໍເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ຈາລຶກ-ຄຸນງາມຄວາມດີ ຕໍ່ອະດີດຜູ້ນຳທີ່ເປັນວິລະບູລຸດແຫ່ງ ຊາດລາວ ແລະ ເປັນຜູ້ນຳທີ່ ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເປັນນັກຮົບປະຕິວັດຜູ້ດີເດັ່ນ ເປັນຜູ້ຮັກຊາດທີ່ຍິ່ງໃຫຍ່ບໍ່ຍອມເປັນຂ້ອຍຂ້າຂອງ ຊາດອື່ນ ເປັນລູກຫຼານຜູ້ປະເສີດ ຂອງປະຊາຊົນລາວ ແລະ ເປັນຜູ້ ກໍ່ຕັ້ງພັກປະຊາຊົນປະຕິວັດ ລາວ.

ຂໍ້ມູນຈາກ: ຂ່າວ ສະຫວັນພັດທະນາ.

Comments