ປະກາດເລື່ອນຊັ້ນທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ເປັນພົນເອກ

ພິທີປະກາດເລື່ອນຊັ້ນນາຍທະຫານຂັ້ນສູງ ຊັ້ນພົນໂທ ຂຶ້ນເປັນພົນເອກ ໄດ້ຈັດຂຶ້ນທີ່ກະຊວງປ້ອງກັນປະເທດ ເປັນກຽດເຂົ້າ ຮ່ວມຂອງ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ມີຄະນະນໍາກະຊວງປ້ອງກັນປະເທດເຂົ້າຮ່ວມ.

ໃນພິທີ ທ່ານ ທອງຈັນ ໂຂງພູມຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຂຶ້ນຜ່ານລັດຖະດໍາລັດຂອງປະທານປະເທດວ່າ: ອີງຕາມລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປັບປຸງປີ 2015 ມາດຕາ 67 ຂໍ້ 6 ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງ ທັບປະຊາຊົນ ປະຕິວັດລາວ ສະບັບປັບປຸງປີ 2018 ແລະ ອີງຕາມໜັງສືສະເໝີຂອງນາຍົກລັດຖະມົນຕີ ສະບັບເລກທີ 161/ນຍ ລົງວັນທີ 23 ພະຈິກ 2018 ດັ່ງນັ້ນປະທານປະເທດແຫ່ງ ສປປ ລາວ ຈຶ່ງໄດ້ອອກລັດຖະດຳລັດເລກທີ 317/ ປປທ ລົງວັນທີ 10 ທັນວາ 2018 ວ່າດ້ວຍການເລື່ອນຊັ້ນນາຍທະຫານຊັ້ນພົນໂທ ຂຶ້ນຊັ້ນພົນເອກ ເຊິ່ງໃນລັດຖະດໍາລັດໄດ້ລະບຸວ່າມາດຕາ 1 ຕົກລົງເລື່ອນຊັ້ນທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຂຶ້ນຊັ້ນພົນເອກ.

ຂອບໃຈຂໍ້ມູນຈາກເ ເຟສບຸກວຽງຈັນໃໝ່

Comments