ລັດຖະມົນຕີ ກະຊວງສາທາ ສະເໜີຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 13 ທັນວາ 2018 ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສະເໜີຮ່າງກົດ ໝາຍວ່າດ້ວຍການປະກັນສຸຂະພາບ ເຊິ່ງເປັນກົດໝາຍສ້າງໃໝ່.

  ທ່ານ ໄດ້ຍົກໃຫ້ເຫັນເຖິງຈຸດປະສົງ ຂອງການສ້າງກົດໝາຍດັ່ງກ່າວ, ແມ່ນເພື່ອເຮັດໃຫ້ວຽກງານປະກັນສຸຂະພາບ ໄດ້ຮັບການຄຸ້ມຄອງດ້ວຍກົດໝາຍ ຕາມແນວທາງນະໂຍບາຍຂອງພັກ ກ່ຽວກັບການສ້າງລັດຄຸ້ມຄອງດ້ວຍກົດໝາຍ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວເປັນລະບົບ, ມີຄຸນນະພາບ ແລະ ມີປະສິດທິຜົນ ແນໃສ່ໃຫ້ພົນລະເມືອງລາວ ໄດ້ຮັບການປະກັນສຸຂະພາບ, ເຂົ້າເຖິງການບໍລິການປິ່ນປົວຢ່າງສະເໝີພາບ, ເປັນທຳ ແລະ ທົ່ວເຖິງສາມາດ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ.

ຂອບໃຈຂໍ້ມູນຈາກ: ຂປລ.

Comments