ສສຊ ພິຈາລະນາ ຮ່າງກົດໝາຍວ່າດ້ວຍ ຄວາມປອດໄພຈາກລັງສີ

ພາຍຫຼັງທີ່ຄະນະຮັບຜິດຊອບຮ່າງກົດໝາຍ ວ່າດ້ວຍຄວາມປອດໄພຈາກລັງສີ, ໄດ້ມີການນໍາໄປປຶກສາຫາລືຢ່າງລະອຽດ ຖີ່ຖ້ວນໃນກອງປະຊຸມເປີດກວ້າງ ທັງລະດັບວິຊາການ, ການທາບທາມ ປະກອບຄຳຄິດຄຳເຫັນ ຈາກບັນດາກະຊວງ, ຂະແໜງການທັງພາກລັດ ແລະ ພາກທຸລະກິດ ທີ່ກ່ຽວຂ້ອງ ຢູ່ສູນກາງ ແລະ ທ້ອງຖິ່ນ ເປັນທີ່ຮຽບຮ້ອຍແລ້ວ ກໍໄດ້ນໍາສະເໜີຜ່ານ ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 14 ທັນວາ 2018 ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ.


ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ໃຫ້ຮູ້ວ່າ: ການສ້າງຮ່າງກົດໝາຍນີ້ ມີຈຸດປະສົງເປົ້າໝາຍ ເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ເພື່ອຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານຄວາມປອດໄພຈາກລັງສີ ເພື່ອໃຫ້ວຽກງານດັ່ງກ່າວ ດໍາເນີນຢ່າງຖືກຕ້ອງຕາມມາດຕະຖານເຕັກນິກ-ວິຊາການ ແລະ ຮັບປະກັນຄວາມປອດໄພ ແນໃສ່ປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ, ທັງເປັນການປະຕິບັດພັນທະໃນນາມເປັນປະເທດພາຄີ ຂອງສົນທິສັນຍາສາກົນ ເພື່ອສ້າງຄວາມສາມາດໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຢ່າງເປັນເຈົ້າການ ຕາມແນວທາງນະໂຍບາຍ ຂອງພັກ-ລັດວາງອອກ.

ຂໍ້ມູນຈາກ: ຂປລ.

 

 

 

Comments