ປະທານປະເທດ ຮຽກຮ້ອງຜູ້ຊົງຄຸນວຸດທິ ຮ່ວມກັນປົກປັກຮັກສາປະເທດຊາດ ເປັນເຈົ້າການປະຕິບັດສິດ ແລະ ພັນທະພົນລະເມືອງລາວ

ໃນໂອກາດກອງປະຊຸມຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວປະເທດຄັ້ງທີ III ປີ 2018 ໃນວັນທີ 13 ທັນວາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເປັນກຽດໂອ້ລົມຕໍ່ກອງປະຊຸມ, ຊຶ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາທ່ານຜູ້ຊົງຄຸນວຸດທິ ທີ່ໄດ້ມາຮ່ວມກອງປະຊຸມອັນມີຄວາມໝາຍສໍາຄັນນີ້.

ພ້ອມນີ້, ທ່ານໄດ້ຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງ ແລະ ເປັນຫ່ວງເປັນໃຍຕໍ່ພີ່ນ້ອງບັນດາເຜົ່າ, ຊັ້ນຄົນ, ເພດ, ໄວທົ່ວປະເທດ ກໍຄື ພີ່ນ້ອງລາວຢູ່ຕ່າງປະເທດ.
ບາງຕອນສຳຄັນໃນບົດໂອ້ລົມ ຂອງ ທ່ານປະທານປະເທດ ໄດ້ກ່າວວ່າ: ກອງປະຊຸມຄັ້ງທີ III ນີ້, ເປັນສັນຍາລັກແຫ່ງຄວາມຕັດສິນໃຈ ເພີ່ມທະວີຄວາມສາມັກຄີປອງດອງບັນດາເຜົ່າບັນດາຊັ້ນຄົນ ກໍຄື ຄວາມສາມັກຄີປອງດອງ ລະຫວ່າງຄົນລາວທີ່ຮັກຊາດ ຢູ່ພາຍໃນປະເທດ ແລະ ຢູ່ຕ່າງ ປະເທດ.

ຄວາມສາມັກຄີປອງດອງທີ່ສະແດງອອກນີ້, ເປັນຄໍາຕອບທີ່ຈະແຈ້ງເຖິງການຕັດສິນໃຈຮ່ວມພະລັງ ໃນການສ້າງສາ ພັດທະນາປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາ,

ພ້ອມທັງເຊື່ອໝັ້ນຢ່າງແນວແນທີ່ສຸດວ່າ ນີ້ຄືປັດໄຈຄໍ້າປະກັນໃຫ້ພວກເຮົາມີກໍາລັງແຮງ ເພື່ອສືບຕໍ່ນໍາພາປະເທດຊາດ ສູ່ຄວາມຈະເລີນວັດທະນາຕໍ່ໆໄປ; ປະເທດຊາດຢືນຕໍ່ໜ້າສິ່ງທ້າທາຍໃໝ່ ໃນການພັດທະນາ, ທຸກພາກສ່ວນເສດຖະກິດ, ທຸກຊຸມຊົນໃນຊົນນະບົດ, ທຸກກໍາລັງເສດຖະກິດ-ສັງຄົມໃນຕົວເມືອງ ແລະ ທຸກຊັ້ນຄົນໃນບັນດາເຜົ່າ ລ້ວນແຕ່ມີບົດບາດສໍາຄັນ ແລະ ຕ້ອງໄດ້ຮັບການເສີມຂະຫຍາຍຢ່າງສຸດຂີດ.

ອົງການ ຈັດຕັ້ງແນວລາວສ້າງຊາດແຕ່ລະຂັ້ນມີບົດບາດ ເປັນບ່ອນເຕົ້າໂຮມ, ປຶກສາຫາລືທັງເປັນຂົວຕໍ່ ລະຫວ່າງຜູ້ຊົງຄຸນວຸດທິ ກັບບັນດາອົງການຈັດຕັ້ງຂອງພັກ ແລະ ລັດ ຢູ່ໃນແຕ່ລະຂັ້ນ.

ກອງປະຊຸມພົບປະຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວປະເທດຄັ້ງທີ III ປີ 2018 ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ມີຮອງປະທານສະພາແຫ່ງຊາດ, ບັນດາຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວປະເທດ, ຜູ້ແທນຄົນເຊື້ອຊາດລາວ ຢູ່ຕ່າງປະເທດ, ພ້ອມດ້ວຍແຂກທັງພາຍໃນ ແລະ ຕ່າງປະເທດ 600 ກວ່າທ່ານ ເຂົ້າຮ່ວມ.

ຂອບໃຈຂໍ້ມູນຈາກ: ຂປລ.

Comments