ທ່ານ ທອງລຸນ ສີສຸລິດ ຈັດງານລ້ຽງຕ້ອນຮັບທ່ານ ປຣະຍຸດ ຈັນໂອຊາ ພ້ອມຄະນະ

ຕອນຄໍ່າຂອງວັນທີ 13 ທັນວາ 2018 ທີ່ນະຄອນຫຼວງວຽງຈັນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ຄະນະ ໄດ້ຈັດງານລ້ຽງອາຫານຄໍ່າ ຕ້ອນຮັບ  ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ພ້ອມຄະນະ ທີ່ໄດ້ເດີນທາງມາຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( JCR ) ຄັ້ງທີ 3.

ຂອບໃຈພາບຈາກເຟສບຸກ ກົດໝາຍລາວ.

Comments