ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ວັນທີ 13 ທັນວາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( JCR ) ຄັ້ງທີ 3.


ໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ທີ່ໄດ້ນຳພາຄະນະ ເດີນທາງມາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນ ສອງຊາດ ລາວ-ໄທ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ໄປມາຫາສູ່ເຊິ່ງກັນ ແລະ ກັນ ໃນອາ ນາຄົດ ແລະ ຍາວນານ.

ພ້ອມນີ້, ທ່ານ ບຸນຍັງ ວໍລະຈິດ ຍັງໄດ້ອວຍພອນໃຫ້ທ່ານນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈົ່ງປະສົບຜົນສຳເລັດ ໃນການເຂົ້າຮ່ວມກອງປະຊຸມດັ່ງກ່າວ, ພ້ອມສະແດງຄວາມຫວັງວ່າ ການເດີນທາງມາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ຈະເປັນການປະກອບສ່ວນຮັດແໜ້ນ ການພົວພັນຮ່ວມມືໃນທຸກຂົງເຂດວຽກງານ ລະຫວ່າງ ສອງປະເທດ ໃຫ້ແໜ້ນແຟ້ນຍຶ່ງຂຶ້ນ.

ຊີວະປະຫວັດຫຍໍ້

ຊື່: ພົນເອກ ປຣະຍຸດ ຈັນໂອຊາ
ວັນເດືອນປີເກີດ: 21 ມີນາ 1954
ພັນລະຍາ: ຮອງສາດສະດາຈານ ນາຣາພອນ ຈັນໂອຊາ
ລູກ: ລູກສາວ 02 ຄົນ
ປະຫວັດການສຶກສາ:
1971 ໂຮງຮຽນກຽມທະຫານ (ລຸ້ນທີ 12)
1976 ຈົບປະລິນຍາຕີ ດ້ານວິຊາວິທະຍາສາດ, ໂຮງຮຽນນາຍຮ້ອຍ ພຣະຈຸນລະຈອມເກຣົ້າ (ລຸ້ນທີ 23)
1976 ຈົບຫຼັກສູດນາຍຮ້ອຍ (ລຸ້ນທີ 51)
1981 ຈົບຫຼັກສູດນາຍພັນ (ລຸ້ນທີ 34)
1985 ຈົບຫຼັກສູດຫຼັກ ປະຈຳ ໂຮງຮຽນເສນາທິການທະຫານບົກ (ລຸ້ນທີ 63)
2007 ຈົບວິທະຍາໄລປ້ອງກັນຊາດ
ປະຫວັດການເຮັດວຽກ:
1990 ຜູ້ບັງຄັບກອງພັນທະຫານຮາບ ທີ 2, ກົມທະຫານບົກ ທີ 21 ຮັກສາພຣະອົງ
1998 ຜູ້ບັງຄັບການກົມທະຫານຮາບ ທີ 21 ຮັກສາພຣະອົງ
2003 ຜູ້ບັນຊາການກອງພົນທະຫານຮາບ ທີ 2 ຮັກສາພຣະອົງ
2006 ແມ່ທັບ ພາກທີ 1
2008 ເສນາທິການທະຫານບົກ
2009 ຮອງຜູ້ບັນຊາການທະຫານບົກ
2010 ຜູ້ບັນຊາການທະຫານບົກ
2014 ຫົວໜ້າຄະນະຮັກສາຄວາມສະຫົງບແຫ່ງຊາດ ແລະ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ.

ຂອບໃຈຂໍ້ມູນຂ່າວແລະພາບຈາກ: ຂປລ.

Comments