ສະພາແຫ່ງຊາດ ຕ້ອງການລັດຖະກອນໃໝ່ 10 ຕໍາແໜ່ງດັ່ງນີ້….

ຄະນະເລຂາທິການສະພາແຫ່ງຊາດ ກົມຈັດຕັ້ງ-ພະນັກງານ ອອກແຈ້ງການໃນວັນທີ 2 ເມສາ 2019 ເລື່ອງ: ການເປີດຂາຍແບບຟອມສະໝັກ ເຂົ້າເປັນລັດຖະກອນ ປະຈໍາປີ 2019. ແຈ້ງເຖິງບັນການັກສຶກສາ ຫຼື ບຸກຄົນທີ່ຕ້ອງການສະໝັກເຂົ້າເປັນລັດຖະກອນຂອງ ສະພາແຫ່ງຊາດ ຮັບຊາບວ່າ ສະພາແຫ່ງຊາດ ຈະເປີດຂາຍແບບຟອມສະໝັກ ເພື່ອສອບເສັງເຂົ້າເປັນລັດຖະກອນ ຂອງສະພາແຫ່ງຊາດ ປະຈໍາປີ 2019 ໃນວັນສຸກທີ 5 ເມສາ 2019 ທີ່ສະພາແຫ່ງຊາດ ຕາມຕໍາແໜ່ງດັ່ງນີ້:

1.ເສດຖະສາດທົ່ວໄປ
2.ການບໍລິຫານໂຮງແຮມ-ການທ່ອງທ່ຽວ
3.ຊ້າງເຕັກນິກໄຟຟ້າ

4.ບໍລິຫານຫ້ອງການ ຫຼື ເລຂານຸການ
5.ອັກສອນສາດ ( ອັງກິດ, ຈີນ, ຫວຽດນາມ )
6.ກົດໝາຍຍຸຕິທໍາ

7.ກໍ່ສ້າງ-ຂົວທາງ
8.ການຈັດຕັ້ງສິ່ງແວດລ້ອມ
9.ບັນຊີແຫ່ງຊາດ
10.ຊົນເຜົ່າວິທະຍາ ຫຼື ປະຫວັດສາດມະນຸດວິທະຍາ.

Comments