ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ ຕ້ອນຮັບຫົວໜ້າການບິນກອງທັບເຮືອ ຣັດເຊຍ.

ໃນວັນທີ 2 ເມສາ 2019 ຜ່ານມານີ້ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງຄະນະການບິນກອງ ທັບເຮືອແຫ່ງ ສ.ຣັດເຊຍ ເຊິ່ງ ນໍາໂດຍ ທ່ານ ພົນຈັດຕະວາ ໂກຊິນ ອີໂກຣີ ຫົວໜ້າການ ບິນກອງທັບເຮືອ ແຫ່ງ ສ.ຣັດ ເຊຍ ພ້ອມດ້ວຍຄະນະຢູ່ສະໂມສອນຫ້ອງວ່າການກະຊວງປ້ອງ ກັນປະເທດ ເນື່ອງໃນໂອກາດ ທີ່ຄະນະເດີນທາງມາເຮັດວຽກຢູ່ລາວ ໃນລະຫວ່າງວັນທີ 1-5 ເມສາ.

ໂອກາດນີ້ ທ່ານ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ເຕັມໄປດ້ວຍໄມ້ຕີຈິດມິດຕະພາບ ແລະ ຕີລາຄາສູງຕໍ່ ທ່ານ ພົນຈັດ ຕະວາ ໂກຊິນ ອີໂກຣີ ພ້ອມດ້ວຍ ຄະນະທີ່ໄດ້ເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງຈະເປັນການປະ ກອບສ່ວນເສີມສ້າງສາຍພົວພັນ ການຮ່ວມມືລະຫວ່າງສອງຊາດ, ສອງກອງທັບລາວ-ຣັດເຊຍ ທີ່ມີມາແຕ່ດົນນານໄດ້ຮັບການ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.

ທ່ານ ພົນຈັດຕະວາ ໂກຊິນ ອີໂກຣີ ກໍໄດ້ສະແດງຄວາມຂອບ ໃຈຕໍ່ສະຫາຍ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນເຕັມໄປດ້ວຍໄມຕີຈິດມິດຕະພາບ, ພ້ອມທັງໄດ້ກ່າວລາຍ ງານເຖິງຈຸດປະສົງຂອງການ ເດີນມາຢ້ຽມຢາມຂອງຄະນະໃນຄັ້ງນີ້ ແລະ ໄດ້ລາຍງານສະພາບ ຂອງການພົບປະສອງຝ່າຍລະຫວ່າງຄະນະຜູ້ແທນຝ່າຍລາວ ແລະ ຝ່າຍຣັດເຊຍ ທັງນີ້ກໍເພື່ອ ສືບຕໍ່ຈັດຕັ້ງຜັນຂະຫຍາຍໝາກ ຜົນການພົວພັນຮ່ວມມືຂອງສອງກອງທັບໃຫ້ປະກົດຜົນເປັນຈິງ.

ພາບ-ຂ່າວ: ນສພ ກອງທັບ

Comments