ຊົມເຊີຍ!! ຊາວຫລວງພະບາງ ປະກາດໂຮມເງິນແປງຂົວນໍ້າຄານເກົ່າທີ່ຊຸດໂຊມ

ຂົວນໍ້າຄານເກົ່າ ນະຄອນຫຼວງພະບາງ ກໍາລັງຈະໄດ້ຮັບການບູລະນະສ້ອມແປງຄືນ ຄາດຄະເນສ້ອມແປງໃນວັນ ພຸດ ວັນທີ 10 ເມສາ 2019 ດ້ວຍການສ້າງຂະບວນອອກແຮງງານ ຂອງ ຊາວໜຸ່ມພະແນກ ໂຍທາທິການ ຂົນສົ່ງ ສົມທົບ ຊາວໜຸ່ມແຂວງ ແລະ ໂຍທານະຄອນຫຼວງພະບາງ

ໂດຍໄດ້ຮັບການຊຸກຍູ້ອຸປະຖໍາຊ່ວຍເຫຼືອຈາກໝູ່ເພື່ອນຍາດມິດສະຫາຍ ແລະ ນັກທຸລະກິດ ຊາວຫຼວງພະບາງ ຜູ້ມີຈິດໃຈເອື້ອເຟື້ອເພື່ອແຜ່ ຊ່ວຍເຫຼືອສັງຄົມ ລວມມູນຄ່າການສ້ອມແປງໃນຄັ້ງນີ ປະມານ 30 ລ້ານ ກີບ ປັດຈຸບັນມີຜູ້ອຸປະຖໍາສົມທົບທຶນແລ້ວ ຈໍານວນໜຶ່ງ

 

ທ່ານໃດຕ້ອງການຊຸກຍູ້ອຸປະຖໍາຕື່ມ ຕິດຕໍ່ຫາ 020 99666666 ຊື່ ສາລິກາ ພົນປະເສີດ ຫຼື ໂອນເງີນເຂົ້າບັນຊີ 050120000035565001 ຈະປິດຮັບເງີນຊຸກຍູ້ໃນຄັ້ງນີ້ 8 ເມສາ 2019 ຫຼື ໄດ້ເງີນຄົບຕາມແຜນທີ່ວາງໄວ້

Comments