ທະນາຄານເອີຣົບ ໃຫ້ທຶນຊ່ວຍເຫຼືອລ້າແກ່ ສປປ ລາວ 48 ຕື້​ກີບ ເພື່ອບູລະນະເສັ້ນທາງ

ທະ­ນາ­ຄານ​ເອີ​ຣົບ (ຢູໂຣບ) ​ເພື່ອ​ການ​ລົງ­ທຶນ ອະ­ນຸ­ມັດ​ເງິນ​ຊ່ວຍ­ເຫຼືອ​ລ້າ​ແກ່ ສປປ ລາວ ມູນ​ຄ່າ 5 ລ້ານ​ເອີ​ໂຣ ຫຼື​ ປະ­ມານ 48 ຕື້​ກີບ ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ບູລະ­ນະສ້ອມ­ແປງ​ເສັ້ນ­ທາງ​ຫຼວງ​ໃນ​ເຂດ​ຊົນ­ນະ­ບົດ ໂດຍ​ສະ­ເພາະ ພື້ນ​ທີ່​ແຂວງ​ເປົ້າ​ໝາຍ​ຂອງ​ແຂວງ​ຜົ້ງ​ສາ­ລີ, ຫົວ­ພັນ, ອຸ­ດົມ​ໄຊ, ຊຽງ​ຂວາງ, ໄຊ​ຍະ​ບູ​ລີ ແລະ ແຂວງ​ບໍ​ລິ​ຄຳ​ໄຊ ເຊິ່ງ​ມີ​ລະ​ໄຍ​ທາງ​ປະ­ມານ 1.400 ກິ­ໂລ­ແມັດ ເພື່ອ​ເຮັດ​ໃຫ້­ການ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ​ຂອງ​ລາວ ໄດ້​ຮັບ​ການ​ຍົກ​ລະ­ດັບ​ດີ​ຂຶ້ນ.

ພິ­ທີ​ລົງ​ນາມ​ສັນ­ຍາ​ຮັບ​ເອົາ​ທຶນ​ຊ່ວຍ­ເຫຼືອ​ດັ່ງ­ກ່າວ ຈັດ​ຂຶ້ນ​ວັນ​ທີ 1 ເມ­ສາ 2019 ຢູ່​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ລະ­ຫວ່າງ​ທ່ານ ກິ​ແກ້ວ ຈັນ­ທະ​ບູ​ຣີ ຮອງ​ລັດ­ຖະມົນຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ແລະ ທ່ານ Luca Lazzarolli ຜູ້­ອຳ­ນວຍ­ການ​ທະ­ນາ­ຄານ​ເອີ​ຣົບ​ເພື່ອ​ການ​ລົງ­ທຶນ ມີ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທຶນ​ຊ່ວຍ­ເຫຼືອ​ດັ່ງ­ກ່າວ ຈະ​ນຳ​ໃຊ້​ຮ່ວມ​ກັບ​ທຶນ 20 ລ້ານ​ເອີ​ໂຣ ຫຼື ປະ­ມານ 193 ຕື້​ກີບ ທີ່​ລັດ­ຖະ­ບານ ໄດ້​ກູ້​ຢືມ​ມາ​ນຳ​ໃຊ້​ໃນ​ໂຄງ­ການ​ບູ­ລະ­ນະສ້ອມ­ແປງ​ເສັ້ນ­ທາງ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ເມື່ອ​ໂຄງ­ການ​ສຳ­ເລັດ ຈະ​ຊ່ວຍ​ຍົກ​ລະ­ດັບ​ພື້ນ­ຖານ​ໂຄງ​ລ່າງ ແລະ ປະ­ກອບ­ສ່ວນ​ໃນ​ການ​ຍົກ​ສູງ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ຢູ່​ທ້ອງ­ຖິ່ນ​ໃຫ້​ດີ​ຂຶ້ນ.

ຂໍ້ມູນຈາກ: ນສພ ວຽງຈັນໃຫ່ມ

Comments