64 ພັນກວ່າຄອບຄົວຍັງທຸກຍາກ ນາຍົກຢໍ້າຕ້ອງດຳເນີນການເລັ່ງດ່ວນແກ້ໄຂ

ເຖິງວ່າຜ່ານມາລັດຖະບານຈະເອົາໃຈໃສ່ຫຼາຍດ້ານໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າທີ່ຢູ່ເຂດຫ່າງໄກສອກຫຼີກແຕ່ກໍຍັງມີຄວາມທ້າທາຍຫຼາຍດ້ານໂດຍສະເພາະການເຂົ້າເຖິງຄອບຄົວທຸກຍາກເນື່ອງຈາກຍັງມີຫຼາຍສິ່ງທີ່ບໍ່ເອື້ອອຳນວຍເປັນຕົ້ນເສັ້ນທາງ, ໄຟຟ້າ, ນໍ້າສະອາດ ແລະ ອື່ນໆ, ປັດຈຸບັນທົ່ວປະເທດຍັງມີຄອບຄົວທຸກຍາກທັງໝົດ 64.593 ຄອບຄົວ, 1.536 ບ້ານ ແລະ 23 ເມືອງທຸກຍາກຂະນະທີ່ນາຍົກໄດ້ກ່າວຢໍ້າພວກເຮົາຕ້ອງໄດ້ດຳເນີນການເລັ່ງດ່ວນຮຽ ກຮ້ອງປຸກລະດົມຂະແໜງການ, ສູນກາງ, ທ້ອງຖິ່ນ, ນັກທຸລະກິດ, ຜູ້ປະກອບການເພື່ອສ້າງຊົນນະບົດໃຫ້ມີໃບໜ້າໃໝ່ເພື່ອແກ້ໄຂ ແລະ ນໍາພາປະຊາຊົນປະເທດ ຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໃຫ້ໂດຍໄວ.

ວັນທີ 28 ມິຖຸນາຜ່ານມາທີ່ນະຄອນຫຼວງວຽງຈັນໄດ້ມີກອງປະຊຸມຍູ້ຂະບວນການແຂ່ງຂັນຮັກຊາດ ແລະພັດທະນາຕິດພັນກັບການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທັງເປັນປະທານຄະນະຊີ້ນຳລະດັບຊາດກ່ຽວກັບວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະພັດທະນາ.

ທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ, ຮອງປະທານຄະນະຊີ້ນຳລະດັບຊາດກ່ຽວກັບວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາກ່າວວ່າ: ປັດຈຸບັນນີ້ທົ່ວປະເທດຍັງມີຄອບຄົວທຸກຍາກ 64.593 ຄອບຄົວ, ບ້ານທຸກຍາກ 1.536 ບ້ານ ແລະເມືອງທຸກຍາກຈໍານວນ 23 ເມືອງ ໃນນັ້ນບ້ານທີ່ຍັງທຸກຍາກຍ້ອນບໍ່ມີເສັ້ນທາງເຂົ້າເຖິງ ຫຼື ທຽວໄດ້ພຽງລະດູດຽວ 1.240 ບ້ານ ເທົ່າກັບ 14,64%, ບ້ານ ທີ່ຍັງບໍ່ໄດ້ຊົມ ໄຊໄຟຟ້າ 773 ບ້ານ ເທົ່າກັບ 9,13%, ບ້ານທີ່ບໍ່ມີໂຮງຮຽນປະຖົມຫຼື ໃຊ້ເວລາຍ່າງໄປຫາໂຮງຮຽນທີ່ໃກ້ສຸດ 1 ຊົ່ວໂມງ, ມີ 29 ບ້ານ ເທົ່າກັບ 0,34%, ບ້ານທີ່ຍັງທຸກຍ້ອນບໍ່ມີສຸກສາລາ, ບໍ່ມີຖົງຢາປະຈໍາບ້ານ ຫຼື ໃຊ້ເວລາຍ່າງໄປໂຮງໝໍຫຼາຍກວ່າ 2 ຊົ່ວໂມງ ມີ 244 ບ້ານ ເທົ່າ 2,88%, ບ້ານທີ່ທຸກຍ້ອນບໍ່ມີນໍ້າສະອາດຊົມໃຊ້ 222 ບ້ານເທົ່າກັບ 2,62% ແລະບ້ານທີ່ທຸກຍ້ອນຍັງມີຄອບຄົວທຸກຍາກຫຼາຍກວ່າ 50% ຈໍານວນ 657 ບ້ານ.

ທ່ານ ທອງລຸນ ສີສຸລິດ ກ່າວວ່າ: ພັກ ແລະລັດຖະບານໄດ້ຖືສຳຄັນ ແລະໃຫ້ບຸລິມະສິດວຽກງານການພັດທະນາຊົນນະບົດເປັນພິເສດຍ້ອນສະພາບເງື່ອນໄຂຂອງຊົນນະບົດເຂດຫ່າງໄກສອກຫຼີກທີ່ຕ້ອງໄດ້ຮັບການພັດທະນາ, ຄືດັ່ງທີ່ຮູ້ນໍາກັນສະພາບຂອງເຂດເຫຼົ່ານັ້ນຍັງບໍ່ທັນມີພື້ນຖານໂຄງລ່າງທີ່ຈະອຳນວຍຄວາມສະດວກ, ປະຊາ ຊົນສ່ວນຫຼາຍຍັງເອື່ອຍອີງທໍາມະຊາດໃນການດຳລົງຊີວິດ, ຕາໜ່າງການສຶກສາ ແລະ ສາທາບາງເຂດກໍ່ບໍ່ສາມາດເຂົ້າເຖິງໄດ້, ໃນກໍລະນີທີ່ເຂົ້າໄປຮອດຊໍ້າພັດມີຂໍ້ຈຳກັດຫຼາຍດ້ານ, ການຜະລິດທີ່ເປັນສິນຄ້າແມ່ນຍັງຫຍຸ້ງຍາກຫຼາຍ. ສະນັ້ນພວກເຮົາຕ້ອງໄດ້ດຳເນີນການເລັ່ງດ່ວນຮຽກຮ້ອງປຸກລະດົມຂະແໜງການ, ສູນກາງ, ທ້ອງ ຖິ່ນ, ນັກທຸລະກິດ, ຜູ້ປະກອບການ ແລະ ທຸກກໍາລັງແຮງທົ່ວສັງຄົມຕ້ອງເຂົ້າມາມີສ່ວນຮ່ວມ ແລະ ຍູ້ແຮງເຂົ້າໃນການສ້າງຂະບວນຮັກຊາດແລະພັດທະນາເພື່ອສ້າງ ຊົນນະບົດໃຫ້ມີໃບໜ້າໃໝ່ເພື່ອແກ້ໄຂ ແລະນໍາພາປະຊາຊົນປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໃຫ້ໂດຍໄວ.

ປັດຈຸບັນພວກເຮົາຕ້ອງເລັ່ງແຮງເຂົ້າໃສ່ການພັດທະນາຊົນນະບົດເພື່ອສ້າງໃຫ້ມີການຫັນປ່ຽນໃຫ້ດີຂຶ້ນເປັນຕົ້ນສ້າງຄວາມເຂັ້ມແຂງໃຫ້ລະບົບການເມືອງຢູ່ຂັ້ນບ້ານ ແລະກຸ່ມບ້ານ, ຍູ້ແຮງການຜະລິດໃຫ້ຂະຫຍາຍຕົວ, ສ້າງເສດຖະກິດຄອບຄົວຊາວກະສິກອນ, ສົ່ງເສີມການຂະຫຍາຍຄອບຄົວຕົວແບບຂອງການພັດທະນາ, ສ້າງໃຫ້ມີກຸ່ມເສດຖະກິດ-ວັດທະນະທໍາ, ການຜະລິດສິນຄ້າຕ້ອງຂະຫຍາຍຕົວ, ປະຊາຊົນມີລະດັບຄວາມຮູ້, ມີພະລານາໄມສົມບູນ ແລະມີຊີວິດການເປັນຢູ່ດີຂຶ້ນພ້ອມນີ້ການພັດທະນາຊົນນະບົດຕ້ອງເບິ່ງຮອບດ້ານ ແລະໃຫ້ມີຈຸດສຸມ, ໃຫ້ກໍານົດໄລຍະເວລາທີ່ຊັດເຈນເພື່ອແນໃສ່ບັນລຸຄາດໝາຍໃນການແກ້ໄຂຄວາມທຸກຍາກຂອງແຕ່ລະທ້ອງ ຖິ່ນໃຫ້ສຸມໃສ່ຈັດສັນພູມລຳເນົາ ແລະ ອາຊີບໝັ້ນຄົງກັບທີ່ໃຫ້ໄດ້ໂດຍພື້ນຖານ, ຕ້ອງສຸມໃສ່ພັດທະນາສິ່ງອໍານວຍຄວາມສະດວກດ້ານໂຄງລ່າງພື້ນຖານໃນເຂດຊົນນະ ບົດ.

ນອກນີ້ຕ້ອງໄດ້ສຸມໃສ່ພັດທະນາແຫຼ່ງທ່ອງທ່ຽວໃນຊົນນະບົດໃນຮູບແບບອະນຸລັກເປັນຕົ້ນແມ່ນວັດທະນະທຳຂອງແຕ່ລະທ້ອງຖິ່ນ, ທຳມະຊາດ, ອາກາດ, ພູຜາ, ແຫຼ່ງນໍ້າ ແລະປ່າໄມ້ເພື່ອສ້າງແຫຼ່ງລາຍຮັບກັບທີ່ຖ້າປຸກລະດົມໄດ້ແບບນີ້ຈະຊ່ວຍຍູ້ແຮງໄວທີ່ສຸດ ແລະໃນການພັດທະນາຊົນນະບົດໃຫ້ຍັບເຂົ້າໃກ້ຕົວເມືອງ, ທັງນີ້ການປະຕິບັດນະໂຍບາຍຍ້ອງຍໍຕໍ່ບຸກຄົນ,ນັກພັດທະນາທີ່ດີເດັ່ນ,ທີ່ເຮັດແທ້ທຳຈິງ,ເສຍສະຫຼະເຂົ້າໃນການພັດທະນາຊົນນະບົດ, ໜ່ວຍງານກ່ຽວຂ້ອງຕ້ອງໄດ້ຊອກຮູ້ ແລະປະຕິບັດນະໂຍບາຍຍ້ອງຍໍໃຫ້ເໝາະສົມ.

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

Comments