ສປປລາວ ໄດ້ຮັບເງິນກູ້ຈຳນວນ 300 ລ້ານໂດລາສະຫະລັດ ຈາກລັດຖະບານແຫ່ງ ສປ ຈີນ ເພື່ອຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ເມື່ອວັນທີ 9 ກໍລະກົດ 2019 ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ສປປລາວ ໄດ້ມີພິທີເຊັນສັນຍາເງິນກູ້ລະຫວ່າງ ທະນາຄານແຫ່ງ ສປປລາວ (ທຫລ) ກັບທະນາຄານ CDB ແຂວງຢູນນານ ເພື່ອຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານໃນການຊຸກຍູ້ສົ່ງເສີມບົດບາດຂອງ SMEs ໃນການຂັບເຄື່ອນເສດຖະກິດໃຫ້ມີການພັດທະນາ ແລະ ຂະຫຍາຍຕົວ, ໂດຍສະເພາະໃນເງື່ອນໄຂຂອງ ສປປລາວ ທີ່ບັນດາຫົວໜ່ວຍ SMEs ມີຄວາມຕ້ອງການແຫຼ່ງທຶນຈຳນວນຫຼວງຫຼາຍ ດັ່ງນັ້ນ, ໃນຕົ້ນປີ 2017 ທຫລ ແລະ ທະນາຄານ CDB ຈຶ່ງມີການປຶກສາຫາລືກ່ຽວກັບການສະເໜີໃຫ້ເງິນກູ້ ເພື່ອສົ່ງເສີມພັດທະນາ SMEs ແກ່ ສປປລາວ ໂດຍໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈ ( MOU ) ວ່າດ້ວຍການຮ່ວມມືທາງດ້ານການເງິນ ເພື່ອສົ່ງເສີມ SMEs ໃນ ສປປ ລາວ ວົງເງິນ 300 ລ້ານໂດລາສະຫະລັດ ...
Read More »ຂ່າວ ພາຍໃນປະເທດ
ນັກທຸລະກິດຈີນ ສົນໃຈພັດທະນາ 3 ໂຄງການ ຢູ່ແຂວງໄຊສົມບູນ
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງອົງການປົກຄອງແຂວງໄຊສົມບູນ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ກັບບໍລິສັດ ແຊັດວາຍບໍ່ແຮ່ ອຸດສາຫະກຳປຸງແຕ່ງ ຈຳກັດ ເພື່ອຊອກຄົ້ນສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ຄຳ ທອງ ເຫຼັກ ແລະ ແຮ່ຕິດພັນອື່ນໆ ເພື່ອສຶກສາຄວາມເປັນໄປໄດ້ ໂຄງການທົດລອງການປູກໝາກໄມ້ເມືອງໜາວ ສູນທົດລອງສົ່ງເສີມແນວພັນ ສູນສຶກສາອົບຮົມໃຫ້ປະຊາຊົນພາຍໃນ 5 ເມືອງ ແລະ ເພື່ອສຶກສາຄວາມເປັນໄປໄດ້ໂຄງການແຫຼ່ງທ່ອງທ່ຽວທຳມະຊາດ ແລະ ປະຫວັດສາດ ແລະ ພັດທະນາໂຮງແຮມ ຮ້ານອາຫານ ແລະ ສະໜາມກ໊ອຟ ຈັດຂຶ້ນວັນທີ 5 ກໍລະກົດ 2019 ທີ່ນະຄອນຫຼວງວຽງຈັນ ລະຫວ່າງທ່ານຫົວໜ້າພະແນກແຜນການ ແລະ ການລົງທຶນ ທ່ານຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ທ່ານຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ທ່ານຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ທ່ານເຈົ້າເມືອງອະນຸວົງ ທ່ານເຈົ້າເມືອງລ້ອງແຈ້ງ ແລະ ທ່ານ ຫຼີ້ນ ຫຼີ້ຫົວ ປະທານບໍລິສັດ ແຊັດວາຍບໍ່ແຮ່ ອຸດສາຫະກຳປຸງແຕ່ງ ...
Read More »ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ສຳເລັດແລ້ວກ່ວາ 72%
ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດ ກອງປະຊຸມຄະນະຊີ້ນຳ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄັ້ງທີ 6 ຂຶ້ນເມື່ອວັນທີ 5 ກໍລະກົດ ຜ່ານມານີ້ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງ ຍທຂ ຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີບັນດາຄະນະຊີ້ນຳໂຄງການ ຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່່ວມ. ທ່ານ ລັດຕະນະມະນີ ຄູນນິວົງ ຮອງລັດຖະມົນຕີ ກະຊວງ ຍ ທ ຂ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ລາຍງານກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການດັ່ງກ່າວຮອດວັນທີ 5 ມິຖຸນາ ໂດຍ ໄດ້ຍົກໃຫ້ເຫັນວຽກງານທີ່ພົ້ນ ເດັ່ນທີ່ບັນດາແຂວງ ແລະ ນະຄອນຫຼວງວຽງຈັນໄດ້ຈັດຕັ້ງປະຕິບັດ ເປັນຕົ້ນວຽກກໍ່ສ້າງ ລວມຄວາມຄືບໜ້າຮອດເດືອນມິຖຸນາ ປະຕິບັດສຳເລັດ 72,8% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ, ທຽບໃສ່ເດືອນຜ່ານມາເພີ່ມຂຶ້ນ 2,7%, ການມອບພື້ນທີ່ເພື່ອການກໍ່ສ້າງ ມາຮອດປັດຈຸບັນຄະນະກຳມະການໄກ່ເກ່ຍຂັ້ນທ້ອງຖິ່ນໄດ້ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ສາມາດມອບພື້ນທີ່ໃຫ້ແກ່ການກໍ່ສ້າງ, ການຊົດເຊີຍສິ່ງກີດຂວາງ ປັດຈຸບັນການເບີກຈ່າຍຄ່າຊົດເຊີຍ ໄດ້ຮັບການຈັດຕັ້ງ ປະຕິບັດແລ້ວ ໂດຍເລີ່ມການເບີກຈ່າຍຊົດເຊີຍຕາມແຜນທີ່ເປັນບຸລິມະສິດຂອງໂຄງການ ຊຶ່ງລວມທັງໝົດມີ ...
Read More »ໄມ້ ທີ່ໄດ້ຈາກການບຸກເບີກ ສ້າງທີ່ຢູ່ອາໄສຊົ່ວຄາວໃຫ້ຜູ້ປະສົບໄພ ເມືອງສະໜາມໄຊ ຍັງບໍ່ທັນໄດ້ຈຳໜ່າຍ
ປັດຈຸບັນ, ແຂວງ ອັດຕະປື ຍັງເຫຼືອໄມ້ທີ່ໄດ້ຈາກການບຸກເບີກເນື້ອທີ່ເພື່ອສ້າງເປັນບ່ອນພັກຊົ່ວຄາວຂອງຜູ້ປະສົບອຸທົກກະໄພຍ້ອນຄູກັນນໍ້າເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກຢູ່ເມືອງສະໜາມໄຊ ປະມານ 50 % ຂອງໄມ້ທີ່ບຸກເບີກໄດ້ທັງໝົດ 9.000 ແມັດກ້ອນ ບໍ່ທັນໄດ້ຮັບການຈໍາໜ່າຍ ຍ້ອນບໍ່ແມ່ນໄມ້ເສດຖະກິດ. ທ່ານ ເລັດ ໄຊຍະພອນ, ເຈົ້າແຂວງໆ ອັດຕະປື ໃຫ້ສໍາພາດໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກ້ວາງ ຄັ້ງທີ 1 ປີ 2019 ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນວັນທີ 26 ຫາ 27 ມິຖຸນາ 2019 ນີ້ວ່າ: ຈາກການປະເມີນເບື້ອງຕົ້ນ ໄມ້ທີ່ຈະໄດ້ຈາກການບຸກເບີກເນື້ອທີ່ ເພື່ອສ້າງເປັນບ່ອນພັກຊົ່ວຄາວໃຫ້ຜູ້ປະສົບອຸທົກກະໄພຢູ່ຈຸດຕ່າງໆ ທີ່ເມືອງ ສະໜາມໄຊ ມີປະມານ 7.000 ແມັດກ້ອນ ແຕ່ຜ່ານການລົງໄປຕັດຕົວຈິງໄດ້ເຖິງ 9.000 ແມັດກ້ອນ. ເນື່ອງຈາກໃນເບື້ອງຕົ້ນເປັນການປະເມີນແບບລວມໆ ໂດຍບໍ່ໄດ້ລົງສໍາຫຼວດຢ່າງລະອຽດ ຍ້ອນມີອຸປະສັກຫຼາຍຢ່າງ, ຈຶ່ງເຮັດໃຫ້ເວລາລົງໄປຕັດໄມ້ຕົວຈິງໄດ້ເກີນທີ່ຄາດໝາຍໄວ້ທີ່ຄາດໄວ້. ໄມ້ທີ່ຂຸດຄົ້ນໄດ້ທັງໝົດນີ້ ໄດ້ຮັບການຂຶ້ນບັນຊີ ແລະ ປະມູນຂາຍຢ່າງລະອຽດຈາກຄະນະກໍາມະການກ່ຽວຂ້ອງທີ່ມີທັງຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ ເພື່ອໃຫ້ມີຄວາມໂປ່ງໃສທີ່ສຸດ. ປັດຈຸບັນ, ໄມ້ທີ່ໄດ້ຈາກການບຸກເບີກທັງໝົດ ສາມາດຈໍາໜ່າຍໄດ້ແລ້ວ 50 %, ສ່ວນໄມ້ທີ່ຍັງບໍ່ທັນໄດ້ຮັບການຈໍາໜ່າຍອີກ 50% ສ່ວນໃຫຍ່ບໍ່ແມ່ນໄມ້ເສດຖະກິດ ...
Read More »ນະຄອນຫຼວງ ຈະສືບຕໍ່ແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍ ໂດຍດ່ວນ!!!
ຍັງມີຄົນຕ່າງປະເທດຈຳນວນຫຼາຍຢູ່ນະຄອນຫຼວງວຽງຈັນໂດຍສະເພາະຄົນຈີນ ແລະ ຫວຽດນາມ ທີ່ມາເຄື່ອນໄຫວເຮັດວຽກແບບບໍ່ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ໂດຍສະເພາະແມ່ນການໃຊ້ ໜັງສືເດີນທາງນັກທ່ອງທ່ຽວ ມາເຄື່ອນໄຫວເຮັດທຸລະກິດ ຄ້າຂາຍ, ວຽກກໍ່ສ້າງ ແລະ ອື່ນໆ. ວັນທີ 5 ກໍລະກົດ 2019, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມແກ້ໄຂຄົນຕ່າງປະເທດທີ່ມາເຄື່ອນໄຫວບໍ່ຖືກຕ້ອງ ເພື່ອຫັນເຂົ້າສູ່ການຄຸ້ມຄອງຕາມກົດໝາຍ. ໂດຍການເປັນປະທານຂອງ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ກ່າວວ່າ: ໂດຍປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 62/ນຍ ລົງວັນທີ 13 ພະຈິກ 2015 ວ່າດ້ວຍການອຳນວຍຄວາມສະດວກ ແລະ ການຮ່ວມມືໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຢູ່ນະຄອນຫຼວງວຽງຈັນ ໂດຍໃຫ້ມີການປັບສະຖານະພາບຜູ້ທີ່ມີເງື່ອນໄຂສາມາດເຄື່ອນໄຫວ, ລົງທຶນ ແລະ ຜູ້ທີ່ສາມາດອອກແຮງງານທີ່ຖືກຕ້ອງຕາມລະບຽບ, ກົດໝາຍ ແລະ ການຊຳລະສະສາງ ສຳລັບຜູ້ທີ່ບໍ່ມີເງື່ອນໄຂໃນການເຄື່ອນໄຫວຢູ່ ສປປ ...
Read More »ນະຄອນຫຼວງ ເລັ່ງຄວບຄຸມການລະບາດຂອງພະຍາດອະຫິວາໝູອາຟຣິກາ
ຂະແໜງການກ່ຽວຂ້ອງຂອງນະຄອນຫຼວງວຽງຈັນພວມເລັ່ງຄວບຄຸມການລະບາດຂອງພະຍາດອະຫິວາໝູອາຟຣິກາບໍ່ໃຫ້ແຜ່ລາມເປັນວົງກວ້າງ, ພາຍຫລັງພົບໝູຕາຍຍ້ອນຕິດພະຍາດດັ່ງກ່າວຢູ່ບ້ານນາສ້ຽວ, ເມືອງນາຊາຍທອງ ນະຄອນຫລວງວຽງຈັນເມື່ອວັນທີ 3 ກໍລະກົດຜ່ານມານີ້. ພາຍຫລັງເກີດສະພາບດັ່ງກ່າວ, ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ໄດ້ແນະນໍາໃຫ້ພະແນກກະສິກໍາປ່າໄມ້ ນະຄອນຫລວງວຽງຈັນຮີບຮ້ອນດໍາເນີນມາດຕະການສຸກເສີນເພື່ອສະກັດກັ້ນ ແລະ ຕອບໂຕ້ພະຍາດດັ່ງກ່າວໃຫ້ສະຫງົບໂດຍໄວ ແລະ ທັນການ, ໂດຍສະເພາະລົງຕິດຕາມເຝົ້າລະວັງຢ່າງເຂັ້ມງວດ,ສືບສວນ-ສອບສວນ, ເກັບກໍາຂໍ້ມູນສະພາບການລ້ຽງຫມູ, ຈໍານວນໝູເຈັບ-ຕາຍ ແລະ ກໍານົດຂອບເຂດລະບາດຂອງພະຍາດ, ຕັ້ງດ່ານກວດສັດຕະວະແພດຊົ່ວຄາວເພື່ອກວດຢຶດຫມູ ແລະ ຜະລິດຕະພັນຫມູທີ່ເຄື່ອນຍ້າຍຈາກເຂດລະບາດ, ພ້ອມທັງຈັດຕັ້ງສີດພົ່ນຢາຂ້າເຊື້ອພາຫະນະທີ່ອອກຈາກເຂດດັ່ງກ່າວ ເພື່ອປ້ອງກັນບໍ່ໃຫ້ພະຍາດແຜ່ລາມໄປສູ່ບ້ານຫລືເຂດອື່ນໆ ແລະ ຈັດຕັ້ງຫນ່ວຍງານລົງໂຄສະນາເຜີຍແຜ່ໃຫ້ປະຊາຊົນໃນເຂດທີ່ເກີດລະບາດ ແລະ ເຂດທີ່ມີຄວາມສ່ຽງໃຫ້ຮັບຮູ້ເຂົ້າໃຈກ່ຽວກັບຄວາມອັນຕະລາຍຂອງພະຍາດດັ່ງກ່າວ ແລະ ບໍ່ໃຫ້ນໍາເອົາຫມູທີ່ເຈັບ ຫລື ຕາຍໄປບໍລິໂພກ, ໄປຖິ້ມລົງຫ້ວຍນໍ້າລໍາເຊ ຫລື ທໍາມະຊາດຢ່າງເດັດຂາດ. ເນື່ອງຈາກພະຍາດອະຫິວາໝູອາຟຣິກາ ເປັນພະຍາດຮ້າຍແຮງ ສາມາດຕິດຕໍ່ໃສ່ໝູທຸກຊະນິດ, ທຸກສາຍພັນ ແລະທຸກເພດໄວ ລວມທັງໝູປ່າ, ມັນມີຄວາມທົນທານສູງຕໍ່ສະພາບແວດລ້ອມ, ບໍ່ມີຢາກັນ,ບໍ່ມີຢາປົວໂດຍກົງ ແລະ ອັດຕາການຕາຍຂອງຫມູທີ່ຕິດເຊື້ອພະຍາດນີ້ແມ່ນສູງເຖິງ 100% ແຕ່ບໍ່ຕິດໃສ່ຄົນ. ຂອບໃຈຂໍ້ມູນຈາກ: ນສພ ລາວພັດທະນາ
Read More »ໂຄງການສະໜັບສະໜູນໄວໜຸ່ມ ຈາກບັນດາປະເທດລຸ່ມແມ່ນໍ້າຂອງ ຕໍ່ສູ້ກັບພະຍາດທີ່ຍຸງເປັນພາຫະນໍາເຊື້ອ
ສະຫະລັດອາເມລິກາ ສືບຕໍ່ແບ່ງປັນຄວາມຮູ້ ແລະ ຮ່ວມມືກັບບັນດານັກວິທະຍາສາດໄວໜຸ່ມ ກ່ຽວກັບບັນດາສິ່ງທ້າທາຍດ້ານສຸຂະພາບທີ່ສໍາຄັນ. ໃນວັນທີ 1 ກໍລະກົດ 2019,ເຈົ້າໜ້າທີ່ຈາກສະຖານທູດສະຫະລັດອາເມລິກາ, ກະຊວງສາທາ ແລະ ມະຫາວິທະຍາໄລແຫ່ງຊາດ ໄດ້ຕ້ອນຮັບຄະນະນັກວິທະຍາສາດ 33 ທ່ານ ຈາກປະເທດລາວ, ກໍາປູເຈ້ຍ, ມຽນມ້າ, ໄທ ແລະ ຫວຽດນາມ ເພື່ອຮ່ວມສະເຫຼີມສະຫຼອງເປີດໂຄງການນັກວິທະຍາສາມາດໄວໜຸ່ມ ຂອງ ຂໍ້ລິເລີ່ມແມ່ນ້ຳຂອງຕອນລຸ່ມ-ສະຫະລັດອາເມລິກາ (the Lower Mekong Initiative Young Scientists Program). ການຈັດງານຄັ້ງນີ້ເປັນເຈົ້າພາບໂດຍ ຄະນະວິສະວະກໍາຂອງມະຫາວິທະຍາໄລແຫ່ງຊາດ (NUOL) ເພື່ອສະເຫຼີມສະຫຼອງພາລະກິດພາກສະໜາມປະຈໍາປີ ຂອງໂຄງການນັກວິທະຍາສາມາດໄວໜຸ່ມ ຂອງ ຂໍ້ລິເລີ່ມແມ່ນ້ຳຂອງຕອນລຸ່ມ-ສະຫະລັດອາເມລິກາ ທີ່ຈັດຂື້ນເປັນປີທີ 2 ເຊິ່ງແມ່ນໂຄງການລິເລີ່ມການພັດທະນາວິທະຍາສາດ, ເຕັກໂນໂລຊີ, ວິສະວະກໍາ ແລະ ຄະນິດສາດ (STEM) ລະດັບພາກພື້ນ ທີ່ໄດ້ຮັບທຶນໂດຍ ສະຫະລັດອາເມລິກາ ແລະ ຈັດຕັ້ງປະຕິບັດໂດຍ ມະຫາວິທະຍາໄລລັດອາຣິໂຊນາ. ໂຄງການນີ້ ແນໃສ່ສະໜັບສະໜູນ ແລະ ສົ່ງເສີມການຮ່ວມມືດ້ານວິທະຍາສາດ ໃນເຂດສາມຫຼ່ຽມລຸ່ມແມ່ນໍ້າຂອງ ແລະ ສົ່ງເສີມການແບ່ງປັນຄວາມຮູ້ກ່ຽວກັບວິທີການປະຕິບັດທີ່ດີທີ່ສຸດດ້ານວິທະຍາສາດ ແລະ ...
Read More »ຮູ້ຈັກ! ທົ່ງໄຫຫີນ ມໍລະດົກໂລກແຫ່ງທີ 3 ເພື່ອກຽມຄວາມພ້ອມ ຕ້ອນຮັບນັກທ່ອງທ່ຽວ
ທົ່ງໄຫຫີນ ແຂວງຊຽງຂວາງ (Megalithic Jar Sites in Xieng Khuang) ໄດ້ຖືກພິຈາລະນາ ຮັບຮອງເປັນມໍລະດົກໂລກອີກແຫ່ງໃນກອງປະຊຸມ ຄັ້ງທີ 43 ຂອງຄະນະກຳມະການມໍລະດົກໂລກ (43rd Session of the World Heritage Committee) ຢ່າງເປັນທາງການ ໂດຍທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມຄະນະ ໄດ້ເຂົ້າຮ່ວມ ແລະ ກ່າວຂອບໃຈຕໍ່ການສະໜັບສະໜຸນຂອງສູນມໍລິດົກໂລກ ອົງການອຸຍເນສະໂກ ລວມທັງບັນດາຄະນະກຳມະການສູນມໍລະດົກໂລກ, ບັນດາອົງການທີ່ປຶກສາທີ່ກ່ຽວຂ້ອງ ລວມທັງຜູ້ຊ່ຽວຊານ ICOMOS ທີ່ໄດ້ໃຫ້ການສະໜອງສະໜູນການຮັບຮອງເອົາທົ່ງໄຫຫີນເປັນມໍລະດົກໂລກ ແລະ ປະກອບສ່ວນເຂົ້າໃນວຽກງານປົກປັກຮັກສາແຫຼ່ງບູຮານສະຖານດັ່ງກ່າວ. ອີງຕາມຂໍ້ມູນຈາກກົມມໍລະດົກໂລກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນຕອນເຊົ້າມື້ນີ້ 6 ກໍລະກົດ 2019 ວ່າ ກອງປະຊຸມຄະນະກຳມະການມໍລະດົກໂລກ ຄັ້ງທີ 43 ທີ່ບາກູ, ປະເທດອາແຊັກບາຍຊານ ໄດ້ປະກາດຮັບຮອງເອົາແຫຼ່ງທ່ອງທ່ຽວຂອງລາວ ທົ່ງໄຫຫີນ ທີ່ແຂວງຊຽງຂວາງເຂົ້າໃນບັນຊີເປັນມໍລະດົກໂລກຢ່າງເປັນທາງການແລ້ວ. ...
Read More »ສະຫະລັດອາເມຣິກາ ສະຫຼອງວັນປະກາດເອກະລາດ ພ້ອມດ້ວຍ ບັນດາທ່ານຜູ້ນຳລາວ
ເພື່ອສະເຫຼີມສະຫຼອງການປະກາດເອກະລາດ ສະຫະລັດອາເມຣິກາ ຄົບຮອບ 243 ປີ, ສະຖານທູດສະຫະລັດ ອາເມຣິກາ ໄດ້ຈັດງານລ້ຽງສະຫຼອງຂຶ້ນ ທີ່ໂຮງແຮມ ໃນ ວັນທີ 2 ເດືອນກໍລະກົດ 2019. ງານລ້ຽງສະຫຼອງໃນປີນີ້ ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ ສິດທິໃນການເລືອກຕັ້ງ, ໂດຍສະເພາະແລ້ວ ແມ່ນເນັ້ນໜັກໃຫ້ເຫັນເຖິງ ຄົບຮອບ 100 ປີທີ່ຜູ້ຍິງມີສິດທິເຂົ້າຮ່ວມໃນການເລືອກຕັ້ງຢູ່ໃນສະຫະລັດອາເມຣິກາ. ທ່ານ ລັດຖະມົນຕີ ກະຊວງແຜນການແລະການລົງທຶນ ປອ. ສຸພັນ ແກ້ວມີໄຊ ແລະ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຮັບກຽດເປັນແຂກກິຕິມະສັກ ຕາງໜ້າໃຫ້ແກ່ ລັດຖະບານ ສປປ ລາວ ເຂົ້າຮ່ວມໃນງານ. ພ້ອມດຽວກັນນີ້ ສະຖານທູດ ສະຫະລັດອາເມຣິກາກໍຖືເປັນກຽດ ທີ່ໄດ້ຕ້ອນຮັບ ທ່ານ ປອ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສະທາລະນະສຸກ, ທ່ານ ນາງແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສືກສາທິການແລະ ກິລາ, ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີ ...
Read More »ທົ່ວນະຄອນຫຼວງວຽງຈັນ ມີຜູ້ເປັນໄຂ້ຍຸງລາຍ 2.018 ກໍລະນີ ເສຍຊີວິດ 6 ຄົນ
ທ່ານ ນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ: ສະພາບການເກີດພະຍາດໄຂ່ຍຸງລາຍ ຢູ່ໃນນະຄອນຫຼວງວຽງຈັນ ໃນປັດຈຸບັນນີ້ ເຫັນວ່າ ຍັງມີທ່າອ່ຽງເພີິ່ມຂຶ້ນ ເຊິ່ງວ່າຕົວເລກລາຍງານຂອງນະຄອນຫຼວງວຽງຈັນຮອດມື້ວານນີ້ ວັນທີ 5 ກໍລະກົດ 2019 ລວມ 6 ເດືອນຕົ້ນປີແມ່ນ ມີທັງໝົດ 2.018 ກໍລະນີແລ້ວ ເສຍຊີວິດ 6 ກໍລະນີ ເຫັນວ່າເພີ່ມຂຶ້ນຫຼາຍຈາກປີ 2018 ໝົດປີ ມີຄົນເປັນພະຍາດໄຂ້ຍຸງທັງໝົດ 1.206 ກໍລະນີ ເສຍຊີວິດ 2 ກໍລະນີ ເທົ່ານັ້ນ. ນັບຕັ້ງແຕ່ຕົ້ນປີ ນະຄອນຫຼວງ ແມ່ນມີຄົນເປັນພະຍາດໄຂ້ຍຸງລາຍເສຍຊິວິດເຖິງ 4 ກໍລະນີ ໂດຍອີງຕາມການຄາດຄະເນ ຂອງລະບາດວິທະຍາ ໄດ້ຄາດຄະເນແລ້ວວ່າປີນີ້ 2019 ຈະມີການເກີດພະຍາດໄຂ້ຍຸງລາຍ ລະບາດຫຼາຍຂຶ້ນ ແລະທາງສາທານະຄອນຫຼວງກໍໄດ້ກຽມພ້ອມ. ໂດຍທ່ານເຈົ້າຄອງກໍໄດ້ອອກຄຳສັ່ງແນະນຳ ຕັ້ງແຕ່ເດືອນມັງກອນ 2019 ໃຫ້ແຕ່ລະພາກສ່ວນເອົາໃຈໃສ່ໃນການເຝົ້າລະວັງຕິດຕາມ ແລະ ເຮັດຂະບວນການທຳລາຍແຫຼງເພາະພັນຂອງຍຸງ ເພື່ອບໍ່ໃຫ້ມີລະນີເກີດພະຍາດໄຂ້ຍຸງລາຍຫຼາຍຂຶ້ນ. ນອກຈາກນີ້, ກໍຍັງມີຄຳສັ່ງແນະນຳຂອງລັດຖະມົນຕີ ສາທາລະນະສຸກ ແລະ ຂອງຫ້ອງວ່າການນະຄອນຫຼວງ ...
Read More »