ເຕືອນ!!! ນັກຂັບຂີ່ທັງຫຼາຍ ເມົາແລ້ວຂັບປັບໃໝ 20 ເທົ່າ ເລີ່ມປະຕິບັດແລ້ວ…

 ເຈົ້າໜ້າທີ່ຈະເຂັ້ມງວດໃນການກວດທາດເຫຼົ້າກັບຜູ້ຂັບ ຂີ່ຕາມທ້ອງຖະໜົນ ເຊິ່ງຈະເລີ່ມແຕ່ ວັນທີ່ 01 ກໍລະກົດ 2019 ເປັນຕົ້ນໄປຕາມ ຂໍ້ຕົກ ລົງເລກທີ 1323 ຂອງເຈົ້າຄອງ ນະຄອນຫຼວງວຽງຈັນ.

ຕາມແຜນແລ້ວ ຈະເລີ່ມກວດໃນເດືອນເມສາຜ່ານມາ ແຕ່ທາງເຈົ້າ ໜ້າບໍ່ພ້ອມຈຶ່ງໄດ້ເລື່ອນ ມາປະຕິບັດໃນເດືອນກໍລະກົດນີ້.
ຈຸດປະສົງກໍເພື່ອໃຫ້ຫຼຸດຜ່ອນການ ເກີດອຸປະຕິເຫດຕາມທ້ອງຖະໜົນ ເພາະສ່ວນໃຫຍ່ອຸປະຕິເຫດແມ່ນ ເກີດມາຈາກການດື່ມສິ່ງມຶນເມົາ.
ບາງເນື້ອໃນຢູ່ໃນຂໍ້ຕົກລົງ ເລກທີ 1323 ຂອງເຈົ້າຄອງນະຄອນຫຼວງ ວຽງຈັນໄດ້ລະບຸໄວ້ວ່າ ຖ້າກວດພົບ ທາດເຫຼົ້າຂອງຜູ້ຂັບລົດຈະໄດ້ກ່າວເຕືອນ ແລະ ປັບໃໝ 20 ເທົ່າ ໂດຍ ອີງໃສ່ດໍາລັດເລກທີ 188/ນຍ, ລົງວັນ ທີ 03 ກໍລະກົດ 2007 ວ່າດ້ວຍການ ປັບໃໝມາດຕະການຕ່າງໆຕໍ່ຜູ້ລະເມີດລະບຽບກົດໝາຍການຈະລາ ຈອນທາງບົກ, ການຂົນສົ່ງທາງບົກ ແລະ ປົກປັກຮັກສາທາງຫຼວງ.


ໃນມາດຕາ 13 ຂອງໝວດທີ III ຂອງຂໍ້ຕົກລົງ ເລກທີ 1323 ຂອງເຈົ້າຄອງນະຄອນຫຼວງໄດ້ລະ ບຸໄວ້ວ່າ: ເມື່ອກວດພົບທາດເຫຼົ້າ ແລະ ສິ່ງມຶນເມົາໃນຮ່າງກາຍຂອງຜູ້ຂັບ ຍານພາຫະນະເກີນປະລິມານທີ່ກໍາ ນົດໄວ້ໃນ ມາດຕາ 20 ຂອງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ໃຫ້ປະຕິບັດມາດຕະການຕໍ່ຜູ້ຂັບຂີ່ດັ່ງນີ້:

ຄັ້ງທີ 1: ຂຽນໃບຮັບສາລະພາບລະເມີດກົດຈະລາຈອນ, ກັກໃບຂັບຂີ່ 1 ເດືອນ ແລະ ປັບໃໝຕໍ່າສຸດຕາມ ມາດຕາ 5 ຂອງດໍາລັດເລກທີ 188 ແລະ ຕາມມາດຕາ 2 ຂອງມະຕິກອງ ປະຊຸມສະໄໝສາມັນເທື່ອທີ 4 ຂອງ ສະພາປະຊາຊົນນະຄອນຫຼວງວຽງ ຈັນ ຊຸດທີ I ສະບັບ ເລກທີ 028/ສປ ນວ, ລົງວັນທີ 06 ກັນຍາ 2018.

ຄັ້ງທີ 2: ຂຽນໃບຮັບສາລະພາບລະ ເມີດກົດຈະລາຈອນ, ກັກໃບຂັບຂີ່ 3 ເດືອນ ແລະ ປັບໃໝ 10 ເທົ່າ ຕາມ ມາດຕາ 5 ຂອງດໍາລັດເລກທີ 188/ນຍ.

ຄັ້ງທີ 3: ຂຽນໃບຮັບສາລະພາບລະ ເມີດກົດຈະລາຈອນ, ກັກໃບຂັບຂີ່ 6 ເດືອນຫາ 1 ປີ ແລະ ປັບໃໝ 20 ເທົ່າ ຕາມມາດຕາ 5 ຂອງດໍາລັດ ເລກທີ 188/ນຍ.

ຄັ້ງທີ 4: ຂຽນໃບຮັບສາລະພາບລະ ເມີດກົດຈະລາຈອນ, ຢຶດໃບຂັບຂີ່ 1 ປີ ຈຶ່ງອະນຸຍາດໃຫ້ໄປເສັງເອົາໃບ ຂັບຂີ່ຄືນໃໝ່ ແລະ ປັບໃໝ 20 ເທົ່າ ຕາມມາດຕາ 5 ຂອງດໍາລັດເລກທີ 188/ນຍ.

ກໍລະນີຜູ້ຂັບຂີ່ຍານພາຫະນະດື່ມ ເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ເສບສິ່ງ ມຶນເມົາ ເປັນຕົ້ນເຫດພາໃຫ້ເກີດອຸປະຕິເຫດແມ່ນໃຫ້ນໍາໃຊ້ມາດຕະການສູງສຸດ ແລະ ດໍາເນີນຄະດີຕາມກົດໝາຍ.

ໃນດຳລັດ 188/ນຍ ມາດຕາ 5 ໄດ້ ລະບຸໄວ້ວ່າ ຜູ້ຂັບຂີ່ໃດທີ່ມີທາດມຶນເມົາ ຫຼື ທາດເຫຼົ້າຢູ່ໃນຮ່າງກາຍ ເກີນ 0,80 (g /I BrAC = 8mg/100ml) ກຣາມ/ລິດ ຫາກໄດ້ຂັບຂີ່ລົດ ຈະຖືກ ປັບໃໝຕາມປະເພດ ລົດດັ່ງນີ້: ລົດຖີບ = 10,000 ກີບ, ລົດຈັກ-ລົດ 3 ລໍ້ ຕິດເຄືອງຈັກ-ລົດໄຖນາເດີນ ຕາມ = 50,000 ກີບ, ລົດ ເບົາ-ເກັງ-ກະບະ-ຈິບ-ຕູ້ = 100,000 ກີບ, ລົດໂດຍສານ 4 ລໍ້ = 250,000 ກີບ, ລົດບັນທຸກ 6 ລໍ້ຂຶ້ນໄປ = 500,000 ກີບ ແລະ ລົດເມໂດຍສານ = 1,000,000 ກີບ.

ຂ່າວ: ສຸກນີລັນດອນ
ພາບ: ກົມຕຳຫຼວດຈະລາຈອນ

Comments