ການຈັດຕັ້ງປະຕິບັດດໍາລັດ ເລກທີ 15/ນຍ ລົງວັນທີ 5 ມັງກອນ 2017 ວ່າດ້ວຍການປະ ກອບ ແລະ ຄຸ້ມຄອງລົດປະຈໍາຕໍາແໜ່ງຂອງພະນັກງານການນໍາລະດັບສູງ ຍັງເປັນໄປໄດ້ຍາກ ແລະ ພົບຄວາມຫຍຸ້ງຍາກຫຼາຍຢ່າງ ຊຶ່ງລັດຖະບານຕ້ອງໄດ້ເອົາໃຈໃສ່ແກ້ໄຂໃຫ້ດີຂຶ້ນ ເພື່ອໃຫ້ການຈັດຕັ້ງປະຕິບັດດໍາລັດສະບັບນີ້ ມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນ. ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການເງິນ ໃຫ້ສໍາພາດໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກ້ວາງ ຄັ້ງທີ 1 ປີ 2019 ຊຶ່ງຈັດຂຶ້ນຢູ່ນະຄອນຫຼວງວຽງຈັນເມື່ອບໍ່ດົນມານີ້ວ່າ: ການຈັດຕັ້ງປະຕິບັດດໍາລັດສະບັບນີ້ ຜ່ານມາໄດ້ເຮັດສໍາເລັດແຕ່ໃນລະດັບການນໍາສູງສຸດ ແຕ່ໃນລະດັບຮອງລົງມາແມ່ນໄດ້ປະກອບລົດຈໍານວນໜຶ່ງໃຫ້, ແຕ່ຍັງບໍ່ທັນສໍາເລັດເທື່ອ. ສ່ວນການຈັດຕັ້ງປະຕິບັດດໍາລັດສະບັບນີ້ກັບບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ ແຕ່ນາຍົກລັດຖະມົນຕີໄດ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບລົງໄປກວດກາເບິ່ງຕົວຈິງວ່າ ລັດຖະມົນຕີ ແລະ ຮອງລັດຖະມົນຕີແຕ່ລະທ່ານ ມີລົດປະຈໍາຕໍາແໜ່ງຈັກຄັນ ແລະ ຖືກຕ້ອງຕາມລະບຽບການຫຼືບໍ່. ຖ້າຫາກທ່ານໃດມີລົດປະຈໍາຕໍາແໜ່ງເກີນກໍານົດຕ້ອງສົ່ງຄືນ ຫຼື ຖ້າທ່ານໄດ້ຢາກໄດ້ຍ້ອນນໍາໃຊ້ມາດົນແລ້ວ ກໍ່ຕ້ອງໄດ້ຕີລາຄາ ແລະ ຊື້ເອົາ. ສ່ວນໃນລະດັບແຂວງແມ່ນຫຍຸ້ງຍາກຫຼາຍເພາະລັດຖະບານບໍ່ມີງົບປະມານເພື່ອຊື້ລົດໃໝ່ໄປທົດແທນໃຫ້ການນໍາສູງສຸດຂອງແຂວງໄດ້ ຈຶ່ງຕ້ອງປ່ອຍໃຫ້ປະຕິບັດໄປຕາມທີ່ມີຢູ່ໄປກ່ອນ. ນອກຈາກນີ້, ໃນລະດັບຂັ້ນກົມຕ່າງໆ, ລັດຖະບານພວມຄົ້ນຄ້ວາຈະອອກດໍາລັດໃໝ່ໃຫ້ໄດ້ ເພາະມັນກ້ວາງຂວາງ ແລະ ກະທົບຫຼາຍທີ່ສຸດ. ...
Read More »ຂ່າວ ພາຍໃນປະເທດ
ລັດຖະບານລາວ ກຽມສ້າງວິທະຍາໄລເຕັກນິກ ການລົດໄຟ ເພື່ອຮອງຮັບການນຳໃຊ້ລົດໄຟລາວ-ຈີນ
ເສັ້ນທາງລົດໄຟ ລາວ-ຈີນ ມີຄວາມຈຳເປັນທີ່ຈະຕ້ອງໃຊ້ພະນັກງານຫຼາຍພັນຄົນເພື່ອເຮັດວຽກພາຍຫຼັງການເປີດນຳໃຊ້ໃນປີ 2021, ສະນັ້ນທາງລັດຖະບານລາວມີແຜນຮ່ວມກັບການຊ່ວຍເຫຼືອຈາກ ລັດຖະບານຈີນ ທີ່ຈະສ້າງວິທະຍາໄລວິຊາຊີບເຕັກນິກການທາງລົດໄຟລາວຂຶ້ນ ເພື່ອຕອບສະໜອງ ຊ່ຽວຊານທີ່ເປັນມືອາຊີບເຮັດວຽກໃນໂຄງການດັ່ງກ່າວ. ທ່ານ ຮສ. ດຣ ກອງສີ ແສງມະນີ ຮອງລັດທະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ສຳພາດກັບສື່ມວນຊົນລາວວ່າ: ວິທະຍາໄລດັ່ງກ່າວແມ່ນຍັງຢູ່ໃນຂັ້ນຕອນການອອກແບບ ແລະ ກໍ່ໃກ້ຈະສຳເລັດແລ້ວ. ປັດຈຸບັນພວກເຮົາກຳລັງຖ້າການອອກແບບຈາກປະເທດຈີນ ແລະ ຄິດວ່າ ໂຄງການກໍ່ສ້າງອາດຈະໄດ້ເລີ່ມໃນທ້າຍປີນີ້. ເຊິ່ງວ່າທາງລົງໄຟ 1 ກິໂລແມັດ ຕ້ອງການຄົນເບິ່ງແຍງ 15 ຄົນ ແບ່ງເປັນວິສະວະກອນ ແລະຊ່າງເຕັກນິກ ເຊິ່ງວິທະຍາໄລດັ່ງກ່າວຈະຊ່ວຍກຽມແຮງງານທີ່ມີທັກສະ ແລະຈ້າງແຮງງານທ້ອງຖິ່ນອີກດ້ວຍ ການກໍ່ສ້າງຈະຕັ້ງຢູ່ໃກ້ກັບເຂດສະໜາມກິລາແຫ່ງຊາດຫຼັກ 16 ແລະ ຄາດວ່າຈະໃຊ້ເວລາ 2 ປີ ໃຫ້ສຳເລັດ, ປັດຈຸບັນທາງກະຊວງສຶກສາທິການ ແລະ ກິລາ ໄດ້ສົ່ງພະນັກງານຄູ 30 ກວ່າຄົນ ໄປສຶກສາອບຮົມຢູ່ທີ່ປະເທດຈີນເພື່ອກ້ຽມພ້ອມສຳລັບວິທະຍາໄລດັ່ງກ່າວ ຫາກການກໍ່ສ້າງສຳເລັດວິທະຍາໄລແຫ່ງໃຫມ່ຈະເປັນສອນ 6 ຫຼັກສູດ ແລະຮັບນັກຮຽນປະມານ 300 ຄົນຕໍ່ປີ ໂດຍທີ່ນັກຮຽນຈະໄດ້ຮຽນຮູ້ກັບທຸກສ່ວນທີ່ກ່ຽວຂ້ອງກັບເຄື່ອງຈັກທາງລົດໄຟ ລວມເຖິງການຂັບລົດໄຟ ການບໍລິການສະຖານີ ແລະການສ້ອມແປງ ບຳລຸງຮັກສາ ...
Read More »ແຂວງຊຽງຂວາງ ຍັງຈະສືບຕໍ່ລົງວິໄນພະນັກງານຕື່ມອີກ, ພາຍຫຼັງປະກາດໄປແລ້ວ 33 ຄົນ
ອຳນາດການປົກຄອງແຂວງຊຽງຂວາງ ຍັງຈະສືບຕໍ່ລົງວິໄນພະນັກງານ-ລັດຖະກອນພາຍໃນແຂວງຂອງຕົນຕື່ມອີກຈຳນວນໜຶ່ງ ສຳລັບຜູ້ທີ່ສວຍໃຊ້ໜ້າທີ່ ຫຼື ຕຳແໜ່ງ ເຮັດຜິດລະບຽບກົດໝາຍ ແລະ ເຄື່ອນໄຫວໃນສິ່ງທີ່ບໍ່ຖືກຕ້ອງ ໂດຍສະເພາະແມ່ນການຂຸດຄົ້ນໄມ້ທີ່ບໍ່ຖືກຕ້ອງ. ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ໃຫ້ສຳພາດໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2019 ຫວ່າງບໍ່ດົນມານີ້ວ່າ: ພາຍຫຼັງທີ່ແຂວງໄດ້ປະກາດລົງວິໄນພະນັກງານ-ລັດຖະກອນຂັ້ນແຂວງ ແລະ ຂັ້ນເມືອງຈຳນວນ 27 ຄົນ ໃນຕົ້ນເດືອນເມສາທີ່ຜ່ານມາ ແລະ ພະນັກງານລະດັບການນຳອີກ 6 ຄົນ ທີ່ມີຂໍ້ບົກຜ່ອງຕໍ່ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຂອງຂອງຕົນ ລວມທັງເຮັດຜິດຕໍ່ລະບຽບ ແລະ ກົດໝາຍແລ້ວ ກໍຍັງມີພະນັກງານ-ລັດຖະກອນອີກຈຳນວນບໍ່ໜ້ອຍ ຢູ່ໃນບັນດາເມືອງຕ່າງໆ ແລະ ບາງພະແນກການ ທີ່ຈະຕ້ອງໄດ້ປະຕິບັດລົງວິໄນ, ຊຶ່ງບາງເທື່ອອາດຈະໄດ້ດຳເນີນຜ່ານອົງການຕຸລາການ. ປັດຈຸບັນນີ້, ຄະນະສະເພາະກິດຂອງສູນກາງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ໄດ້ລົງກວດສອບ, ສືບສວນສອບສວນ ແລະ ມີຂໍ້ມູນທັງໝົດແລ້ວ ພຽງແຕ່ວ່າການດຳເນີນການຊິເປັນແນວໃດ ຊຶ່ງອີງຕາມສະຖານໜັກ ຫຼື ເບົາ, ໃນນັ້ນ ສ່ວນໃຫຍ່ແມ່ນກ່ຽວກັບການຂຸດຄົ້ນໄມ້ທີ່ບໍ່ຖືກຕ້ອງ ແລະ ຮອງລົງມາແມ່ນໂຄງການລົງທຶນຂອງລັດ. ຖ້າຫາກເຮົາບໍ່ປະຕິບັດລົງວິໄນເດັດຂາດ ປະຊາຊົນກໍຈະຂາດຄວາມໄວ້ເນື້ອເຊື່ອໃຈ, ການນຳເຮົາ ກໍຈະມີແປ້ວມີແມງໄປຕະຫຼອດ, ...
Read More »Take it Easy Cafe ເປີດໂຕຢ່າງອົບອຸ່ນ ທີ່ຕຶກ World Trade Center
Take it Easy ເປັນຮ້ານຮ່ວມໂຕຂອງ ນັກວົງດົນຕີ Two Tones style Rock&Roll ມີຫຸ່ນສ່ວນນຳກັນ 4 ທ່ານມາຈາກ 3 ປະເທດຄື: ລາວ, ຈີນ ແລະ ອາເມລິກາ ໂດຍມີ ທ່ານ ຈວນໆເກົ້າ, ທ່ານ ທອມມີ້ ລິ້ມ, ທ່ານ ຄິມ ທະວີສັກ ແລະ ທ່ານນາງ ສຸພັກສອນ ທີລະກຸນ. ງານເປີດໂຕຮ້ານ Take it Easy Cafe ໄດ້ມີບັນຍາອົບອຸ່ນ ແລະ ເປັນກັນເອງ ຂອງບັນດາຄອບຄົວ, ໝູ່ເພື່ອນ ທີ່ມາຮ່ວມຍິນດີໃນການເປີດຮ້ານໃໝ່ຄັ້ງນີ້. ເຊິ່ງໄດ້ຈັດຂຶ້ນໃນຕອນບ່າຍຂອງ, ວັນທີ 4 ກໍລະກົດ 2019, ຢູ່ທີ່ສູນການຄ້າ World Trade Center ຊັ້ນ 4. Take it Easy Cafe ເລີ່ມມາຈາກ ວົງດົນຕີ Two Tones ...
Read More »ຊົມເຊີຍ!!! ແຂວງສະຫວັນນະເຂດ ສົ່ງເສີມໃຫ້ທຸກຄົນ ນຸ່ງຜ້າຝ້າຍລາວ ທຸກໆວັນພຸດ
ຫ້ອງວ່າການ ແຂວງສະຫວັນນະເຂດ ແຈ້ງການລົງວັນທີ 24 ມິຖຸນາ 2019 ເລື່ອງ: ຂໍການຮ່ວມມື ສົ່ງເສີມ ການນຸ່ງຜ້າຝ່າຍລາວ ຊຶ່ງເປັນຜະລິດຕະພັນພາຍໃນ ຂອງແຂວງ ສະຫວັນນະເຂດ ເພື່ອເປັນການ ສົ່ງເສີມຜະລິດຕະພັນຜ້າຝ້າຍລາວ ກໍຄືຜະລິດຕະພັນຂອງຄົນລາວເຮົາເອງ ຫຼຸດຜ່ອນການຊື້ເຄື່ອງນຸ່ງຈາກຕ່າງປະເທດ ເຊິ່ງເປັນຜະລິດຕະພັນຜ້າຝ້າຍຂອງແຂວງສະຫວັນນະເຂດ, ເພື່ອຄວາມຈົບງາມ ແລະ ເປັນເອກະລັກຂອງແຂວງ, ຫ້ອງວ່າການແຂວງສະຫວັນນະເຂດຂໍຖືເປັນກຽດແຈ້ງທິດຊີ້ນຳຂອງກອງປະຊຸມອົງການປົກຕອງແຂວງ ຄັ້ງວັນທີ 28 ພຶດສະພາ 2019 ມາຍັງທ່ານຊາບວ່າດັ່ງນີ້ “ທຸກໆວັນພຸດ ຂໍໃຫ້ພະນັກງານລັດຖະກອນ,ຄູອາຈານ, ນັກສຶກສາ ໃຫ້ຄວາມຮ່ວມມືສົ່ງເສີມການນຸ່ງຖືຜ້າຝ້າຍລາວ ໂດຍບໍ່ກຳນົດວ່າຈະເປັນສີຫຍັງ ແຕ່ຂໍໃຫ້ສຸພາບ, ຈົບງາມ ແລະ ບໍ່ຂັດກັບວັດທະນະທຳຮີດຄອງປະເພນີຂອງປະຊາຊົນລາວບັນດາເຜົ່າ” ແລະ ໃນມື້ນີ້!!! ວັນພຸດ ກໍໄດ້ມີພະນັກງານລັດຖະກອນ ຈຳນວນໜຶ່ງຂອງແຂວງສະຫວັນນະເຂດ ກໍໄດ້ໃຫ້ການຮ່ວມມື ນຸ່ງຊຸດຜ້າຝ້າຍລາວ ມາເຮັດວຽກ ເຊິ່ງກໍຈົບງາມຫຼາຍ. (ຂອບໃຈຮູບພາບຈາກ ຜູ້ໃຊ້ເຟສບຸກ Vilayvan Knv )
Read More »ເປີດຮັບສະໝັກ!!! ນັກເຕະເຍົາວະຊົນລາວ ໄປເຝິກຊ້ອມກັບ ບາເຢິນ ມິວນິກ ແຫ່ງເຢຍລະມັນ
ໂອກາດມາແລ້ວ ອາລິອັນສ໌ ເປີດຄັດນັກເຕະເຍົາວະຊົນລາວ ລຸ້ນໄປຝຶກຊ້ອມກັບ ບາເຢິນ ມິວນິກ ແຫ່ງເຢຍລະມັນ ໃນຕອນເຊົ້າວັນທີ 2 ກໍລະກົດ 2019 ໄດ້ມີພິທີຖະແຫຼງຂ່າວ ເພື່ອເປີດຮັບສະໝັກນັກເຕະ ລຸ້ນເຍົາວະຊົນລາວ ທີ່ມີອາຍຸລະຫວ່າງ 14-16 ປີ, ໂດຍການເປັນປະທານຂອງ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດ ແລະ ທ່ານ ບຸນຖົມ ລໍມະນີ ຮອງຜູ້ອຳນວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ບຸນຖົມ ລໍມະນີ ຮອງຜູ້ອຳນວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ ກ່າວວ່າ: ໂຄງການ Allianz Explorer Camp 2019 ຖືກຈັດຂຶ້ນຢ່າງຕໍ່ເນື່ອງ ຊຶ່ງປີນີ້ຈັດຂື້ນເປັນປີທີ 11 ໂດຍການຮ່ວມມືກັບສະໂມສອນບາເຢີນມິວນິກ ເພື່ອຄັດເລືອກເອົາເຍົາວະຊົນທີ່ມີຄວາມມັກຮັກ ແລະ ມີພອນສະຫວັນໃນກິລາບານເຕະ ໃນຂົງເຂດທົ່ວໂລກທີ່ມີບໍລິສັດອາລິອັນສ໌ ດໍາເນີນທຸລະກິດຢູ່ ໄປເຂົ້າຄ້າຍເຝິກຊ້ອມບານເຕະກັບນັກເຕະ ແລະ ຄູເຝິກຂອງສະໂມສອນ ບາເຢີນ ມິວນິກ ທີ່ປະເທດເຢຍລະມັນ. ...
Read More »ມຊ ເປີດໃຫ້ລົງທະບຽນສອບເສັງແບບອອນລາຍ ເລີ່ມແຕ່ວັນທີ 1-30 ກໍລະກົດ 2019
ມະຫາວິທະຍາໄລແຫ່ງຊາດ ເປີດໃຫ້ລົງທະບຽນສອບເສັງແບບອອນລາຍແລ້ວ ເລີ່ມແຕ່ວັນທີ 1-30 ກໍລະກົດ 2019 ເອກະສານຕ່າງໆທີ່ຜູ້ສະໝັກຈະຕ້ອງໄດ້ກະກຽມ ແລະ ນໍາມາສະເໜີຕໍ່ຄະນະກໍາມະການກວດກາ ແລະ ອອກບັດອະນຸຍາດເຂົ້າຫ້ອງສອບເສັງ. ສໍາລັບຜູ້ສະໝັກທີ່ຈົບການສອບເສັງມັດທະຍົມສົມບູນ ມ7 ໃນສົກສຶກສາ 2018-2019 ໃຫ້ປະກອບເອກະສານດັ່ງນີ້: ສໍາເນົາບັດເຂົ້າຫ້ອງສອບເສັງ ມ7 (1 ສະບັບ), ສໍາເນົາບັດປະຈໍາຕົວ ຫຼືປຶ້ມສໍາມະໂນຄົວ (1 ສະບັບ) ແລະ ຮູບຖ່າຍ ຂະໜາດ 3×4 ຖ່າຍບໍ່ໃຫ້ເກີນ 3 ເດືອນ (2 ໃບ) (ໂດຍໃຫ້ເອົາຮູບດຽວກັນກັບຮູບທີ່ຕິດບັດເຂົ້າຫ້ອງສອບເສັງມໍປາຍ ແລະ ເອກະສານທຸກຊະນິດຈະຕ້ອງມີຕົ້ນສະບັບມາຢັ້ງຢືນ ເພື່ອກວດສອບຄວາມຖືກຕ້ອງ). ສໍາລັບຜູ້ສະໝັກທີ່ຈົບການສຶກສາມັດທະຍົມສົມບູນກ່ອນສົກສຶກສາ 2018-2019 ໃຫ້ປະກອບເອກະສານດັ່ງນີ້: ສໍາເນົາປະກາສະນີຍະບັດຈົບ ມ7 (1 ສະບັບ), ສໍາເນົາບັດປະຈໍາຕົວ ຫຼືປຶ້ມສໍາມະໂນຄົວ (1 ສະບັບ) ແລະ ຮູບຖ່າຍຂະໜາດ 3×4 ຖ່າຍບໍ່ໃຫ້ເກີນ 3 ເດືອນ (2 ໃບ). ສ່ວນຜູ້ສະໝັກຜູ້ທີ່ເປັນພະນັກງານ ຕ້ອງມີສໍາເນົາປະກາສະນີຍະບັດຈົບ ມ7 (1 ...
Read More »ຂ່າວດີ!!! ອີກ 3 ປີ ຈະໄດ້ໃຊ້ເສັ້ນທາງລົດໄຟສະຖານີ ບ້ານຄຳສະຫວາດ
ຖືເປັນຂ່າວດີທີ່ຢາກໃຫ້ຕິດຕາມກັບໂຄງການກໍ່ສ້າງເສັ້ນທາງລົດໄຟຊ່ວງຕໍ່ຈາກທ່ານາແລ້ງເຂົ້າສູ່ຕົວເມືອງຫຼວງວຽງຈັນທີ່ສະຖານີບ້ານຄຳສະຫວາດ ເມືອງໄຊເສດຖາ, ຫຼັງຈາກນັ້ນຜູ້ທີ່ມີຈຸດປະສົງໄປໃຊ້ບໍລິການລົດໄຟລາວອອກສູ່ໜອງຄາຍ ແລະ ກຸງເທບຂອງໄທຈະໃຊ້ເວລາພຽງບໍ່ເທົ່າໃດນາທີກໍ່ຮອດເພາະຫ່າງຈາກຕົວເມືອງພຽງ 4 ກິໂລແມັດເທົ່ານັ້ນ. ການກໍ່ສ້າງເສັ້ນທາງລົດໄຟຕໍ່ຊ່ວງຈາກສະຖານີທ່ານາແລ້ງຫາບ້ານຄຳສະຫວາດ ເມືອງໄຊເສດຖາ ເປັນໂຄງການທີ່ທາງອົງການທາງລົດໄຟມີເປົ້າໝາຍສ້າງມາດົນແລ້ວ ແຕ່ເນື່ອງຈາກເງື່ອນໄຂປິ່ນອ້ອມຫຼາຍຢ່າງຍັງບໍ່ພ້ອມໂດຍສະເພາະເລື່ອງທຶນຮອນຈິ່ງເຮັດໃຫ້ແກ່ຍາວມາຫຼາຍປີ.ແນວໃດກໍ່ຕາມ ປັດຈຸບັນແມ່ນໄດ້ແຫຼ່ງທຶນພ້ອມແລ້ວທີ່ຈະດຳເນີນການກໍ່ສ້າງເສັ້ນທາງລົດໄຟ ຈາກຂົວມິດຕະພາບລາວໄທ ແຫ່ງທີ I ທ່ານາແລ້ງເຂົ້າມາຫາສູນກາງ ນະຄອນຫຼວງວຽງຈັນ ລວມຄວາມຍາວເປັນໄລຍະ 11 ກິໂລແມັດ ກໍາລັງຈະເປັນຄວາມຈິງຂຶ້ນມາ ພາຍຫຼັງ ການເຊັນບົດບັນທຶກ ຄວາມເຂົ້າໃຈ ລະຫວ່າງ ກົມທາງລົດໄຟ ກະຊວງ ໂຍທາ ແລະ ຂົນສົ່ງ ຮ່ວມກັບ ບໍລິສັດ Sermsanguan Construction ຈໍາກັດ ຈາກປະເທດໄທ. ໂຄງການເຟສ II ດັ່ງກ່າວ ແມ່ນໄດ້ຮັບງົບປະມານ ການຊ່ວຍເຫຼືອລ້າຈາກປະເທດໄທ 30% ແລະ ອີກ 70% ໃນຮູບແບບ ການກູ້ຍືມ ດອກເບ້ຍຕໍ່າ ໂດຍສະຖານີໃໝ່ນີ້ຕັ້ງຢູ່ໃກ້ສູນກາງ ຂອງນະຄອນຫຼວງວຽງຈັນ ແມ່ນສະຖານີ ທີ່ຕັ້ງຢູ່ບ້ານ ຄໍາສະຫວາດ (ປະມານ 4 ກມ ຈາກ ທາດຫຼວງວຽງຈັນ). ການກໍ່ສ້າງເສັ້ນທາງລົດໄຟ ພາກຂະຫຍາຍນີ້ ...
Read More »ແຈ້ງເຕືອນໄພ!!! ກຽມຮັບມືກັບ ຝົນຕົກໜັກ ສະບັບທີ 2 ວັນທີ 2-5 ກໍລະກົດ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນໄພຝົນຕົກໜັກ ສະບັບທີ 2 ເລກທີ 0907/ກອຕທ ລົງວັນທີ 2 ກໍລະກົດ 2019 ວ່າ: ຄວາມກົດດັນຕ່ຳຂອງອາກາດຮ້ອນທີ່ປົກຄຸມຢູ່ທະເລຈີນໃຕ້ຕອນເໜືອໄດ້ເພີ່ມກຳລັງແຮງຂຶ້ນເປັນພາຍຸເດເປຼຊັນ, ເຊິ່ງໃນເວລາ 7 ໂມງເຊົ້າຂອງວັນທີ 2 ກໍລະກົດ 2019 ມີຈຸດສູນກາງຢູ່ເສັ້ນຂະໜານທີ 18.5 ອົງສາເໜືອ ແລະ ເສັ້ນແວງທີ 113.3 ອົງສາຕາເວັນອອກ, ພວມເຄື່ອນທີ່ໄປທາງທິດຕາເວັນຕົກສຽງເໜືອດ້ວຍຄວາມໄວ 15 ກິໂລມແມັດຕໍ່ຊົ່ວໂມງ, ພາຍຸຫົວນີ້ຈະເຄື່ອນທີ່ຜ່ານເກາະໄຮໜານໃນຕອນຄ່ຳຂອງມື້ນີ້ ຈາກນັ້ນຈະມີທ່າອ່ຽງຜ່ານໃກ້ພາກເໜືອຂອງປະເທດຫວຽດນາມ ໃນໄລຍະວັນທີ 3 ຫາ 5 ກໍລະກົດ 2019. ຈາກທ່າອ່ຽງການເຄື່ອນທີ່ຂອງພາຍຸຫົວນີ້ ຈະເຮັດໃຫ້ລົມມໍລະສຸມຕາເວັນຕົກສຽງໃຕ້ມີກຳລັງແຮງເພີ່ມຂຶ້ນ ພັດປົກຄຸມທົ່ວທຸກພາກຂອງປະເທດລາວ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາພາກກາງ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດໃນຂອບເຂດທົ່ວປະເທດ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ມີນ້ຳຖ້ວມອັ່ງຢູ່ແຂວງພາກກາງ ຫາ ພາກໃຕ້ ແລະ ມີລົມພັດແຮງທີ່ອາດຈະເຮັດໃຫ້ຕົ້ນໄມ້ຫັກ, ...
Read More »ລັດຖະມົນຕີ ກະຊວງສາທາ ສັ່ງໃຫ້ພະນັກງານຮີບຮ້ອນ ລົງຊ່ວຍສຸກສາລາ ເພື່ອຕອບໂຕ້ໄຂ້ຍຸງລາຍ
ເມື່ອທ້າຍອາທິດຜ່ານມາ, ທ່ານ ດຣ.ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາ ລະນະສຸກ ໄດ້ອອກຄຳສັ່ງໃຫ້ຮີບຮ້ອນຫັນພະນັກງານລົງຊ່ວຍໂຮງໝໍນ້ອຍ (ສຸກສາລາ), ໂຮງໝໍເມືອງ ເພື່ອຕອບໂຕ້ໄຂ້ຍຸງລາຍ, ເນື່ອງຈາກປັດຈຸບັນ ພະຍາດໄຂ້ຍຸງລາຍໄດ້ມີການລະບາດຮຸນແຮງ ໃນຫຼາຍແຂວງ ນັບແຕ່ເດືອນມັງກອນ 2019 ຈົນເຖິງປັດຈຸບັນ ມີຜູ້ເປັນໄຂ້ຍຸງລາຍຫຼາຍກວ່າ 7 ພັນກໍ ລະນີ ແລະ ມີການເສຍຊີວິດເຖິງ 24 ກໍລະນີ ແລະ ເຫັນວ່າການລະບາດຂອງພະຍາດໄຂ້ຍຸງລາຍໃນປີນີ້ ມີທ່າອ່ຽງຈະຮ້າຍແຮງຂຶ້ນທຸກມື້. ທີ່ມາ: ຂ່າວສານປະເທດລາວ
Read More »