ລັດຖະມົນຕີ ກະຊວງສາທາ ສັ່ງໃຫ້ພະນັກງານຮີບຮ້ອນ ລົງຊ່ວຍສຸກສາລາ ເພື່ອຕອບໂຕ້ໄຂ້ຍຸງລາຍ

ເມື່ອທ້າຍອາທິດຜ່ານມາ, ທ່ານ ດຣ.ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາ ລະນະສຸກ ໄດ້ອອກຄຳສັ່ງໃຫ້ຮີບຮ້ອນຫັນພະນັກງານລົງຊ່ວຍໂຮງໝໍນ້ອຍ (ສຸກສາລາ), ໂຮງໝໍເມືອງ ເພື່ອຕອບໂຕ້ໄຂ້ຍຸງລາຍ, ເນື່ອງຈາກປັດຈຸບັນ ພະຍາດໄຂ້ຍຸງລາຍໄດ້ມີການລະບາດຮຸນແຮງ ໃນຫຼາຍແຂວງ ນັບແຕ່ເດືອນມັງກອນ 2019 ຈົນເຖິງປັດຈຸບັນ ມີຜູ້ເປັນໄຂ້ຍຸງລາຍຫຼາຍກວ່າ 7 ພັນກໍ ລະນີ ແລະ ມີການເສຍຊີວິດເຖິງ 24 ກໍລະນີ ແລະ ເຫັນວ່າການລະບາດຂອງພະຍາດໄຂ້ຍຸງລາຍໃນປີນີ້ ມີທ່າອ່ຽງຈະຮ້າຍແຮງຂຶ້ນທຸກມື້.

ທີ່ມາ: ຂ່າວສານປະເທດລາວ

Comments