ດ່ວນ!! ແຈ້ງເຕືອນໄພ ຝົນຕົກໜັກ ລະຫວ່າງວັນທີ 2-5 ກໍລະກົດ 2019

ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ກົມອຸຕຸນິຍົມ ແລະອຸທົກກະສາດ ແຈ້ງເຕືອນໄຟຝົນຕົກໜັກ: ໃນໄລຍະວັນທີ 2 ຫາ 5 ກໍລະກົດ 2019 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງປານກາງຫາແຮງພັດປົກຄຸມຢູ່ຕອນໃຕ້ຂອງປະເທດ ສປ ຈີນ ແລະ ຈະມີກຳລັງແຮງເພີ່ມຂຶ້ນພັດຜ່ານເກາະໄຮໜານເຂົ້າສູ່ປະເທດ ສສ ຫວຽດນາມ ແລະ ຍັງຈະເພີ່ມກຳລັງແຮງຂື້ນຕື່ມປົກຄຸມຢູ່ພາກເຫນືອ ຫາ ພາກກາງຂອງປະເທດລາວ, ຊື່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ ແລະ ຕົກຫນັກ ພ້ອມມີລົມພັດແຮງ, ຟ້າຜ່າ ແລະ ດິນເຈື່ອນ ຢູ່ບາງທ້ອງຖິ່ນແຂວງ ພາກເຫນືອ ຫາ ພາກກາງ ແລະ ພາກໃຕ້.

ດັ່ງນັ້ນ, ຈື່ງແຈ້ງເຕືອນເຖິງອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ,ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ນັບທັງນະຄອນຫລວງວຽງຈັນ, ສາລະວັນ, ຈຳປາສັກ, ເຊກອງ ແລະອັດຕະປື ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງເຫຼື້ອມ, ຟ້າຜ່າ ແລະ ລົມພັດແຮງ ທີ່ອາດຈະເຮັດໃຫ້ຕົ້ນໄມ້ຫັກ, ເສົາໄຟຟ້າຫັກລົ້ມ, ຫຼັງຄາເຮືອນເປ່ເພ ພ້ອມນີ້ກໍ່ໃຫ້ຫຼີກເວັ້ນການໄປຢູ່ກ້ອງຕົ້ນໄມ້ໃຫ່ຍ ຫຼື ຢູ່ກາງເດີນທີ່ກວ້າງ ເພາະຈະມີຄວາມສ່ຽງໃຫ້ເກີດຟ້າຜ່າ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 4 ວັນຕໍ່ໜ້ານີ້.

Comments