ລັດຖະບານລາວ ກຽມສ້າງວິທະຍາໄລເຕັກນິກ ການລົດໄຟ ເພື່ອຮອງຮັບການນຳໃຊ້ລົດໄຟລາວ-ຈີນ

ເສັ້ນທາງລົດໄຟ ລາວ-ຈີນ ມີຄວາມຈຳເປັນທີ່ຈະຕ້ອງໃຊ້ພະນັກງານຫຼາຍພັນຄົນເພື່ອເຮັດວຽກພາຍຫຼັງການເປີດນຳໃຊ້ໃນປີ 2021, ສະນັ້ນທາງລັດຖະບານລາວມີແຜນຮ່ວມກັບການຊ່ວຍເຫຼືອຈາກ ລັດຖະບານຈີນ ທີ່ຈະສ້າງວິທະຍາໄລວິຊາຊີບເຕັກນິກການທາງລົດໄຟລາວຂຶ້ນ ເພື່ອຕອບສະໜອງ ຊ່ຽວຊານທີ່ເປັນມືອາຊີບເຮັດວຽກໃນໂຄງການດັ່ງກ່າວ.

ທ່ານ ຮສ. ດຣ ກອງສີ ແສງມະນີ ຮອງລັດທະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ສຳພາດກັບສື່ມວນຊົນລາວວ່າ: ວິທະຍາໄລດັ່ງກ່າວແມ່ນຍັງຢູ່ໃນຂັ້ນຕອນການອອກແບບ ແລະ ກໍ່ໃກ້ຈະສຳເລັດແລ້ວ. ປັດຈຸບັນພວກເຮົາກຳລັງຖ້າການອອກແບບຈາກປະເທດຈີນ ແລະ ຄິດວ່າ ໂຄງການກໍ່ສ້າງອາດຈະໄດ້ເລີ່ມໃນທ້າຍປີນີ້.

ເຊິ່ງວ່າທາງລົງໄຟ 1 ກິໂລແມັດ ຕ້ອງການຄົນເບິ່ງແຍງ 15 ຄົນ ແບ່ງເປັນວິສະວະກອນ ແລະຊ່າງເຕັກນິກ ເຊິ່ງວິທະຍາໄລດັ່ງກ່າວຈະຊ່ວຍກຽມແຮງງານທີ່ມີທັກສະ ແລະຈ້າງແຮງງານທ້ອງຖິ່ນອີກດ້ວຍ

ການກໍ່ສ້າງຈະຕັ້ງຢູ່ໃກ້ກັບເຂດສະໜາມກິລາແຫ່ງຊາດຫຼັກ 16 ແລະ ຄາດວ່າຈະໃຊ້ເວລາ 2 ປີ ໃຫ້ສຳເລັດ, ປັດຈຸບັນທາງກະຊວງສຶກສາທິການ ແລະ ກິລາ ໄດ້ສົ່ງພະນັກງານຄູ 30 ກວ່າຄົນ ໄປສຶກສາອບຮົມຢູ່ທີ່ປະເທດຈີນເພື່ອກ້ຽມພ້ອມສຳລັບວິທະຍາໄລດັ່ງກ່າວ ຫາກການກໍ່ສ້າງສຳເລັດວິທະຍາໄລແຫ່ງໃຫມ່ຈະເປັນສອນ 6 ຫຼັກສູດ ແລະຮັບນັກຮຽນປະມານ 300 ຄົນຕໍ່ປີ ໂດຍທີ່ນັກຮຽນຈະໄດ້ຮຽນຮູ້ກັບທຸກສ່ວນທີ່ກ່ຽວຂ້ອງກັບເຄື່ອງຈັກທາງລົດໄຟ ລວມເຖິງການຂັບລົດໄຟ ການບໍລິການສະຖານີ ແລະການສ້ອມແປງ ບຳລຸງຮັກສາ


ທາງລົດໄຟ ລາວ-ຈີນ ມີຄວາມຍາວທັງໝົດ 414 ກິໂລແມັດ ຈະແລ່ນຈາກຊາຍແດນບໍ່ເຕັນ ທາງພາກເໜືອຂອງລາວ ສູ່ນະຄອນຫຼວງວຽງຈັນ ດ້ວຍຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ

ພາບ: Chinanews

Comments