
ການກໍ່ສ້າງເສັ້ນທາງລົດໄຟຕໍ່ຊ່ວງຈາກສະຖານີທ່ານາແລ້ງຫາບ້ານຄຳສະຫວາດ ເມືອງໄຊເສດຖາ ເປັນໂຄງການທີ່ທາງອົງການທາງລົດໄຟມີເປົ້າໝາຍສ້າງມາດົນແລ້ວ ແຕ່ເນື່ອງຈາກເງື່ອນໄຂປິ່ນອ້ອມຫຼາຍຢ່າງຍັງບໍ່ພ້ອມໂດຍສະເພາະເລື່ອງທຶນຮອນຈິ່ງເຮັດໃຫ້ແກ່ຍາວມາຫຼາຍປີ.ແນວໃດກໍ່ຕາມ ປັດຈຸບັນແມ່ນໄດ້ແຫຼ່ງທຶນພ້ອມແລ້ວທີ່ຈະດຳເນີນການກໍ່ສ້າງເສັ້ນທາງລົດໄຟ ຈາກຂົວມິດຕະພາບລາວໄທ ແຫ່ງທີ I ທ່ານາແລ້ງເຂົ້າມາຫາສູນກາງ ນະຄອນຫຼວງວຽງຈັນ ລວມຄວາມຍາວເປັນໄລຍະ 11 ກິໂລແມັດ ກໍາລັງຈະເປັນຄວາມຈິງຂຶ້ນມາ
ພາຍຫຼັງ ການເຊັນບົດບັນທຶກ ຄວາມເຂົ້າໃຈ ລະຫວ່າງ ກົມທາງລົດໄຟ ກະຊວງ ໂຍທາ ແລະ ຂົນສົ່ງ ຮ່ວມກັບ ບໍລິສັດ Sermsanguan Construction ຈໍາກັດ ຈາກປະເທດໄທ.
ໂຄງການເຟສ II ດັ່ງກ່າວ ແມ່ນໄດ້ຮັບງົບປະມານ ການຊ່ວຍເຫຼືອລ້າຈາກປະເທດໄທ 30% ແລະ ອີກ 70% ໃນຮູບແບບ ການກູ້ຍືມ ດອກເບ້ຍຕໍ່າ ໂດຍສະຖານີໃໝ່ນີ້ຕັ້ງຢູ່ໃກ້ສູນກາງ ຂອງນະຄອນຫຼວງວຽງຈັນ ແມ່ນສະຖານີ ທີ່ຕັ້ງຢູ່ບ້ານ ຄໍາສະຫວາດ (ປະມານ 4 ກມ ຈາກ ທາດຫຼວງວຽງຈັນ). ການກໍ່ສ້າງເສັ້ນທາງລົດໄຟ ພາກຂະຫຍາຍນີ້ ຄາດວ່າຈະໃຫ້ສໍາເລັດ ໃນທ້າຍປີ 2021.