ແຂວງຊຽງຂວາງ ຍັງຈະສືບຕໍ່ລົງວິໄນພະນັກງານຕື່ມອີກ, ພາຍຫຼັງປະກາດໄປແລ້ວ 33 ຄົນ

ອຳນາດການປົກຄອງແຂວງຊຽງຂວາງ ຍັງຈະສືບຕໍ່ລົງວິໄນພະນັກງານ-ລັດຖະກອນພາຍໃນແຂວງຂອງຕົນຕື່ມອີກຈຳນວນໜຶ່ງ ສຳລັບຜູ້ທີ່ສວຍໃຊ້ໜ້າທີ່ ຫຼື ຕຳແໜ່ງ ເຮັດຜິດລະບຽບກົດໝາຍ ແລະ ເຄື່ອນໄຫວໃນສິ່ງທີ່ບໍ່ຖືກຕ້ອງ ໂດຍສະເພາະແມ່ນການຂຸດຄົ້ນໄມ້ທີ່ບໍ່ຖືກຕ້ອງ.

ທ່ານ ​ບຸນຕົ້ນ ຈັນທະພອນ ເຈົ້າ​ແຂວງຊຽງຂວາງ ໃຫ້ສຳພາດໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2019 ຫວ່າງບໍ່ດົນມານີ້ວ່າ: ພາຍຫຼັງທີ່ແຂວງໄດ້ປະກາດລົງວິໄນພະນັກງານ-ລັດຖະກອນຂັ້ນແຂວງ ແລະ ຂັ້ນເມືອງຈຳນວນ 27 ຄົນ ໃນຕົ້ນເດືອນເມສາທີ່ຜ່ານມາ ແລະ ພະນັກງານລະດັບການນຳອີກ 6 ຄົນ ທີ່ມີຂໍ້ບົກຜ່ອງຕໍ່ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຂອງຂອງຕົນ ລວມທັງເຮັດຜິດຕໍ່ລະບຽບ ແລະ ກົດໝາຍແລ້ວ ກໍຍັງມີພະນັກງານ-ລັດຖະກອນອີກຈຳນວນບໍ່ໜ້ອຍ ຢູ່ໃນບັນດາເມືອງຕ່າງໆ ແລະ ບາງພະແນກການ ທີ່ຈະຕ້ອງໄດ້ປະຕິບັດລົງວິໄນ, ຊຶ່ງບາງເທື່ອອາດຈະໄດ້ດຳເນີນຜ່ານອົງການຕຸລາການ.

ປັດຈຸບັນນີ້, ຄະນະສະເພາະກິດຂອງສູນກາງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ໄດ້ລົງກວດສອບ, ສືບສວນສອບສວນ ແລະ ມີຂໍ້ມູນທັງໝົດແລ້ວ ພຽງແຕ່ວ່າການດຳເນີນການຊິເປັນແນວໃດ ຊຶ່ງອີງຕາມສະຖານໜັກ ຫຼື ເບົາ, ໃນນັ້ນ ສ່ວນໃຫຍ່ແມ່ນກ່ຽວກັບການຂຸດຄົ້ນໄມ້ທີ່ບໍ່ຖືກຕ້ອງ ແລະ ຮອງລົງມາແມ່ນໂຄງການລົງທຶນຂອງລັດ.

ຖ້າຫາກເຮົາບໍ່ປະຕິບັດລົງວິໄນເດັດຂາດ ປະຊາຊົນກໍຈະຂາດຄວາມໄວ້ເນື້ອເຊື່ອໃຈ, ການນຳເຮົາ ກໍຈະມີແປ້ວມີແມງໄປຕະຫຼອດ, ບໍ່ມີຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ, ສະນັ້ນ ຕ້ອງໄດ້ຕັດສິນໃຈເຮັດແທ້ທຳຈິງ ຜິດກໍວ່າຕາມຜິດ, ເຮັດດີເຮັດຖືກຕ້ອງ ກໍຕ້ອງມີການຍ້ອງຍໍສັນລະເສີນ, ທັງນີ້ ກໍເພື່ອເປັນການສົ່ງເສີມໃຫ້ຜູ້ທີ່ເຮັດດີໄດ້ດີ ແລະ ທັງບໍ່ໃຫ້ເກີດປະກົດການຫຍໍ້ທໍ່ຕ່າງໆຂື້ນໃນວຽກງານ.

ໂດຍ: ຊາຍຄົນເດີມ

ທີ່ມາ: ຂ່າວສານປະເທດລາວ

Comments