ແຈ້ງເຕືອນໄພ!!! ກຽມຮັບມືກັບ ຝົນຕົກໜັກ ສະບັບທີ 2 ວັນທີ 2-5 ກໍລະກົດ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນໄພຝົນຕົກໜັກ ສະບັບທີ 2 ເລກທີ 0907/ກອຕທ ລົງວັນທີ 2 ກໍລະກົດ 2019 ວ່າ: ຄວາມກົດດັນຕ່ຳຂອງອາກາດຮ້ອນທີ່ປົກຄຸມຢູ່ທະເລຈີນໃຕ້ຕອນເໜືອໄດ້ເພີ່ມກຳລັງແຮງຂຶ້ນເປັນພາຍຸເດເປຼຊັນ, ເຊິ່ງໃນເວລາ 7 ໂມງເຊົ້າຂອງວັນທີ 2 ກໍລະກົດ 2019 ມີຈຸດສູນກາງຢູ່ເສັ້ນຂະໜານທີ 18.5 ອົງສາເໜືອ ແລະ ເສັ້ນແວງທີ 113.3 ອົງສາຕາເວັນອອກ, ພວມເຄື່ອນທີ່ໄປທາງທິດຕາເວັນຕົກສຽງເໜືອດ້ວຍຄວາມໄວ 15 ກິໂລມແມັດຕໍ່ຊົ່ວໂມງ, ພາຍຸຫົວນີ້ຈະເຄື່ອນທີ່ຜ່ານເກາະໄຮໜານໃນຕອນຄ່ຳຂອງມື້ນີ້ ຈາກນັ້ນຈະມີທ່າອ່ຽງຜ່ານໃກ້ພາກເໜືອຂອງປະເທດຫວຽດນາມ ໃນໄລຍະວັນທີ 3 ຫາ 5 ກໍລະກົດ 2019.

ຈາກທ່າອ່ຽງການເຄື່ອນທີ່ຂອງພາຍຸຫົວນີ້ ຈະເຮັດໃຫ້ລົມມໍລະສຸມຕາເວັນຕົກສຽງໃຕ້ມີກຳລັງແຮງເພີ່ມຂຶ້ນ ພັດປົກຄຸມທົ່ວທຸກພາກຂອງປະເທດລາວ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາພາກກາງ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດໃນຂອບເຂດທົ່ວປະເທດ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ມີນ້ຳຖ້ວມອັ່ງຢູ່ແຂວງພາກກາງ ຫາ ພາກໃຕ້ ແລະ ມີລົມພັດແຮງທີ່ອາດຈະເຮັດໃຫ້ຕົ້ນໄມ້ຫັກ, ເສົາໄຟຟ້າຫັກລົ້ມ, ຫຼັງຄາເຮືອນເປ່ເພ ພ້ອມນີ້ກໍ່ໃຫ້ຫຼີກເວັ້ນການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ຫຼື ຢູ່ກາງເດີ່ນທີ່ກວ້າງ ເພາະຈະມີຄວາມສ່ຽງໃຫ້ເກີດຟ້າຜ່າ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດໃນໄລຍະ 1 ຫາ 3 ວັນຕໍ່ໜ້ານີ້.

Comments