ຊົມເຊີຍ!!! ແຂວງສະຫວັນນະເຂດ ສົ່ງເສີມໃຫ້ທຸກຄົນ ນຸ່ງຜ້າຝ້າຍລາວ ທຸກໆວັນພຸດ

ຫ້ອງວ່າການ ແຂວງສະຫວັນນະເຂດ ແຈ້ງການລົງວັນທີ 24 ມິຖຸນາ 2019

ເລື່ອງ: ຂໍການຮ່ວມມື ສົ່ງເສີມ ການນຸ່ງຜ້າຝ່າຍລາວ ຊຶ່ງເປັນຜະລິດຕະພັນພາຍໃນ ຂອງແຂວງ ສະຫວັນນະເຂດ

ເພື່ອເປັນການ ສົ່ງເສີມຜະລິດຕະພັນຜ້າຝ້າຍລາວ ກໍຄືຜະລິດຕະພັນຂອງຄົນລາວເຮົາເອງ ຫຼຸດຜ່ອນການຊື້ເຄື່ອງນຸ່ງຈາກຕ່າງປະເທດ ເຊິ່ງເປັນຜະລິດຕະພັນຜ້າຝ້າຍຂອງແຂວງສະຫວັນນະເຂດ, ເພື່ອຄວາມຈົບງາມ ແລະ ເປັນເອກະລັກຂອງແຂວງ, ຫ້ອງວ່າການແຂວງສະຫວັນນະເຂດຂໍຖືເປັນກຽດແຈ້ງທິດຊີ້ນຳຂອງກອງປະຊຸມອົງການປົກຕອງແຂວງ ຄັ້ງວັນທີ 28 ພຶດສະພາ 2019 ມາຍັງທ່ານຊາບວ່າດັ່ງນີ້ “ທຸກໆວັນພຸດ ຂໍໃຫ້ພະນັກງານລັດຖະກອນ,​ຄູອາຈານ,​ ນັກສຶກສາ  ໃຫ້ຄວາມຮ່ວມມືສົ່ງເສີມການນຸ່ງຖືຜ້າຝ້າຍລາວ ໂດຍບໍ່ກຳນົດວ່າຈະເປັນສີຫຍັງ ແຕ່ຂໍໃຫ້ສຸພາບ, ຈົບງາມ ແລະ ບໍ່ຂັດກັບວັດທະນະທຳຮີດຄອງປະເພນີຂອງປະຊາຊົນລາວບັນດາເຜົ່າ” 

ແລະ ໃນມື້ນີ້!!! ວັນພຸດ ກໍໄດ້ມີພະນັກງານລັດຖະກອນ ຈຳນວນໜຶ່ງຂອງແຂວງສະຫວັນນະເຂດ ກໍໄດ້ໃຫ້ການຮ່ວມມື ນຸ່ງຊຸດຜ້າຝ້າຍລາວ ມາເຮັດວຽກ ເຊິ່ງກໍຈົບງາມຫຼາຍ.

(ຂອບໃຈຮູບພາບຈາກ ຜູ້ໃຊ້ເຟສບຸກ  Vilayvan Knv )

Comments