ເປີດຮັບສະໝັກ!!! ນັກເຕະເຍົາວະຊົນລາວ ໄປເຝິກຊ້ອມກັບ ບາເຢິນ ມິວນິກ ແຫ່ງເຢຍລະມັນ

ໂອກາດມາແລ້ວ ອາລິອັນສ໌ ເປີດຄັດນັກເຕະເຍົາວະຊົນລາວ ລຸ້ນໄປຝຶກຊ້ອມກັບ ບາເຢິນ ມິວນິກ ແຫ່ງເຢຍລະມັນ
ໃນຕອນເຊົ້າວັນທີ 2 ກໍລະກົດ 2019 ໄດ້ມີພິທີຖະແຫຼງຂ່າວ ເພື່ອເປີດຮັບສະໝັກນັກເຕະ ລຸ້ນເຍົາວະຊົນລາວ ທີ່ມີອາຍຸລະຫວ່າງ 14-16 ປີ,  ໂດຍການເປັນປະທານຂອງ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດ ແລະ ທ່ານ ບຸນຖົມ ລໍມະນີ ຮອງຜູ້ອຳນວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ບຸນຖົມ ລໍມະນີ ຮອງຜູ້ອຳນວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ ກ່າວວ່າ: ໂຄງການ Allianz Explorer Camp 2019 ຖືກຈັດຂຶ້ນຢ່າງຕໍ່ເນື່ອງ ຊຶ່ງປີນີ້ຈັດຂື້ນເປັນປີທີ 11 ໂດຍການຮ່ວມມືກັບສະໂມສອນບາເຢີນມິວນິກ ເພື່ອຄັດເລືອກເອົາເຍົາວະຊົນທີ່ມີຄວາມມັກຮັກ ແລະ ມີພອນສະຫວັນໃນກິລາບານເຕະ ໃນຂົງເຂດທົ່ວໂລກທີ່ມີບໍລິສັດອາລິອັນສ໌ ດໍາເນີນທຸລະກິດຢູ່ ໄປເຂົ້າຄ້າຍເຝິກຊ້ອມບານເຕະກັບນັກເຕະ ແລະ ຄູເຝິກຂອງສະໂມສອນ ບາເຢີນ ມິວນິກ ທີ່ປະເທດເຢຍລະມັນ.

ໂຄງການ Allianz Explorer Camp 2019 ຈະແບ່ງອອກເປັນ 2 ຄ້າຍເຝິກຊ້ອມຄື Allianz Explorer Asia Camp 2019 ຊື່ງຈະປະກອບມີເຍົາວະຊົນຈາກຂົງເຂດປະເທດອາຊີ-ປາຊີຟີກ ແລະໄດ້ຈັດຂື້ນທີ່ ໃນລະຫວ່າງ 23-26 ກໍລະກົດ 2019 ປະເທດສີງກະໂປ. ແລະ ຄ້າຍເຝິກຊ້ອມ Allianz Explorer Global Camp 2019 ທີ່ຈະໄດ້ຄັດເລືອກເອົາຜູ້ຊະນະຂອງແຕ່ລະປະເທດໃນ Asia Camp ໄປຮ່ວມເຂົ້າເຝິກຊ້ອມທີ່ເມືອງມິວນິກ ປະເທດເຢຍລະມັນ ໃນລະຫວ່າງວັນທີ 22-27 ສິງຫາ 2019. 

ສໍາລັບເງື່ອນໄຂ ແລະ ລາຍລະອຽດການສະໝັກ ຜູ້ທີ່ມີອາຍຸ 14 – 16 ປີເຕັມ ບໍ່ຈໍາກັດເພດ;* ມີສັນຊາດລາວ; ມີຄວາມມັກໃນກິລາບານເຕະ; ມີທັກສະພາສາອັງກິດລະດັບເລີ່ມຕົ້ນ, ສໍາເນົາບັດປະຈໍາຕົວ ແລະ ປື້ມສໍາມະໂນຄົວ ຫຼື ເອກະສານອື່ນໆທີ່ສາມາດຢັ້ງຢືນການເກີດໄດ້. * ອາຍຸຜູ້ສະໝັກຕ້ອງບໍ່ເກີນ 16 ປີ ໃນວັນທີ 30 / 06/2019

ສ່ວນຊ່ອງທາງ ແລະ ວີທີການສະມັກ ສໍາຫຼັບຜູ້ທີ່ສົນໃຈເຂົ້າຮ່ວມຄັດເລືອກ ແມ່ນສາມາດລົງທະບຽນໄດ້ລ່ວງໜ້າ ເພື່ອກວດສອບເອກະສານກ່ອນຜ່ານທີ່ເຟສບຸກຂອງ ບໍລິສັດອາລິອັນສ໌ ປະກັນໄພລາວ ທີໂດຍພິມ @agl.allianz ຫຼືສາມາດມາລົງທະບຽນມື້ຄັດເລືອກເລີຍກໍ່ໄດ້. ເອກະສານປະກອບໃນການສະໝັກມີ: ຮູບຖ່າຍຂອງຜູ້ສະໝັກຊື່ ແລະ ນາມສະກຸນ (ພາສາລາວ ແລະ ພາສາອັງກິດ) ຮູບຖ່າຍສຳມະໂນຄົວ (ໜ້າປົກ ແລະ ໜ້າທີ່ມີຮູບ/ຊື່ຜູ້ສະມັກ) ຮູບຖ່າຍບັດປະຈຳຕົວ ຫຼື ເອກະສານອື່ນໆທີ່ຢັ້ງຢືນເຖິງການເກີດໄດ້.
ການຄັດເລືອກແມ່ນຈະຈັດຂື້ນໃນວັນທີ 6 ກໍລະກົດ 2019 ທີ່ເດີນເຕະບານຂອງສະຫະພັນບານເຕະແຫ່ງຊາດລາວ, ບ້ານຫວ້ຍຫົງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ເລີ່ມຕັ້ງແຕ່ເວລາ 6 ໂມງເຊົ້າເປັນຕົ້ນໄປ ພ້ອມຮັບຂອງທີ່ລະລືກຈາກບໍລິສັດ ອາລິອັນປະກັນໄພລາວ.

Comments