ມຊ ເປີດໃຫ້ລົງທະບຽນສອບເສັງແບບອອນລາຍ ເລີ່ມແຕ່ວັນທີ 1-30 ກໍລະກົດ 2019

ມະຫາວິທະຍາໄລແຫ່ງຊາດ ເປີດໃຫ້ລົງທະບຽນສອບເສັງແບບອອນລາຍແລ້ວ ເລີ່ມແຕ່ວັນທີ 1-30 ກໍລະກົດ 2019 ເອກະສານຕ່າງໆທີ່ຜູ້ສະໝັກຈະຕ້ອງໄດ້ກະກຽມ ແລະ ນໍາມາສະເໜີຕໍ່ຄະນະກໍາມະການກວດກາ ແລະ ອອກບັດອະນຸຍາດເຂົ້າຫ້ອງສອບເສັງ. ສໍາລັບຜູ້ສະໝັກທີ່ຈົບການສອບເສັງມັດທະຍົມສົມບູນ ມ7 ໃນສົກສຶກສາ 2018-2019 ໃຫ້ປະກອບເອກະສານດັ່ງນີ້: ສໍາເນົາບັດເຂົ້າຫ້ອງສອບເສັງ ມ7 (1 ສະບັບ), ສໍາເນົາບັດປະຈໍາຕົວ ຫຼືປຶ້ມສໍາມະໂນຄົວ (1 ສະບັບ) ແລະ ຮູບຖ່າຍ ຂະໜາດ 3×4 ຖ່າຍບໍ່ໃຫ້ເກີນ 3 ເດືອນ (2 ໃບ) (ໂດຍໃຫ້ເອົາຮູບດຽວກັນກັບຮູບທີ່ຕິດບັດເຂົ້າຫ້ອງສອບເສັງມໍປາຍ ແລະ ເອກະສານທຸກຊະນິດຈະຕ້ອງມີຕົ້ນສະບັບມາຢັ້ງຢືນ ເພື່ອກວດສອບຄວາມຖືກຕ້ອງ).

ສໍາລັບຜູ້ສະໝັກທີ່ຈົບການສຶກສາມັດທະຍົມສົມບູນກ່ອນສົກສຶກສາ 2018-2019 ໃຫ້ປະກອບເອກະສານດັ່ງນີ້: ສໍາເນົາປະກາສະນີຍະບັດຈົບ ມ7 (1 ສະບັບ), ສໍາເນົາບັດປະຈໍາຕົວ ຫຼືປຶ້ມສໍາມະໂນຄົວ (1 ສະບັບ) ແລະ ຮູບຖ່າຍຂະໜາດ 3×4 ຖ່າຍບໍ່ໃຫ້ເກີນ 3 ເດືອນ (2 ໃບ). ສ່ວນຜູ້ສະໝັກຜູ້ທີ່ເປັນພະນັກງານ ຕ້ອງມີສໍາເນົາປະກາສະນີຍະບັດຈົບ ມ7 (1 ສະບັບ), ສໍາເນົາບັດປະຈໍາຕົວ ຫຼືປຶ້ມສໍາມະໂນຄົວທີ່ມີຮູບຜູ້ສະໝັກຕິດຢູ່ (1 ສະບັບ) ແລະ ຮູບຖ່າຍຂະໜາດ 3×4 ຖ່າຍບໍ່ໃຫ້ເກີນ 3 ເດືອນ (2 ໃບ) (ເອກະສານທຸກຊະນິດຈະຕ້ອງມີຕົ້ນສະບັບມາຢັ້ງຢືນ ເພື່ອກວດສອບຄວາມຖືກຕ້ອງ).

ສໍາລັບຄ່າທໍານຽມສະໝັກສອບເສັງແມ່ນ 40.000 ກີບ ໂດຍໄດ້ປະຕິບັດຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ. ພ້ອມກັນນັ້ນ ມຊ ກໍໄດ້ກະກຽມສະໜອງອຸປະກອນຈໍານວນໜຶ່ງທີ່ຈໍາເປັນ ເຊັ່ນ: ປື້ມຄູ່ມືແນະນໍາການສອບເສັງ, ບົດຝຶກຫັດວິຊາສອບເສັງໃນປີທີ່ຜ່ານມາໆ ແລະ ສໍດໍາ ຫຼືອຸປະກອນທີ່ຈໍາເປັນສໍາລັບໃຊ້ເຂົ້າໃນການສອບເສັງ ໄວ້ບໍລິການແກ່ຜູ້ທີ່ມາສະໝັກສອບເສັງ ໃນລາຄາ 20.000 ກີບ.

ວິທີການແມ່ນກົດເຂົ້າລິ້ງເວັບໄຊນີ້ເລີຍ https://nuol.info/sis/applicationForm/register ຫຼືສາມາດລົງທະບຽບແບບອອນລາຍໂດຍກົງ ໄດ້ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ ເລີ່ມແຕ່ວັນທີ 8-30 ກໍລະກົດ 2019.

ໃນກໍລະນີຜູ້ສະໝັກຫາກມີຂໍ້ສົງໄສ ຫຼືບໍ່ເຂົ້າໃຈໃນວິທີການ ແລະ ຂັ້ນຕອນຂອງການສະໝັກ ຫຼືລົງທະບຽນແບບອອນລາຍນີ້ ສາມາດສອບຖາມທີ່ facebook Group:GSTD2019 ແລະ facebook Messenger: NUOLOFFICIAL

ຂອບໃຈຂໍ້ມູນ: ໜັງສືພິມ ລາວພັດທະນາ

Comments