ທົ່ວນະຄອນຫຼວງວຽງຈັນ ມີຜູ້ເປັນໄຂ້ຍຸງລາຍ 2.018 ກໍລະນີ ເສຍຊີວິດ 6 ຄົນ

ທ່ານ ນາງ  ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ:  ສະພາບການເກີດພະຍາດໄຂ່ຍຸງລາຍ ຢູ່ໃນນະຄອນຫຼວງວຽງຈັນ ໃນປັດຈຸບັນນີ້ ເຫັນວ່າ ຍັງມີທ່າອ່ຽງເພີິ່ມຂຶ້ນ ເຊິ່ງວ່າຕົວເລກລາຍງານຂອງນະຄອນຫຼວງວຽງຈັນຮອດມື້ວານນີ້ ວັນທີ 5 ກໍລະກົດ 2019 ລວມ 6 ເດືອນຕົ້ນປີແມ່ນ ມີທັງໝົດ 2.018 ກໍລະນີແລ້ວ  ເສຍຊີວິດ 6 ກໍລະນີ ເຫັນວ່າເພີ່ມຂຶ້ນຫຼາຍຈາກປີ 2018 ໝົດປີ ມີຄົນເປັນພະຍາດໄຂ້ຍຸງທັງໝົດ 1.206 ກໍລະນີ ເສຍຊີວິດ 2 ກໍລະນີ ເທົ່ານັ້ນ.

ນັບຕັ້ງແຕ່ຕົ້ນປີ ນະຄອນຫຼວງ ແມ່ນມີຄົນເປັນພະຍາດໄຂ້ຍຸງລາຍເສຍຊິວິດເຖິງ 4 ກໍລະນີ ໂດຍອີງຕາມການຄາດຄະເນ ຂອງລະບາດວິທະຍາ ໄດ້ຄາດຄະເນແລ້ວວ່າປີນີ້ 2019 ຈະມີການເກີດພະຍາດໄຂ້ຍຸງລາຍ ລະບາດຫຼາຍຂຶ້ນ ແລະທາງສາທານະຄອນຫຼວງກໍໄດ້ກຽມພ້ອມ. ໂດຍທ່ານເຈົ້າຄອງກໍໄດ້ອອກຄຳສັ່ງແນະນຳ ຕັ້ງແຕ່ເດືອນມັງກອນ 2019  ໃຫ້ແຕ່ລະພາກສ່ວນເອົາໃຈໃສ່ໃນການເຝົ້າລະວັງຕິດຕາມ ແລະ ເຮັດຂະບວນການທຳລາຍແຫຼງເພາະພັນຂອງຍຸງ ເພື່ອບໍ່ໃຫ້ມີລະນີເກີດພະຍາດໄຂ້ຍຸງລາຍຫຼາຍຂຶ້ນ. ນອກຈາກນີ້, ກໍຍັງມີຄຳສັ່ງແນະນຳຂອງລັດຖະມົນຕີ ສາທາລະນະສຸກ ແລະ ຂອງຫ້ອງວ່າການນະຄອນຫຼວງ ຈົນລົງໄປຮອດຂັ້ນເມືອງ ກໍໄດ້ມີແຈ້ງການຂອງເຈົ້າເມືອງ ແຈ້ງຫາແຕ່ລະບ້ານ ໄປຫາປະຊາຊົນທຸກຄົວເຮືອນ ໃຫ້ເອົາໃຈໃສ່ເຝົ້າລະວັງ ແລະ ກໍເອົາໃຈໃສ່ເຮັດຂະບວນການທຳລາຍແຫຼງເພາະຍຸງຢູ່ເຮືອນຊານຕົນເອງ.  ເຊິ່ງພວກເຮົາກໍໄດ້ຜັນຂະຫຍາຍຕາມຄຳສັ່ງ ໄດ້ຈັດກອງປະຊຸມຄະນະກຳມະການຄວບຄຸມ ພະຍາດຕິດຕໍ່ຂັ້ນນະຄອນຫຼວງວຽງຈັນ ຕັ້ງແຕ່ ວັນທີ 15 ເດືອນ 2 ກໍໄດ້ລາຍງານໃຫ້ກອງປະຊຸມຮູ້ວ່າ ສະພາບການເກີດພະຍາດໄຂ້ຍຸງລາຍ ຂອງນະຄອນຫຼວງມີທ່າອ່ຽງເພີ່ມຫຼາຍຂຶ້ນ.  ໄດ້ມອບໃຫ້ແຕ່ລະເມືອງໄດ້ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມ ນຳໄປຜັນຂະຫຍາຍ ມອບໃຫ້ບ້ານ ແລະ ປະຊາຊົນ ເປັນເຈົ້າການໃນການເຮັດຂະບວນການ ແລະ ກໍໄດ້ແຕ່ງທີມງານຈາກພະແນກສາທາລະນະສຸກນະຄອນຫຼວງ ສົມທົບ ກັບສາທາລະນະສຸກເມືອງ ໃນການລົງຕິດຕາມເຮັດກິດຈະກຳຕ່າງໆຂອງແຕ່ລະບ້ານໂດຍແມ່ນ ອສບ ບ້ານຈະເປັນເຈົ້າການຫຼັກນຳພາເຮັດຂະບວນການແຕ່ລະໜ່ວຍຂອງບ້ານ.

ສຳລັບ, ວິທີປ້ອງການຫຼັກໆ ຂອງສາທາລະນະສຸກແນະນຳ ແມ່ນໄດ້ລະດົມ ໂຄສະນາເຜີຍແພ່ ໃຫ້ປະຊາຊົນທຳລາຍແຫຼງເພາະພັນຍຸງຕົວອອນ ເປັນວິທີດີທີ່ສຸດ ເພາະຍຸງລາຍມັກຈະໄປໄຂ່ໃສ່ໃນນໍ້າໃສ ປະມານອາທິດ 1 ຈະກາຍເປັນຍຸງຕົວແກ່ໄປກັດຄົນໃນເຮືອນ. ສະນັ້ນ, ພວກເຮົາຢາກທຳລາຍໄດ້ ພວກເຮົາທຸກຄົນປ້ອງກັນບໍ່ໃຫ້ເປັນໄຂ້ຍຸງລາຍແມ່ນຕ້ອງທຳລາຍຕອນມັນເປັນໂຕອອນ ແຕ່ຖ້າປະຊາຊົນ ປະຕິບັດແລ້ວ ຍັງເປັນຮ້າຍແຮງ ໃນບ້ານນັ້ນ ຍັງເກິດມີກໍລະນີໄຂ້ຍຸງລາຍຫຼາຍຢູ່  ເຮົາຈຶ່ງໃຊ້ວິທີ ມາດຕະການສຸດທ້າຍ ທີ່ເປັນທາງເລືອກຄື ສິີດຢາພົ່ນຂ້າຍຸງໂຕແກ່ ເນື່ອງຈາກວິທີນີ້ ແມ່ນໄດ້ນຳໃຊ້ສານເຄມີ ທຸກທ່ານກໍອາດຈະຮັບຮູ້ຢູ່ແລ້ວວ່າ ໃຊ້ສານເຄມີມັນມີຜົນກະທົບ ຕໍ່ສຸຂະາບ, ມີກິ່ນເໝັ້ນຄິວ.

ສຳລັບ 9 ຕົວເມືອງ ໃນນະຄອນຫຼວງແມ່ນເມືອງ ໄຊທານີ ແມ່ນມີຫຼາຍກວ່າໝູ່ 674 ກໍລະນີ ເສຍຊີວິດ 2 ຄົນ, ເມືອງໄຊເສດຖາ 367 ກໍລະນີ, ເມືອງສີໂຄດຕະບອງ 211.

ໄລຍະນີ້, ຜູ້ຕິດເຊື້ອໄຂ້ຍຸງລາຍກໍຍັງເພີ່ມຂຶ້ນເລື້ອຍໆ. ສະນັ້ນ, ເພື່ອປ້ອງກັນການເປັນໄຂ້ຍຸງລາຍ ຕ້ອງປະຕິບັດໃຫ້ໄດ້ 5 ປ  ເມື່ອຮູ້ສຶກວ່າເປັນໄຂ້ແມ່ນໃຫ້ໄປພົບແພດ

ຫມໍທັນທີ:

ປະຕິບັດໃຫ້ໄດ້ 5 ປ ຄື:

  1. ປິດຝາພາຊະນະນໍ້າໃຊ້ ໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງໄຂໃສ່
  2. ປ່ຽນນໍ້າໃນພາຊະນະເຊັ່ນ: ເຕົົ້າດອກໄມ້, ນໍ້າຮອງຕີນຕູ້, ຖານຮອງຈອກນໍ້າ ແລະ ອື່ນໆ.
  3. ປ່ອຍ ປາຫາງນົກຍຸງ ເພື່ອໃຫ້ກິນໜອນນໍ້າຍຸງລາຍ
  4. ປັບປຸງ ໂດຍການເຮັດອະນາໄມສິ່ງແວດລ້ອມເຮືອນ, ທີ່ພັກອາໄສ ບໍ່ໃຫ້ມີກະໂປະ, ກະປ໋ອງ, ຢາງຕີນລົດທີ່ມີນໍ້າຂັງ
  5. ປະຕິບັດໃຫ້ເປັນນິໄສ ເປັນປະຈຳ ອາທິດລະ 2 ອາທິດ ຫຼື ຫຼາຍກວ່ານັ້ນ.

Comments