ລາວ – ໄທ ວາງແຜນສ້າງຂົວມິດຕະພາບແຫ່ງທີ 7 ເຊື່ອມແຂວງວຽງຈັນ- ຈັງຫວັດເລີຍ

ສຳນັກຂ່າວຊິນຫົວລາຍງານເມື່ອວັນທີ 20 ສິງຫາ 2019 ວ່າ ທ່ານ ຄຳພັນ ສິດທິດຳພາ (Khamphan Sitthidampha) ເຈົ້າແຂວງແຂວງວຽງຈັນລາຍງານວ່າ: ລັດຖະບານໄທ ແລະ ລາວກຳລັງວາງແຜນທີ່ຈະສ້າງ ຂົວມິດຕະພາບ ຂ້າມແມ່ນ້ຳຂອງແຫ່ງໃໝ່ເພື່ອເຊື່ອມແຂວງວຽງຈັນ ກັບຈັງຫວັດເລີຍ

ທ່ານ ຄຳພັນ ສິດທິດຳພາ ຊື່ງໄດ້ຮັບການແຕ່ງຕັ້ງໃຫ້ເປັນເຈົ້າແຂວງແຂວງວຽງຈັນເມື່ອ 2 ເດືອນກ່ອນ ເຜີຍວ່າເຈົ້າໜ້າທີ່ທ້ອງຖິ່ນຂອງວຽງຈັນໄດ້ສະເໜີໂຄງການເພື່ອໃຫ້ລັດຖະບານພິຈາລະນາ ແລະ ກຳລັງສຶກສາຕຳແໜ່ງທີ່ຕັ້ງຂອງຂົວ ເພື່ອຕັດສິນວ່າຄວນຈະຢູ່ໃນເຂດຊະນະຄາມ  ຫຼື ເຂດເມືອງໝື່ນ ທ່ານ ຄຳພັນກ່າວວ່າ: ເຈົ້າໜ້າທີ່ໄດ້ຂໍໃຫ້ລັດຖະບານຍົກລະດັບການຂ້າມແດນ ລະດັບທ້ອງຖິ່ນໃນວຽງຈັນ ກັບຈັງຫວັດເລີຍ (ປະເທດໄທ)  ເພື່ອເປັນທາງຂ້າມແດນລະຫວ່າງປະເທດໂດຍສົມບູນສ່ວນເວລາໃນການເລີ່ມກໍ່ສ້າງຂົວນັ້ນ ລັດຖະບານລາວ ແລະ ໄທຍັງຄົງຫາລືກັນຢູ່

ທັງນີ້ ດ້ວຍຄວາມຊ່ວຍເຫຼືອຈາກລັດຖະບານອອສເຕຣເລຍ ລາວ ແລະໄທ ປະສົບຄວາມສຳເລັດໃນການກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງທຳອິດ ເຊື່ງເຊື່ອມນະຄອນຫຼວງວຽງຈັນ ເມືອງຫຼວງຂອງປະເທດລາວ ກັບຫນອງຄາຍ ປະເທດໄທ ເມື່ອປີ 1994 ໂດຍຂົວນີ້ເປັນສັນຍາລັກຂອງນະໂຍບາຍເປີດປະເທດຂອງລາວ ຄວາມສຳເລັດຂອງຂົວດັ່ງກ່າວເປັນແຮງບັນດານໃຈໃຫ້ລັດຖະບານລາວ ແລະໄທໃນການສ້າງຂົວຂ້າມແມ່ນ້ຳຂອງເຊື່ອມສອງປະເທດອີກໃນປີຕໍ່ໆໄປ

ປັດຈຸບັນມີຂົວ ລາວ-ໄທ 4 ແຫ່ງທີ່ຂ້າມແມ່ນ້ຳຂອງ ແລະຍັງມີການລົງນາມຂໍ້ຕົກລົງສຳລັບການກໍ່ສ້າງຂົວອີກແຫ່ງທີ່ເຊື່ອມລະຫວ່າງແຂວງດ້ວຍ ທ່ານ ຄຳພັນກ່າວປິດທ້າຍວ່າ ການກໍ່ສ້າງຂົວແລະການຍົກລະດັບຂົວຂ້າມຊາຍແດນລະຫວ່າງແຂວງວຽງຈັນ ຂອງລາວ ແລະ ຈັງຫວັດເລີຍ ປະເທດໄທ ຈະຊ່ວຍສົ່ງເສີມການລົງທືນທັງໃນແລະຕ່າງປະເທດໄດ້ຢ່າງຫຼາຍ ພ້ອມເຜີຍວ່າເມືອງວັງວຽງໃນແຂວງວຽງຈັນເປັນຈຸດໝາຍປາຍທາງການລົງທືນທີ່ໜ້າສົນໃຈເນື່ອງຈາກເປັນສະຖານທີ່ທ່ອງທ່ຽວຍອດນິຍົມ ແລະມີທຳເລທີ່ຕັ້ງທີ່ດີ ເຊື່ງເປັນປະຕູສູ່ແຂວງໃກ້ຄຽງ ແລະນະຄອນຫຼວງວຽງຈັນເຊື່ງເປັນຕະຫຼາດທີ່ມີສັກກະຍາພາບ

Comments