ລັດຖະບານລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳລາວ

ໃນວັນທີ 19 ສິງຫາ 2019 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງ ທ່ານ ຕາເກຊິ ຮິກິຮາຣະ ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ, ໃນໂອກາດສຳເລັດໜ້າທີ່ການທູດຢູ່ ສປປ ລາວ.


ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານເອກອັກຄະຣາຊະທູດ ຕາເກຊິ ຮິກິຮາຣະ ທີ່ໄດ້ສຳເລັດໃນການປະຕິບັດໜ້າທີ່ການທູດຢູ່ ສ ປປ ລາວ ນັບແຕ່ເດືອນທັນວາ 2015 ເປັນຕົ້ນມາຢ່າງຈົບງາມ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ພາຍຫຼັງທີ່ສອງປະເທດ ໄດ້ຍົກລະດັບເປັນຄູ່ຮ່ວມຍຸດທະສາດ ແຕ່ປີ 2015 ເປັນຕົ້ນມາ, ຊຶ່ງລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA) ໃນດ້ານຕ່າງໆເຊັ່ນ: ການພັດທະນາພື້ນຖານໂຄງລ່າງ, ຂະແໜງການກະສິກຳ-ປ່າໄມ້, ສາທາລະນະສຸກ, ການສຶກສາ-ກິລາ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວິ ທະຍາສາດ-ເຕັກໂນໂລຊີ, ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO), ວັດທະນະທໍາ ແລະ ການ ທ່ອງທ່ຽວ.

ທີ່ມ: ຂ່າວສານປະເທດລາວ.

Comments