ນາຍົກບໍ່ເຫັນດີ ທີ່ຈະໃຫ້ເອກະຊົນສຳປະທານສະໜາມກິລາແຂວງຈຳປາສັກ ເພື່ອເຮັດສູນການຄ້າ

ອີງຕາມແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 1132/ຫສນຍ ລົງວັນທີ 3 ກໍລະກົດ 2019 ເລື່ອງການສະເໜີຂໍຫັນສະໜາມກິລາແຂວງຈຳປາສັກ ໃຫ້ພາກເອກະຊົນເພື່ອພັດທະນາເປັນສູນການຄ້າ.

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ແຈ້ງວ່າ: ທ່ານນາຍົກລັດຖະມົນຕີ “ບໍ່ເຫັນດີໃຫ້ຫັນສະໜາມກິລາແຂວງຈຳປາສັກ ໃຫ້ພາກເອກະຊົນພັດທະນາເປັນສູນການຄ້າ, ໃຫ້ຮັກສາໄວ້ເປັນຂອງລັດ (ແຂວງຈຳປາສັກ) ຕາມການສະເໜີຂອງກະຊວງສຶກສາທິການ ແລະ ກິລາ ແລະ ໃຫ້ມີການນຳໃຊ້ໃຫ້ມີປະສິດທິພາບສູງສຸດ ແລະ ມີລາຍຮັບ ເພື່ອນຳມາບູລະນະຮັກສາໃຫ້ຍືນຍົງ”.

 

Comments