ເກີດເຫດ!!! ຍົນເຮລິຄອບເຕີກອງທັບປະຊາຊົນລາວ ລົງຈອດສຸກເສີນເທິງພູ ແລ້ວເສຍຫຼັກ (ມີຄຼິບ)

ເຫດການເກີດຂຶ້ນເມື່ອວັນທີ 15 ສິງຫາ 2019 ໃນຂະນະທີ່ຍົນກຳລັງເດີນທາງໄປແຂວງໄຊສົມບູນ ໃນລະຫວ່າງທາງໄດ້ພົບກັບສະພາບອາກາດແປປ່ວນ ນັກບິນຈຶ່ງຕັດສິນໃຈເອົາຍົນລົງຈອດສຸກເສີນຢູ່ເທິງຈອມພູ ໂຊກດີບໍ່ມີໃຜເປັນຫຍັງ ແຕ່ຍົນເສຍຫາຍພໍສົມຄວນ

ຈາກກໍລະນີທີ່ມີການເຜີຍແຜ່ຄຼິບວີດີໂອ ແລະ ຮູບນິ້ງ ເຮືອບິນເຮລິຄອບເຕີ ຂອງກຳລັງ ປກຊ ລົງສຸກເສີນກາງໄຮ່ ໃນເຂດພູສູງແຫ່ງໜຶ່ງນັ້ນ, ໃນຂະນະເຮືອບິນດັ່ງກ່າວ ປະຕິບັດໜ້າທີ່ ປົກກະຕິໃນການປ່ຽນຖ່າຍກຳລັງ ເຊິ່ງໃນຂະນະນັ້ນໄດ້ ເກີດມີລົມພັດແຮງຈົນນັກບິນບໍ່ສາມາດບັງຄັບເຮືອບິນໃຫ້ສະຖຽນໄດ້ ຈຶ່ງຕັດສິນໃຈລົງຈອດສຸກເສີນຢູ່ກາງໄຮ່ແຫ່ງໜຶ່ງໃນແຂວງໄຊສົມບູນ ໂຊກດີບໍມີການບາດເຈັບ, ສ່ວນ ເຮືອບິນເປ່ເພສ່ວນຫາງ ແລະ ຫົວ.

 

 

ພາຍຫຼັງມີການເຜີຍແຜ່ຄລິບເຫດການດັ່ງກ່າວຜ່ານສື່ ອອນລາຍ, ຊາວເນັດທັງຫຼາຍລ້ວນຊົມເຊີຍຄວາມສາມາດຂອງນັກບິນ ທີ່ສາມາດລົງຈອດສຸກເສີນຢ່າງປອດ ໄພ.

ທີ່ມາ: ຂ່າວສານປະເທດລາວ

 

Comments