ຂ່າວ ພາຍໃນປະເທດ

ຍອດຄົນເສຍຊີວິດຍ້ອນໄຂ້ຍຸງລາຍໃນທົ່ວປະເທດ ເພີ່ມຂຶ້ນເປັນ 54 ຄົນແລ້ວ

54 ຄົນເສຍຊີວິດຈາກພະຍາດໄຂ້ຍຸງໃນທົ່ວປະເທດ ນັບແຕ່ທ້າຍເດືອນ ທັນວາ 2018 ຫາ 11 ສິງຫາ 2019 ມີຄົນເປັນໄຂ້ທັງໝົດ 23,082 ກໍລະນີ ອີງຕາມການລາຍງານຈາກກະຊວງສາທາລະນະສຸກ. ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໃຫ້ຮູ້ອີກວ່າມາຮອດວັນທີ 11 ສິງຫາ 2019 ນະຄອນຫຼວງວຽງຈັນ ຍັງເປັນອັນດັບໜຶ່ງທີ່ ມີຜູ້ເປັນໄຂ້ຍຸງລາຍ 5,412 ກໍລະນີ ເສຍຊີວິດ 13 ຄົນ, ສະຫວັນນະເຂດ 3,954 ກໍລະນີ ເສຍຊີວິດ 20 ຄົນ, ຈຳປາສັກ 2,978 ກໍລະນີ ເສຍຊີວິດ 6 ຄົນ. ແຂວງທີ່ມີລາຍງານ ຄົນເປັນໄຂ້ຍຸງລາຍໜ້ອຍທີ່ສຸດ ແມ່ນແຂວງຫົວພັນ ມີພຽງຈຳນວນ 1 ຄົນເທົ່ານັ້ນທີ່ຕິດເຊື່ອໄຂ້ຍຸງລາຍ. ທາງກະຊວງສາທາລະນະສຸກຍັງສືບຕໍ່ ສົມທົບກັບພາກສວ່ນທີ່ກ່ຽວຂ້ອງ ແລະ ການຈັດຕັ້ງທ້ອງຖິ່ນເພື່ອປຸກລະດົມປະຊາຊົນຊ່ວຍກັນ ໃນການທຳລາຍໄຂ່ຍຸງລາຍ ຕາມແບບ ວິທີປ້ອງກັນ 5 ປ. ທາງກະຊວງສາທາລະນະສຸກຍັງໄດ້ລົງພົ່ນຊີດຢາຂ້າຍຸງລາຍໃນບາງເຂດທີ່ມີຄວາມສ່ຽງ. ຂ່າວ: ວຽງຈັນທາຍສ ວີດີໂອ: ກະຊວງສາທາລະນະສຸກ

Read More »

ລັດຖະບານ ມອບເຄື່ອງ ແລະ​ ເຂົ້າ ຊ່ວຍ​ເຫຼືອ​ ຜູ້​ປະສົບ​ໄພພິບັດ 3 ແຂວງ​ພາກ​ເໜືອ

ໃນ​ ປີ 2019 ນີ້, ກະ​ຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງ​ຄົມ ​ໄດ້​ຮັບ​ການ​ອະນຸມັດ​ຈາກ ລັດຖະບານ ​ແຫ່ງ ສປປ ລາວ ​ແລະ ລັດຖະບານ​ຍີ່ປຸ່ນ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໂຄງການຄັງ​ແຮ​ເຂົ້າ​ຊ່ວຍ​ເຫຼືອ​ຜູ້​ປະສົບ​ໄພພິບັດ ປີ 2018 ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ພາຍ​ໃຕ້​ກອງ​ທຶນ​ເພື່ອ​ຮ່ວມ​ງານ KR1, ສະ​ນັ້ນ, ​ໃນ​ໂອກາດລົງ​ເຄື່ອນ​ໄຫວ​ວຽກ​ງານ​ແຮງ​ງານ ​ແລະ ສະຫວັດ​ດີ​ການ​ສັງຄົມ ຢູ່​ບັນດາ​ແຂວງ​ພາກ​ເໜືອ ​ໃນ​ລະຫວ່າງວັນ​ທີ 11 – 14 ສິງຫາ 2019 ນີ້. ທີ່​ພະແນກແຮງງານ ແລະ ສະຫວັດດີການແຂວງ​ , ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະ​ຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງ​ຄົມ ​ພ້ອມຄະນະ, ໄດ້​ຕາງໜ້າ​ລັດຖະບານ ມອບ​ເຄື່ອງ​ຊ່ວຍ​ເຫຼືອ​ໃຫ້​ແກ່​ປະຊາຊົນ​ຜູ້​ປະສົບ​ໄພພິບັດ ຢູ ່​ແຂວງຫົວພັນ, ຊຽງຂວາງ ແລະ ໄຊສົມບູນ ລວມມູນ​ຄ່າ 2 ຕື້ ກວ່າ​ກີບ, ​ເຊິ່ງຕາງໜ້າ​ຮັບ​ໂດຍ ທ່ານ​ເຈົ້າ​ແຂວງ ​ແລະ ຮອງ​ເຈົ້າ​ແຂວງ​ທັງ ...

Read More »

ແຈ້ງຂ່າວດີ!! ສະໝັກຮຽນພະຍາບານຟຣີ ຢູ່ປະເທດໄທຈົບມາມີວຽກໃຫ້ເຮັດ

ໂອກາດດີໆມາຮອດແລ້ວ ສຳລັບນ້ອງໆທີ່ມັກຮັກໃນວິຊາການແພດ ແຕ່ບໍ່ມີເງິນທຶນທີ່ຈະເຂົ້າຮຽນ ສາມາດມາສະໝັກຂໍທຶນຮຽນພະຍາບານຈາກໂຮງໝໍນໍ້າກ້ວຍໄທ (ລາຊະອານາຈັກໄທ) ທີ່ໄດ້ປະກາດແຈກທຶນຮຽນຟຣີ 100 ທຶນ ໃນໄລຍະ 6 ເດືອນ. ຫຼັງຈາກສຳເລັດການສຶກສາແມ່ນມີວຽກເຮັດງານທຳຮອງຮັບ. ສຳລັບລະບຽການກູ້ຢືມເງິນ ເພື່ອການສຶກສາຫຼັກສູດ ພະນັກງານໂຮງໝໍ ສາຂາວິຊາຊີບການດູແລຜູ້ສູງອາຍຸ ( ໄລຍະ 6 ເດືອນ) ມີດັ່ງນີ້: ຄຸນບັດຂອງຜູ້ສະໝັກ ເປັນເພດຍິງ (ຊາຍຈໍານວນຈຳກັດ) ອາຍຸ 18-35 ປີ; ທຸກສະຖານະພາບ (ເພດຍິງບໍ່ຖືພາໃນໄລຍະເວລາກໍາລັງສຶກສາ); ສໍາເລັດການສຶກສາຊັ້ນ ມ.3/ມ.6-ມ 7  ແລະ ປະລິນຍາຕີ; ມີສຸຂະພາບແຂງແຮງ ບໍ່ເປັນພະຍາດທີ່ເປັນອຸປະສັກຕໍ່ການສຶກສາ; ມີຄວາມປະພຶດດີ ຮັກການບໍລິການ ແລະ ຊ່ວຍເຫຼືອຜູ້ອື່ນ; ນໍ້າໜັກບໍ່ຕໍ່າກວ່າ 40 ກິໂລກຣາມ, ສູງບໍ່ຕໍ່າກວ່າ 150 ຊັງຕີແມັດ. ເອກະສານປະກອບການສະໝັກປະກອບມີ: ສຳເນົາໃບປະກາສະນິຍະບັດ 2 ສະບັບ; ສຳເນົາບັດປະຊາຊົນ 2 ສະບັບ; ສຳເນົາສະມະໂນຄົວ ຈໍານວນ 2 ສະບັບ; ຮູບຖ່າຍປັດຈຸບັນຂະນາດ 3X4 (ໃສ່ຊຸດສຸພາບ) ຈໍານວນ ...

Read More »

ແຈ້ງເຕືອນ!!! ຝົນຍັງຈະສືບຕໍ່ຕົກໜັກ ທົ່ວທຸກພາກຂອງລາວ ວັນທີ 13-18 ສິງຫານີ້

ກົມອຸຕຸນິຍົມ ແລະ ອຸທຸກກະສາດ ໄດ້ຄາດຄະເນສະພາບອາກາດໃນໄລຍະວັນທີ 12 ຫາ 18 ສິງຫາ 2019 ວ່າ: ໃນໄລຍະວັນທີ 12-15 ສິງຫາ 2019 ຮ່ອງຄວາມກົດດັນຕໍ່າຍັງຈະພັດຜ່ານຢູ່ແຂວງພາກເໜືອ ຫາພາກກາງຂອງປະເທດລາວ ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຍັງຈະພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍເປັນບໍລິເວນກວ້າງຢູ່ໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກລົງ ຫາພາກກາງ ແລະ ພາກໃຕ້. ຈາກນັ້ນ, ວັນທີ 16-18 ສິງຫາ 2019 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຍັງຈະມີກໍາລັງແຮງເພີ່ມຂຶ້ນປົກຄຸມ ເຊິ່ງຍັງຈະເຮັດໃຫ້ມີຝົນຍັງສືບຕໍ່ຕົກໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກ ຫາ ພາກາງ ແລະ ພາກໃຕ້, ພ້ອມມີລົມພັດແຮງເປັນບາງໂອກາດ. ຂະນະທີ່ສະພາບອາກາດໃນຕອນເຊົ້າຂອງວັນທີ 12 ສິງຫາ 2019 ກົມອຸຕຸລາຍງານວ່າ: ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພາດຜ່ານຢູ່ພາກເໜືອ ຫາ ພາກກາງ ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ...

Read More »

ຮອງນາຍົກ ເນັ້ນໃຫ້ຊຸກຍູ້ເຈົ້າໜ້າທີ່ເອົາໃຈໃສ່ ການຕ້ານຫວຍເຖື່ອນ

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ເມື່ອວັນທີ 9 ສິງຫາຜ່ານມາ ເຊິ່ງທ່ານໄດ້ຊີ້ນຳໃຫ້ຫັນການຈຳໜ່າຍຫວຍສູ່ລະບົບທັນສະໄໝ ສາມາດຄຸ້ມຄອງລວມສູນ ຄຽງຄູ່ກັບການອອກຫວຍຢ່າງມີຄວາມໂປ່ງໃສ. ພ້ອມນີ້, ໃຫ້ເອົາໃຈໃສ່ໃນການຊຸກຍູ້ເຈົ້າໜ້າທີ່ໃນການຕ້ານ ແລະ ສະກັດກັ້ນການແພ່ລາມຫວຍເຖື່ອນ.ທ່ານ ອັກຄະວອນ ຫຼວງສຸວັນນະວົງ ຜູ້ອໍານວຍການ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ໄດ້ລາຍງານໃຫ້ຮູ້ວ່າ: 6 ເດືອນຕົ້ນປີ 2019 ການດຳເນີນທຸລະກິດຂອງຫວຍພັດທະນາມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງທີ່ຈະຕ້ອງເອົາໃຈໃສ່ ເປັນຕົ້ນ: ບັນຫາຫວຍເຖື່ອນ ແຕ່ອັນທີ່ພົ້ນເດັ່ນແມ່ນບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ສາມາດມອບພັນທະເຂົ້າງົບປະມານແຫ່ງລັດ ໄດ້ 14,4 ຕື້ກວ່າກີບ ເທົ່າກັບ 114,17% ຂອງແຜນການ, ລື່ນແຜນການ 14,17%. ໃນນັ້ນ, ອາກອນມູນຄ່າເພີ່ມ 2 ຕື້ກີບ, ອາກອນລາຍໄດ້ 696 ລ້ານກີບ, ອາກອນກໍາໄລລ່ວງໜ້າ 24% ຈໍານວນ 4 ຕື້ກວ່າກີບ, ເງິນເປັນຜົນກຳໄລລ່ວງໜ້າ ...

Read More »

ສ. ເກົາຫລີ ໃຫ້ທຶນແກ່ລາວ 1.200.000 ໂດລາ ເພື່ອຟື້ນຟູຫຼັງໄພພິບັດເຂື່ອນແຕກ

ກະຊວງເເຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ອົງການຮ່ວມມືສາກົນ ສ.ເກົາຫລີ (ເກົາຫລີໃຕ້) ປະຈຳ ສປປ ລາວ ໄດ້ເຊັນສັນຍາຂໍ້ຕົກລົງການສະໜອງທຶນຈຳນວນ 1.200.000 ໂດລາ ເພື່ອນຳໃຊ້ເຂົ້າໃນກິດຈະກຳ ປີ 2019 ພາຍໃຕ້ “ແຜນງານ ຟື້ນຟູຫຼັງໄພພິບັດແບບປະສົມປະສານທີ່ແຂວງອັດຕະປື”, ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມທີ່ສາເຫດມາຈາກອຸບັດເຫດສັນເຄື່ອນເຊໂປນ-ເຊນ້ຳນ້ອຍແຕກ ໃນປີ 2018 ຊຶ່ງເປົ້າໝາຍຂອງໂຄງການດັ່ງກ່າວແມ່ນເລັ່ງໃສ່ພັດທະນາຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນເລື້ອຍໆ. ພິທີເຊັນຂໍ້ຕົກລົງດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 9 ສິງຫາຜ່ານມາ ທີ່ກະຊວງ ຮສສ ຊຶ່ງຕາງໜ້າຝ່າຍລາວແມ່ນທ່ານ ວິໄລພົງ ສີສົມຫວັງ ວ່າການຫົວໜ້າກົມສັງຄົມສົງເຄາະ ກະຊວງ ຮສສ ແລະ ຝ່າຍ ສ.ເກົາຫລີ ແມ່ນທ່ານ ຊັງຊູ ໂອ ຜູ້ຕາງຫນ້າອົງການຮ່ວມມືສາກົນ ສ.ເກົາຫຼີ (ກອຍກາ) ໂດຍ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີທ່ານ ຊິນ ຊອງ ຊຸນ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳລາວ ພ້ອມພາກສ່ວນກຽ່ວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ. ( ...

Read More »

ລັດຖະບານ ເຂັ້ມງວດຕໍ່ ຮ້ານອິນເຕີເນັດ – ເກມ ເພື່ອຫຼີກລ່ຽງເປັນ ບ່ອນມົ້ວສຸມຢາເສບຕິດ

ປັດຈຸບັນ, ຮ້ານບໍລິການອິນເຕີເນັດ ຫຼື ຮ້ານເກມ ຢູ່ພາຍໃນນະຄອນຫຼວງວຽງຈັນ ເຫັນວ່າ ມີຈໍານວນຫຼວງຫຼາຍ ແລະ ມີເກືອບທຸກບ້ານ ຢູ່ເທດສະບານ 4 ຕົວເມືອງໃຫຍ່ສາມາດຕອບສະໜອງໃຫ້ແກ່ລູກຄ້າ ຢ່າງພຽງພໍ ໃນການບໍລິການອິນເຕີເນັດ ແລະ ສື່ສານຕ່າງໆ ໃນທາງມີປະໂຫຍດ. ຕິດພັນກັບ ບັນຫາ ຮ້ານບໍລິການອິນເຕີເນັດ ດັ່ງກ່າວ ເຫັນວ່າ: ຫຼາຍບ່ອນເປັນ ບ່ອນມົ້ວສຸມຢາເສບຕິດ, ການພະນັນ, ອາລະວາດຕີກັນ ແລະ ບັນຫາອື່ນໆ ຍ້ອນເຈົ້າຂອງຮ້ານເກມຈໍານວນໜຶ່ງ ຍັງຂາດຄວາມເອົາໃຈໃສ່ຕິດຕາມກວດກາ ຄວາມເປັນລະບຽບຮຽບຮ້ອຍ ຢູ່ພາຍໃນຮ້ານ ໂດຍບໍ່ສົນໃຈນຳໂມງເວລາເປີດ – ປິດ ເຊິ່ງເປັນຊ່ອງວ່າງໃຫ້ກຸ່ມຄົນບໍ່ດີ ສວຍໂອກາດເອົາຢາເສບຕິດ ໄປລັກລອບຂາຍໃຫ້ກັບໄວລຸ້ນ ຢູ່ພາຍໃນຮ້ານເກມ.ໄລຍະຜ່ານມາ, ອໍານາດການປົກຄອງ ນະຄອນຫຼວງວຽງຈັນ ໄດ້ພະຍາຍາມເອົາໃຈໃສ່ຕິດຕາມກວດກາ ຢ່າງຈິງຈັງ ເພື່ອແກ້ໄຂຫາງສຽງຈົ່ມວ່າ ໃນສັງຄົມ ກໍຄື ປະກົດການຫຍໍ້ທໍ້ ທີ່ຕິດພັນກັບ ຮ້ານເກມ; ການບໍລິການ ຂ້ອນຂ້າງເຮັດໂລດໂຜນຈົນເກີນໄປ, ເປີດກາຍໂມງເວລາ, ຊອກທຸກວິທີທາງ ໂຄສະນາຊວນເຊື່ອທຸກຮູບແບບ ເພື່ອດຶງດູດລູກຄ້າ ເຂົ້າໃຊ້ບໍລິການ, ແຕ່ບໍ່ມີການກວດກາຄຸ້ມຄອງແບບຮັດກຸມ ຢ່າງຈິງຈັງ ໂດຍບໍ່ຈໍາກັດເພດໄວ, ເອົາແຕ່ເງິນຢ່າງດຽວ; ...

Read More »

ເປີດໃຫ້ຈອງແລ້ວມື້ນີ້໋!!! ຊໍາຊຸງ Galaxy Note 10|10+ (ມີຈຳນວນຈຳກັດ)

Samsung Galaxy Note 10|10+  ໄດ້ເປີດຕົວຢ່າງເປັນທາງໃນລາວແລ້ວ ໃນຕອນເຊົ້າຂອງມື້ນີ້ ວັນທີ 9 ສິງຫາ 2019 ຢູ່ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ. ພ້ອມເປີດໃຫ້ທຸກທ່ານສາມາດສັ່ງຈອງໄດ້ແລ້ວຕັ້ງແຕ່ ວັນທີ 8-21 ສິງຫາ 2019 (ມີພຽງ 14 ມື້ເທົ່ານັ້ນທີ່ໃຫ້ເປີດຈອງ ແລະ ມີຈຳນວນຈຳກັດໃນການຈັດຈຳໜ່າຍ) ສຳລັບການສັ່ງຈອງໄລຍະນີ້,   Galaxy Note10+ ຈະໄດ້ຮັບເຄື່ອງອັບເກຣດຈາກຄວາມຈຳ 256GB ເປັນເຄື່ອງ 512GB ໄປເລີຍ ແລະ ລຸ້ນ Galaxy Note10 ຈະໄດ້ຮັບ Galaxy Buds ລວມມູນຄ່າ 1,125,000 ກີບ “ຟຣີ” ທັນທີ.  ສ່ວນ ສີທີ່ວາງຈຳໜ່າຍໃນລາວ  Galaxy Note10+: Aura glow, Aura Black, Aura White.  Galaxy Note10: Aura glow. ເຊິ່ງເປັນສີທີ່ໄດ້ແຮງບັນດານໃຈມາຈາກແສງສີ. ຊໍາຊຸງ Galaxy Note 10|10+ ...

Read More »

ມີຄວາມຮູ້ໃຫມ່ໆມາບອກ!!! ກ່ຽວກັບຄວາມໄວພາຍໃນປະເທດ ແລະ ຄວາມໄວພາຍນອກປະເທດ

ແນ່ນອນຢູ່ແລ້ວວ່າ ພວກເຮົາທຸກຄົນນຳໃຊ້ອິນເຕີເນັດ, ແຕ່ແທ້ຈິງແລ້ວພວກເຮົາຮູ້ບໍ່ວ່າອິນເຕີເນັດເຮັດວຽກແນວໃດ? ອິນເຕີເນັດແມ່ນເຄືອຂ່າຍຄອມພິວເຕີຂະໜາດໃຫຍ່ທີ່ເຊື່ອມຕໍ່ເຂົ້າຫາກັນ. ໂດຍພື້ນຖານແລ້ວອິນເຕີເນັດເປັນຄືກັບເຄືອຂ່າຍຄອມພິວເຕີທີ່ເຊື່ອມຕໍ່ກັນທົ່ວໂລກເຮັດໃຫ້ທຸກຄົນສາມາດເຊື່ອມຕໍ່ໄດ້ຫາກມີຄອມຕັ້ງໂຕະ – ຄອມໂນ໊ດບຸກ ຫຼື ອຸປະກອນພົກພາທີ່ສາມາດເຊື່ອມຕໍ່ຜ່ານຜູ້ໃຫ້ບໍລິການອິນເຕີເນັດ (ISP). ຄວາມໄວຂອງອິນເຕີເນັດແມ່ນສາມາດແບ່ງອອກເປັນຄວາມໄວພາຍນອກ ແລະ ຄວາມໄວພາຍໃນປະເທດ. ການກຳນົດວ່າອັນໃດແມ່ນຄວາມໄວພາຍນອກ ຫຼື ພາຍໃນນີ້ແມ່ນຂື້ນກັບເຊີບເວີຂອງເວັບໄຊທ໌ ຫຼື ແອັບທີ່ທ່ານໃຊ້ໃນເວລານັ້ນຕັ້ງຢູ່ໃສ. ບໍລິສັດໃຫຍ່ໆເຊັ່ນ Google ມີເຊີບເວີ ຫຼື ສູນເກັບຂໍ້ມູນທົ່ວໂລກເຊິ່ງໃນນັ້ນກໍມີລາວເຮົານຳ ເຮັດໃຫ້ເຮົາສາມາດເຂົ້າເຖິງຄວາມໄວພາຍໃນປະເທດໄວຂຶ້ນຫຼາຍ ໝາຍຄວາມວ່າຫາກທ່ານຕ້ອງການເບິ່ງວິດີໂອເທິງ YouTube (ທີ່ເປັນບໍລິສັດໃນເຄືອຂອງ Google) ທ່ານຈະສາມາດເພີດເພີນໄປກັບຄວາມໄວໃນການເຊື່ອມຕໍ່ທີ່ວ່ອງໄວເນື່ອງຈາກມີເຊີບເວີໃນລາວເຮັດໃຫ້ການດາວໂຫລດ – ອັບໂຫລດຂໍ້ມູນໄປມາໄວຂຶ້ນ. ໃນຂະນະດຽວກັນບາງແອັບຫຼືເວັບໄຊທ໌ຕ່າງໆທີ່ທ່ານໃຊ້ຫຼືເຂົ້າໄປເບິ່ງ ມີເຊີບເວີທີ່ຢູ່ໄກອອກໄປນອກປະເທດ ຈະຖືວ່າເປັນການເຊື່ອມຕໍ່ລະຫວ່າງປະເທດ ແລະ ຈະເອີ້ນວ່າຄວາມໄວພາຍນອກທີ່ພວກເຮົາຄຸ້ນຫູກັນ.  ດັ້ງນັ້ນ, ຂໍ້ມູນໃດກໍຕາມທີ່ທ່ານຕ້ອງການດາວໂຫລດ-ອັບໂຫລດຖ້າຫາກແມ່ນມີເຊີບເວີຕັ້ງຢູ່ນອກປະເທດຈະຕ້ອງໄດ້ແລ່ນຜ່ານຫຼາຍເຄືອຂ່າຍທີ່ຢູ່ນອກປະເທດກ່ອນທີ່ຈະໄປຮອດເຊີບເວີນັ້ນ, ຂັ້ນຕອນການສົ່ງຕໍ່ຂໍ້ມູນໄປມາອອກນອກປະເທດນີ້ ຈະໃຊ້ເວລາຊ້າຫຼືໄວປານໃດແມ່ນຂຶ້ນກັບແພັກເກັດຄວາມໄວພາຍນອກທີ່ທ່ານນຳໃຊ້ຢູ່, ແພັກເກັດຄວາມໄວພາຍນອກທີ່ຕໍ່າຈະເຮັດໃຫ້ການດາວໂຫລດ – ອັບໂຫລດ ຊ້າລົງຫຼາຍສົ່ງຜົນໃຫ້ “ຄວາມໄວໃນການເຊື່ອມຕໍ່ຊ້າ”. ນອກນັ້ນຍັງມີຕົວແປຫຼາຍຕົວທີ່ສົ່ງຜົນຕໍ່ຄວາມໄວພາຍນອກ ແລະພາຍໃນຂອງທ່ານເປັນຕົ້ນແມ່ນປະເພດຂອງແພັກເກັດ, ຄວາມໄວຂອງແພັກເກັດ, ປະເພດຂອງການເຊື່ອມຕໍ່ຂອງທ່ານ, ທີ່ຕັ້ງຂອງເຊີບເວິທີ່ທ່ານຈະເຊື່ອມຕໍ່ ຕ້ອງຜ່ານເຄືອຂ່າຍຫຼາຍປານໃດກວ່າຈະເຖິງເຊີບເວີນັ້ນ ແລະ ແມ້ແຕ່ຄຸນນະພາບຂອງອຸປະກອນເຊັ່ນ: ຊະນິດຂອງ ເຄື່ອງກະຈາຍສັນຍານ ແລະ ຊະນິດຂອງອຸປະກອນເຊື່ອມຕໍ່ທີ່ທ່ານໃຊ້ໃນການຫຼີ້ນ. ດ້ວຍອິນເຕີເນັດໄຟເບີຂອງສະກາຍເນັດ, ທ່ານຈະໄດ້ຮັບຄວາມໄວພາຍໃນທັນທີ 20 ...

Read More »

ນາຍົກ ລົງຢ້ຽມຢາມນັກທຸລະກິດໜຸ່ມເມືອງວັງວຽງ

ພະນະທ່ານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ແລະ ການນຳຂັ້ນແຂວງ ຂັ້ນເມືອງວັງວຽງທີ່ລົງຢ້ຽມຢາມໃກ້ຊິດຕິດແທດນັກທຸລະກິດໜຸ່ມເມືອງວັງວຽງ ໂດຍໄດ້ໄປທ່ຽວຊົມ ແຫຼ່ງທ່ອງທ່ຽວທີ່ກຳລັງໄດ້ຮັບຄວາມສົນໃຈຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ນັ້ນແມ່ນ ແຫຼ່ງທ່ອງທ່ຽວຖໍ້ານອນ ແລະ ຖໍ້ານາງຟ້າ ເຊີ່ງພາຍໃນແຫຼ່ງທ່ອງທ່ຽວມີຫຼາຍກິດຈະກຳໃຫ້ສຳພັດບໍ່ວ່າຈະເປັນການຂີ່ກົງເບັງລອດເຂົ້າຊົມຖໍ້ານອນ, ຂີ່ສະລິງ, ລ່ອງເຮຶອກາຍັກ ເຂົ້າຊົມຄວາມງົດງາມຂອງຖໍ້ານາງຟ້າ ແລະ ອື່ນໆອີກ ເຊີ່ງເຈົ້າຂອງກິດຈະການແມ່ນ ທ່ານ ບຸນພັນ ວົງສຳພັນ ປະທານນັກທຸລະກິດໜຸ່ມຂອງເມືອງວັງວຽງ ໄດ້ສຸມເຫື່ອແຮງໃນການພັດມະນາໂດຍອີງຕາມທິດຊີ້ນຳຂອງກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍຄືພະແນກການອ້ອມຂ້າງ ຕະຫຼອດມາ ເຊີ່ງໃນປັດຈຸບັນໄດ້ຮັບການຄຸ້ມຄອງ ແລະ ຈັດຕັ້ງແຜນພັດທະນາຢ່າງເປັນລະບົບຕາມທິດສີຂຽວ ແລະ ຍືນຍົງ ຂໍເຊີນຊວນບັນດາທ່ານ ນັກທ່ອງທ່ຽວເຂົ້າໄປສຳພັດດ້ວຍຕົນເອງໄດ້ ການໄປແມ່ນບໍ່ໄກຈາກຕົວເມືອງວັງວຽງທາງໄປມາສະດວກສະບາຍ ຄ່າບໍລິການກໍເປັນກັນເອງ ຂ້າມຂົວຟຣີ ກິດຈະກຳຕ່າງໆປອດໄພມີໄກ້ນຳທ່ຽວເບີ່ງແຍງເປັນຢ່າງດີ. ຂ່າວໂດຍ: ສະໄຫວ

Read More »