ຮູບເງົາສັ້ນເລື່ອງ “ບ້ານເກີດ” ຊະນະເລີດໃນການແຂ່ງຂັນ”ເລື່ອງເລົ່າເຈົ້າ ແລະ ຂ້ອຍ”

ກະຊວງຖະແຫຼງຂ່າວ,​ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ສະຖານທູດຈີນ ປະຈຳລາວ ແລະ  ວິທະຍຸສາກົນແຫ່ງປະເທດຈີນ CRI ປະຈຳລາວ, ກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດການແຂ່ງຂັນຮູບເງົາສາລະຄະດີ ແລະ ຮູບເງົາສັ້ນ ເພື່ອຄວາມຮັກແພງລາວ-ຈີນ ພາຍໃຕ້ຫົວຂໍ້ “ເລື່ອງເລົ່າເຈົ້າ ແລະ ຂ້ອຍ” ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວລາວ-ຈີນ 2019.  ໄດ້ຈັດງານປະກາດຜູ້ຊະນະເລີດ ແລະ ມອບລາງວັນໃຫ້ກັບຜູ້ສ້າງຮູບເງົາຂຶ້ນໃນວັນທີ 19 ສິງຫາ  2019 ທີ່ໂຮງແຮມຄຣາວພາຊາ, ໂດຍມີຮູບເງົາສົ່ງເຂົ້າປະກວດທັງໝົດ 28 ເລື່ອງ ໂດຍມີປະເພດຮູບເງົາສາລະຄະດີທັງໝົດ 7 ເລື່ອງແລະ ປະເພດຮູບເງົາສັ້ນ 21.

ການຈັດການແຂ່ງຂັນໃນຄັ້ງນີ້, ກໍເພື່ອເປັນເວທີໃນການແລກປ່ຽນ ແລະ ການສະແດງຄວາມຮູ້ຄວາມສາມາດໃຫ້ແກ່ນັກສ້າງຮູບເງົາຂອງລາວ ແລະ ເພື່ອເພີ່ມທະວີການແລກປ່ຽນດ້ານວັດທະນະທຳຂອງທັງສອງປະເທດລາວ-ຈີນ ແລະ ຜັນຂະຫຍາຍມິດຕະພາບເປັນມູນເຊື້ອລະຫວ່າງສອງຊາດໃນແໜ້ນແຟ້ນຂຶ້ນກວ່າເກົ່າ.

ຮູບເງົາສັ້ນທີ່ຊະນະເລີດ ໄດ້ແກ່ ຮູບເງົາ ເລື່ອງ”ບ້ານເກີດ” ສ້າງໂດຍທ່ານ ກ່າຊົງ ຜະລິດໂດຍ ມາລາວ ສະຕູດີໂອ ຈາກແຂວງຫຼວງພະບາງ ແຮງບັນດານໃຈໃນການສ້າງເລື່ອງນີ້ ແມ່ນເນື່ອງຈາກ ແຂວງຫຼວງພະບາງແມ່ນມີສຸສານຄົນຈີນແລະ ຜູ້ສ້າງແມ່ນ ໄດ້ເຫັນເຖິງວິຖີຊິວິດ ແລະ ມີຄວາມເປັນເອກະລັກ ຂອງສຸສານດັ່ງກ່າວ ຈຶ່ງໄດ້ສ້າງເລື່ອງນີ້ຂຶ້ນມາ ເລື່ອງນີ້ເວົ້າເຖິງຄອບຄົວຄົນຈີນທີ່ມາຢູ່ເມືອງລາວດົນນານແລ້ວ ແລະ ກໍມີພໍ່ຕູ້ໃນຄອບຄົວນັ້ນ ຍັງຮັກສາ ແລະ ບໍ່ໄດ້ລືມປະເພນີຄົນຈີນ ແຕ່ກໍຮັກປະເທດລາວຄືກັບບ້ານເກີດຂອງຕົນເອງ. ລາງວັນຊະນະໃນການແຂ່ງຂັນລາຍການນີ້ແມ່ນໄດ້ຮັບຂັນລາງວັນ, ໃບຢັ້ງຍືນ ແລະ ເງິນສົດ 10 ລ້ານກີບ.

ຮອງຊະນະເລີດ  ຫຼື ອັນດັບທີ 2 ໄດ້ແກ່ ຮູບເງົາສັ້ນເລື່ອງ “ນິຮາວ (Nihao)”  ສ້າງໂດຍທ່ານ ສອນປະສິດ ພັນພິລາ ໄດ້ຮັບໃບຢັ້ງຢືນ ພ້ອມເງິນສົດ 7 ລ້ານກີບ

ລາງວັນອັນດດັບທີ 3 ໄດ້ແກ່ຮູບເງົາສັ້ນເລື່ອງ “ກັງຟູລ້ານຊ້າງ”  ສ້າງໂດຍ ທ່ານ ພິລາວັນ ຈັນທະກາລີ ໄດ້ຮັບໃບຢັ້ງຢືນ ພ້ອມເງິນສົດ 5 ລ້ານກີບ.

ສຳລັບປະເພດ ຮູບເງົາສາລະຄະດີ ລາງວັນຊະນະເລີດແມ່ນບໍ່ໃຜສາມາດເຮັດໄດ້ເນື່ອງຈາກຄະແນນສະເລ່ຍແມ່ນບໍ່ເຖິງ 4

ຮອງຊະນະເລີດ ຫຼື ອັນດັບ 2​ ໄດ້ແກ່ ຮູບເງົາສາລະຄະດີເລື່ອງ” ພວກເຮົາ” ສ້າງໂດຍທ່ານ ຟອງສະໜຸດ ພັນທະນຸວົງ ໄດ້ຮັບໃບຢັ້ງຢືນ ພ້ອມເງິນສົດ 7 ລ້ານກີບ

ອັນດັບທີ 3 ໄດ້ແກ່ ຮູບເງົາສາລະຄະດີເລື່ອງ ” ອຸດົມການ”  ສ້າງໂດຍ ທ່ານ ນາງ ຈັນທະຈອນ ນາກມົງຄົນ ໄດ້ຮັບໃບຢັ້ງຢືນ ພ້ອມເງິນສົດ 5 ລ້ານກີບ.

ໃນພິທີມອບລາງວັນຄັ້ງນີ້ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ວິທູນ ສູນດາຣາ ຫົວໜ້າກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຫົງຈຽງ ຫົວໜ້າພະແນກການເມືອງ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ນາງ ອູອີຊິງ ຫົວໜ້າວິທະຍຸສາກົນ ແຫ່ງປະເທດຈີນ ປະຈຳລາວ. ມີບັນດານັກສ້າງຮູບເງົາໃນລາວໃນສົ່ງຮູບເງົາເຂົ້າແຂ່ງຂັນ, ແຂກທີ່ຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມງານ.

 

Comments