ເຕືອນ!!! ​ຜູ້ປົກຄອງ-ນັກ​ສຶກສາ ຢ່າ​ຫຼົງ​ເຊື່ອ​ການຫຼອກລວງແລ່ນເຂົ້າຮຽນ ມຊ

ເມື່ອ​ບໍ່ດົນມານີ້ທ່ານ ຄຳ​ຜົງ ນາມມະ​ວົງ​ມີ​ໄຊ ຫົວໜ້າຫ້ອງການວິຊາ​ການ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ໄດ້ອອກ​ມາ​ເຕືອນວ່າ: ຜ່ານມາ ໄດ້ມີ​ກຸ່ມ​ຄົນ​ບໍ່ດີ​ຈຳນວນໜຶ່ງ​ ເຄື່ອນ​ໄຫວຕົວະ​ຍົວະຫຼອກ​ລວງ​ຜູ້ປົກຄອງ, ກໍຄືພໍ່​ແມ່ ວ່າສາມາດ​​ວິ່ງ​ເຕັ້ນແລ່ນ​ເອົາ​ລູກ​ຫຼານ​​ເຂົ້າຮຽນຢູ່ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ໂດຍ​​ນັກ​ສຶກສາບໍ່ຕ້ອງຜ່ານ​ການ​ສອບ​ເສັງ ຫຼື ​ເສັງ​ບໍ່ຜ່ານ​ກໍ​ສາມາດປອມ​ແປງ​ລາຍ​ຊື່​ໃຫ້​ເຂົ້າຮຽນ​ໄດ້ ແລະ ​ໃນ​ຊຸມປີຜ່ານມາທາງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ ໄດ້​ພົບ​ເຫັນ​ກໍລະນີທີ່​ນັກ​ສຶກສາ​ໄດ້​ປອມ​ແປງ​ເອກະສານເຂົ້າ​ມາ​ເຊັ່ນ: ​ໃບ​ປະກາດ​ຈົບ​ຊັ້ນ ມໍປາຍ ​ແລະ ​ປ່ຽນລາຍ​ຊື່​, ລວມທັງການຊື້ຈ້າງເພື່ອ​ໄດ້ໃຫ້ເຂົ້າສຶກສາ​ຮ່ຳ​ຮຽນຢູ່ມະຫາວິທະຍາໄລແຫ່ງຊາດ ສຸດທ້າຍກໍບໍ່ໄດ້ຮັບຜົນທັງເສຍຊັບສິນເງິນ-ຄຳ ຈຳນວນບໍ່ໜ້ອຍ. ຢ່າງໃດກໍຕາມກຸ່ມຄົນບໍ່ດີຈໍານວນໜຶ່ງໄດ້ຖືກລົງໂທດທາງວິໄນ ແລະ ມອບໃຫ້​ເຈົ້າໜ້າທີ່​ດຳ​ເນີນ​ຄະດີ​ຕາມ​ລະບຽບກົດໝາຍມາ​ແລ້ວ.

ດັ່ງ​ນັ້ນ ອີກ​ເທື່ອ​ໜຶ່ງ ທາງມະຫາວິທະຍາ​ໄລ​ແຫ່ງ​ຊາດ ກໍ​ໄດ້​ອອກ​ມາ​ເຕືອນ​ໃຫ້​ສັງຄົມ, ກໍ​ຄືຜູ້​ປົກຄອງນັກຮຽນ-ນັກ​ສຶກສາຢ່າ​ຫຼົງ​ເຊື່ອ​ກັບ​ການ​ຕົວະ​ຍົວະໃນລັກ ສະນະດັ່ງກ່າວ​ຢ່າງເດັດຂາດ ແລະ ​ທັງໄດ້​ຢືນຢັນວ່າ ​ການ​ສອບ​ເສັງ​ຄັດ​ເລືອກ​ເອົານັກ​ສຶກສາ​ເຂົ້າຮຽນ ຢູ່ມະຫາວິທະຍາ​ໄລ​ແຫ່ງ​ຊາດສົກຮຽນນີ້ ແມ່ນຈະເນັ້ນ​ຄວາມເຂັ້ມງວດ, ໂປ່​ງ​ໃສ ແລະ ຍຸຕິ​ທຳຫຼາຍຂຶ້ນ. ​ເນື່ອງຈາກປັດຈຸບັນການກວດ​ຄະ​ແນນ ​ແລະ ກວດ​ຂໍ້​ສອບ ​ແມ່ນ​ໄດ້​ໃຊ້​ມາດຕະຖານ​ສາກົນ ກໍຄືການນຳ​ໃຊ້​ລະບົບ​ຄອມ​ພິວ​ເຕີ ຊຶ່ງ​​ເຮັດ​ໃຫ້​ມີ​ຄວາມ​ວ່ອງ​ໄວ ​ແລະ ​ໂປ່​ງ​ໃສ​ທີ່​ສຸດ, ພ້ອມ​ນີ້ການ​ປະກາດຜົນ​ການ​ສອບ​ເສັງ​​ ແມ່ນໄດ້​ຜ່ານ​ການ​ກວດກາຂອງ​ຄະນະ​ກຳມະການ​ສອບ​ເສັງ​ລະດັບ​ຊາດ, ​ໂດຍ​ຈັດ​ລຽງຄະ​ແນນ​ແຕ່​ສູງຫາ​ຕ່ຳ ຕາມ​ເກນ​ມາດຕະຖານ​ຄະ​ແນນ​ທີ່​ກຳນົດ​ໃນ​ລາຍ​ວິຊາຢ່າງ​ເຂັ້ມ​ງວດ.

​ພາຍຫຼັງ​​ກວດກາ​ລາຍ​ຊື່ ແລະ ຄະ​ແນນ​ທີ່​ຖືກຕ້ອງ ​ໂດຍຜ່ານ​ການ​ຮັບຮອງ​ຜົນ​ສອບ​ເສັງຈາກ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ພາຍ​ໃນ 15 ວັນ ໂດຍຜູ້​ຖືກ​ຄັດ​ເລືອກ​ແມ່ນ​ໃຫ້​ມາ​ລົງທະບຽນພາຍ​ໃນ 30 ວັນ, ຖ້າ​ກາຍ​ກຳນົດ​ແມ່ນ​ສະຫລະ​ສິດ. ຫລັງຈາກຮັບນັກສືກສາ ໄດ້ປະມານ 1 ​ເດືອນ, ກໍ​ຈະ​ມີ​ການກວດ​ເຊັກປະຫວັດ ​ແລະ ​ເອກະສານ​ທຸກ​ຢ່າງ​ຂອງ​ນັກ​ສຶກສາໃຫ້​ລະອຽດ ​ເພື່ອ​ຮັບປະກັນ​ຄວາມ​ໂປ່​ງ​ໃສ ​ເຮັດ​ໃຫ້ການ​ພັດທະນາ​ຊັບພະຍາກອນ​ມະນຸ​ດມີ​ຄຸນ​ນະພາ​ບດີຂຶ້ນ.

ຂອບໃຈຂໍ້ມູນຈາກ: ໜັງສືພິມລາວພັດທະນາ

Comments