ເຕືອນ! ໃຫ້ຫຼີກລ່ຽງໃຊ້ເສັ້ນຕັດໃໝ່ ກາສີ-ເມືອງນານ (ພູ 9 ຫຼັກ) ໃນໄລຍະຝົນນີ້

ຫົວໜ້າ​ພະ​ແນ​ກຈະລາຈອນ​ແຂວງຫຼວງ​ພະ​ບາງ ​ໄດ້ອອກ​ມາ​ເຕືອນຜູ້​ທີ່​ຈະ​ເດີນທາງ​ໄປ​ພາກ​ເໜືອ​ໃນ​ໄລຍະລະ​ດູ​ຝົນ​ນີ້,​​ ໂດຍ​ສະ​ເພາະ​ໄປ​ແຂວງ​ຫຼວງ​ພະ​ບາງ ຄວນ​ຫຼີກ​ລ່ຽງການ​ນໍາ​ໃຊ້​ເສັ້ນທາງ​ຕັດ​ໃໝ່ (​ພູ 9 ຫຼັກ) ​ກາສີ-​ເມືອງ​ນານ, ​ເນື່ອງ​ຈາກ​ເສັ້ນທາງ​ດັ່ງ​ກ່າວ​ຕັດ​ຜ່ານ​ພູ​ສູງ​ຊັນ, ໝື່ນ ​ແລະ ມີຫຼາຍ​ຈຸດ​ເປ​ເພ່ ​ເຊິ່ງ​ເປັນ​ອັນຕະລາຍ​ ​ແລະ ມີ​ຄວາມ​ສ່ຽງ​ເກີດອຸປະຕິ​ເຫດ​ໄດ້,​ ​ໂດຍ​ສະ​​ເພາະ​ລົດ​ຂົນ​ສົ່ງ, ​ໂດຍສານ​ ຫຼື ລົດ​ບັນທຸກ​ໜັກຕ່າງໆ​ແມ່ນ​ບໍ່ຄວນ​ໃຊ້​ເສັ້ນທາງ​ນີ້​ເດັດຂາດ

​ຫຼັງ​ຈາກ​ຜ່ານ​ມາ​ໄດ້ມີ​ອຸປະຕິ​ເຫດລົດ​ຕົກລົງ​ເຫ​ວ​ເປັນ​ຈໍານວນ​ຫຼາຍ​ລາຍ​ແລ້ວ, ຊຶ່ງ​ກໍລະນີ​ລ່າ​ສຸດ​ແມ່ນ​ອຸປະຕິ​ເຫດທີ່​ເກີດ​ຂຶ້ນ​ໃນວັນ​ທີ 19 ສິງຫາ​ນີ້, ​ໂດຍລົດ​ເມ​ນໍາ​ທ່ຽວ​​​ໜຶ່ງ​ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຈີນ, ພ້ອມ​​ດ້ວຍ​ພະນັກງານ​ນໍາ​ທ່ຽວຄົນ​ລາວ ​ລວມທັງ​ໝົດ 46 ຄົນ​ ​ໄດ້​ເກີດເສຍຫຼັກ​ປີ້ນລົງ​ເຫວ​ເລິກປະມານ 100 ກວ່າ​ແມັດ​ໃນ​ຈຸດຂົວ​ນໍ້າ​ງາ​ວ, ​ເມືອງ​ນານ​ແຂວງ​ຫຼວງ​ພະ​ບາງຢ່າງ​ຮຸນ​ແຮງ, ​ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຄາ​ທີ່ 13 ຄົນ.

ທ່ານຍັງ​ໃຫ້​ຮູ້​ວ່າ: ​ເສັ້ນທາງ​ດັ່ງ​ກ່າວ​​ແມ່ນ​ສ້າງບໍ່ໄດ້​ມາດຕະຖານ,​​ ເນື່ອງຈາກ​​​ເປັນ​ເສັ້ນທາງຍຸດ​ທະສາດ​ຮັບ​ໃຊ້​ວຽກ​ງານທາງການ​ທະຫານ,​ ​ແຕ່​ເມື່ອ​ໄດ້ເປີດນໍາ​ໃຊ້ກໍ​​ມີຜູ້ຂັບ​ຂີ່​ພາຫະນະ​ນໍາ​ໃຊ້​ເສັ້ນທາງ​ດັ່ງ​ກ່າວ​ເປັນ​ຈໍານວນ​ຫຼາຍ, ​ເນື່ອງ​ຈາກ​ວ່າ​ຊ່ວຍ​ປະຢັດ​ເວລາ​ໃນ​ການ​ເດີນທາງ​ລະຫວ່າງ​ແຂວງວຽງ​ຈັນ​ຫາ​ຫຼວງ​ພະ​ບາງຫຼຸດລົງ​​ເຖິງ
3-4 ຊົ່ວ​ໂມງ​ເມື່ອ​ທຽບ​​ໃສ່ການ​ນໍາ​ໃຊ້​ເສັ້ນທາງ​ເກົ່າ (​ເມືອງ​ກາສີ-​ເມືອງພູ​ຄູນ), ແຕ່ຖ້າຫາກນັກ​ຂັບ​ຂີ່​ມີ​ຄວາມຈໍາ​ເປັນ​ໄດ້​ເດີນທາງ​ຜ່ານ​ເສັ້ນທາງນີ້​ ກໍ​ຂໍ​ໃຫ້​ມີ​ສະຕິ​ລະ​ມັດ​ລະວັງ​ທີ່​ສຸດ, ​ໃຫ້​ຄ່ອຍ​ໄປ​ຄ່ອຍ​ມາ, ສະພາບ​ເຕັກນິກລົດ​ກໍຕ້ອງ​ໃຫ້​ຮັບປະກັນ, ​ໂດຍ​ສະ​ເພາະ​ແມ່ນ​ລະບົບ​​ຫ້າມ​ລໍ້, ລະບົບ​ເກ່ຍຕ້ອງ​ດີ ​ເພື່ອ​ຄວາມ​ປອດ​ໄພ​ໃນ​ການ​ເດີນທາງ.

ຂອບໃນຂໍ້ມູນຈາກ: ໜັງສືພິມລາວພັດທະນາ

Comments