ຮອງນາຍົກ ຊີ້ນຳສ່ວຍສາອາກອນ ຕິດຕາມການເກັບລາຍຮັບ-ຊຸກຍູ້ຫົວໜ່ວຍທຸລະກິດ

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ລົງໃຫ້ຄຳຊີ້ນຳ ແກ່ກົມສ່ວຍສາອາກອນ ແລະ ຂະແໜງສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ ເອົາ ໃຈໃສ່ ຕິດຕາມການປະຕິບັດລາຍຮັບ-ລາຍຈ່າຍວິຊາການ, ຄ່າທຳນຽມ, ກອງທຶນ ນັບແຕ່ສູນກາງຮອດທ້ອງຖິ່ນໃຫ້ທັນເວລາ ແລະ ຊຸກຍູ້ບັນດາຫົວໜ່ວຍທຸລະກິດທີ່ມີໜີ້ ອາກອນຄ້າງຊຳລະໃນແຕ່ລະເດືອນ.


ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນໃນປີ 2019 ໃຫ້ຮູ້ວ່າ: ຂະແໜງສ່ວຍສາອາກອນ ໄດ້ຮັບຕົວເລກແຜນການລາຍຮັບທັງໝົດຈໍານວນ 12.320 ຕື້ກີບທຽບໃສ່ ປີ 2018 ເພີ່ມຂຶ້ນ 13,6%; ສຳລັບ 7 ເດືອນປີ 2019 ສາມາດຈັດຕັ້ງປະຕິບັດໄດ້ 6.748 ຕື້ກີບເທົ່າກັບ 51,5% ຂອງແຜນການປີ. ໃນນີ້, ສູນກາງປະຕິບັດໄດ້ 3.917 ຕື້ກີບເທົ່າກັບ 50,67% ຂອງແຜນການປີ ແລະ ທ້ອງຖິ່ນປະຕິບັດໄດ້ 2.831 ຕື້ກີບເທົ່າກັບ 52,79% ຂອງແຜນການປີ ເຫັນໄດ້ວ່າການເກັບລາຍຮັບມີທ່ານອ່ຽງດີຂຶ້ນ. ໃນ 5 ເດືອນທ້າຍປີ 2019 ຂອງກົມສ່ວຍສາອາກອນ ແລະ ສ່ວຍສາອາກອນນະຄອນຫຼວງວຽງຈັນ ໄດ້ວາງແຜນວຽກຈຸດສຸມ, ສູ້ຊົນ ແລະ ຕິດຕາມຊຸກຍູ້ລາຍຮັບບັນດາຫົວໜວ່ຍທຸລະກິດ ທີ່ຢູ່ໃນລະບົບຂໍ້ມູນຂ່າວສານຂອງຂະແໜງສ່ວຍສາອາກອນ, ກວດກາຄືນການແຈ້ງມອບ, ການບໍ່ມາແຈ້ງ ຫຼື ແຈ້ງສູນໂດຍແຍກຕາມຂະແໜງການຍ່າງລະອຽດກໍານົດຄືນ, ກໍານົດຫົວໜ່ວຍຖານລາຍຮັບທີ່ມີລາຍຮັບເກີນ 400 ລ້ານກີບ ທີ່ຍັງນອນຢູ່ໃນລະບົບມອບເໝົາໃຫ້ເຂົ້າສູ່ລະບົບອາກອນມູນຄ່າເພີ່ມຢ່າງຄົນຖ້ວນ ໂດຍກໍານົດເປົ້າໝາຍ 10% ຂອງຫົວໜ່ວຍເປົ້າໝາຍຂັ້ນນະຄອນຫຼວງ ແລະ ການຄຸ້ມຄອງຂອງເມືອງ.


ສຸມໃສ່ການກວດກາບັນຊີວິສາຫະກິດຄົບຊຸດຂອງ 2018 ໃຫ້ສໍາເລັດໂດຍສະເພາະບັນດາຫົວໜວ່ຍທຸລະກິດທີ່ມີຄວາມສ່ຽງ ໃຫ້ໄດ້ຫລາຍກວ່າ 100 ຫົວໜ່ວຍຂຶ້ນໄປ, ກວດກາບໍລິສັດນໍາເຂົ້າ-ສົ່ງອອກສາງສິນຄ້ານໍ້າມັນເຊື້ອໄຟ ແລະ ອາຍແກັສ໌ ທີ່ດໍາເນີນການເຄື່ອນໄຫວ ທັງກວດກາລະບົບສາງສິນຄ້າໃຫ້ສອດຄ່ອງກັບນິຕິກໍາທີ່ກໍານົດອອກ. ພ້ອມກັນນັ້ນ, ໄດ້ມີຫລາຍນິຕິກໍາທີ່ໄດ້ອອກໃນຕົ້ນປີ ເຊັ່ນ: ການປະຕິບັດອາກອນລາຍໄດ້ຈາກຄ່າເຊົ່າ, ພາສີທີ່ດິນ, ການຄຸ້ມຄອງຕະຫລາດ ແລະ ການຄຸ້ມຄອງເຄື່ອງບັນທຶກສິນຄ້າ ແລະ ບໍລິການ ຢູ່ຈຸດຂາຍ ຊຶ່ງເປັນເຄື່ອງມືທີ່ສໍາຄັນ ໃຫ້ແກ່ການຈັດຕັ້ງປະຕິ ບັດວຽກງານສ່ວຍສາອາກອນ ໂດຍສະເພາະການເລັ່ງທວງເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຕາມຄາດໝາຍສູ້ຊົນ.
ທ່ານ ສີລິລາດທົງສິນ ທອງເພັງ ຫົວໜ້າສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ ໃຫ້ຮູ້ອີກວ່າ: ປີ 2019 ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບ ຈໍານວນ 1.293 ຕື້ກີບ ທຽບໃສ່ປີ 2018 ເພີ່ມຂຶ້ນ 136 ຕື້ກີບ ເທົ່າກັບ 11,8%. ສະນັ້ນ, ສ່ວຍສາອາກອນຈະຕ້ອງສູ້ຊົນຕື່ມໃນ 5 ເດືອນທ້າຍປີ ໃຫ້ໄດ້ 752 ຕື້ກີບ. ໃນນັ້ນ, ນະຄອນຫຼວງວຽງຈັນຕ້ອງສູ້ຊົນໃຫ້ໄດ້ 565 ຕື້ກີບ, ສ່ວນບັນດາ 9 ຕົວເມືອງຕ້ອງສູ້ຊົນໃຫ້ໄດ້ 187 ຕື້ກີບ. ເພື່ອໃຫ້ລາຍຮັບເພີ່ມຂຶ້ນ ແລະ ໄດ້ກໍານົດຈຸດສຸມ, ອອກຂໍ້ຕົກລົງແບ່ງວຽກແບ່ງຄວາມຮັບຜິດຊອບໃຫ້ແຕ່ລະບຸກຄົນແຕ່ລະຂັ້ນ, ກໍານົດມາດຕະການເພື່ອແກ້ໄຂ, ໄດ້ຄົ້ນຄວ້າໃຫ້ເປັນທ່ານແຮງຕື່ມ ໂດຍການລົງເລິກກ່ຽວກັບການຄິດໄລ່ອາກອນ ຈາກການນໍາໃຊ້ພາສີທີ່ດິນຍັງເຫັນວ່າເປັນລາຍຮັບທີ່ຕໍ່າຫຼາຍຈາກການຊື້ຂາຍຕົວຈິງ, ການຄິດໄລ່ອາກອນຄ່າເຊົ່າ, ລົງເລິກການຄິດໄລ່ກວດກາການແຈ້ງມອບອາກອນລາຍໄດ້ເງິນເດືອນ ຂອງບັນດາພະນັກງານທີ່ປະຈໍາຢູ່ສະຖານທູດ, ກົງສຸນ ແລະ ອົງການຈັດຕັ້ງສາກົນ ແລະ ການເກັບລາຍຮັບຈາກບັນດາຮ້ານຂາຍລົດເປັນຕົ້ນ.

ໂອກາດນີ້, ທ່ານ ສົມດີ ດວງດີ ໄດ້ເນັ້ນໃຫ້ກົມສ່ວຍສາອາກອນ ແລະ ສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ ສືບຕໍ່ປະສານສົມທົບ, ເລັ່ງຕິດຕາມການປະຕິບັດລາຍຮັບ-ລາຍຈ່າຍວິຊາການ, ຄ່າທຳນຽມ ແລະ ກອງທຶນຕ່າງໆນັບແຕ່ສູນກາງຮອດທ້ອງຖິ່ນ ໃຫ້ທັນເວລາ, ຮີບຮ້ອນຫັນເອົາຫົວໜ່ວຍທຸລະກິດທີ່ມີລາຍຮັບເກີນ 400 ລ້ານກີບ ແຕ່ຍັງບໍ່ທັນໄດ້ໃນລະບົບອາກອນມູນຄ່າເພີ່ມ (ອມພ) ເພື່ອເປັນຖານການເກັບອາກອນມູນຄ່າເພີ່ມ ໃນ 5 ເດືອນທ້າຍປີຕ້ອງບັນລຸໃຫ້ໄດ້ 100% ຂອງຈຳນວນ 10% ທີ່ຂຶ້ນແຜນເປັນເປົ້າໝາຍຂະຫຍາຍຖານລາຍຮັບອາກອນໃນປີ 2019 ນີ້; ສືບຕໍ່ສົມທົບກັບສ່ວຍສາອາກອນນະຄອນຫຼວງ, ສ່ວຍສາອາກອນ 05 ເມືອງຕິດຕັ້ງເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການທີ່ຍັງເຫຼືອໃຫ້ສຳເລັດ ແລະ ເກັບກຳສະຖິຕິຫົວໜ່ວຍທຸລະກິດ ທີ່ນຳໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ທີ່ຫົວໜ່ວຍທຸລະກິດນຳມາໃຊ້ເອງໃນຂອບເຂດ 9 ຕົວເມືອງອ້ອມຂ້າງນະຄອນຫຼວງວຽງຈັນ, ຄົ້ນຄ້ວາພິຈາລະນາປັບປຸງເນື້ອໃນໃບເກັບເງິນໃຫ້ຖືກຕ້ອງຕາມນິຕິກຳ ແລະ ລະບຽບການກຳນົດ, ຈັັດຕັ້ງປະຕິບັດການແຈ້ງ-ມອບອາກອນ ຄ່າເຊົ່າຕຶກ-ອາຄານ ແລະ ບ້ານພັກໃນ 4 ເມືອງໃນຂອບເຂດນະຄອນຫຼວງວຽງຈັນ ຜ່ານລະບົບທະນາຄານໃຫ້ກວມຫຼາຍກວ່າ 50 ສ່ວນຮ້ອຍຂອງຈຳນວນ 6 ພັນຫົວໜ່ວຍທີ່ມີຢູ່.

ຕິດຕາມກວດກາ ແລະ ຊຸກຍູ້ໃຫ້ຫົວໜ້ວຍທຸລະກິດທີ່ມີໜີ້ ອາກອນຄ້າງຊຳລະໃນແຕ່ລະເດືອນ, ສົມທົບກັບຂະແໜງພາສີປະຕິບັດມາດຕະການໃນການຄຸ້ມຄອງການນຳເຂົ້າສິນຄ້າ ໂດຍສະເພາະບັນດາບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ, ເຫຼົ້າ-ເບຍ, ວາຍ ແລະ ສິນຄ້າອຸປະໂພກ-ບໍລິໂພກຕ່າງໆ ເພື່ອເປັນຖານຂໍ້ມູນໃນການຄຸ້ມຄອງກວດກາການນຳເຂົ້າສິນຄ້າຢູ່ຕົ້ນທາງ ແລະ ຢູ່ສາງປາຍທາງໃຫ້ມີຄວາມຖືກຕ້ອງ, ສົມທົບກັບອົງການກວດກາລັດຖະບານ, ຂະແໜງການກ່ຽວຂ້ອງກວດການບັນຊີວິສາຫະກິດ, ຄຸ້ມຄອງລະບົບສາງສິນຄ້າລວມທັງສາງນ້ຳມັນເຊື້ອໄຟໃຫ້ຖືກຕ້ອງ, ກົມສ່ວຍສາອາກອນ, ຕ້ອງສົມທົບກັບສ່ວຍສາອາກອນນະຄອນຫລວງ, ລົງກວດກາຕິດຕາມການເຄື່ອນໄຫວຢ່າງເປັນປົກກະ ຕິ ຕາມຄວາມສ່ຽງໃນການແຈ້ງມອບລາຍຮັບເປັນແຕ່ລະເດືອນ.

Comments